ສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ, ກະຊວງສາທາລະນະສຸກ ໄດ້ນໍາພາສື່ມວນຊົນຈາກຈາກສູນກາງ ແລະ ແຂວງຫລວງພະບາງ ເຄື່ອນໄຫວເກັບກໍາຂ່າວ-ບົດ ກ່ຽວກັບວຽກງານສຸຂະພາບຈະເລີນພັນຢູ່ຂັ້ນແຂວງ ແລະ ເມືອງ ໃນລະຫວ່າງວັນທີ 11-16 ສິງຫາ 2025 ທີ່ແຂວງຫລວງພະບາງ ເພື່ອມາຂຽນເປັນຂ່າວ-ບົດ ແລະ ເຜີຍແຜ່ອອກສູ່ສັງຄົມ ໂດຍໄດ້ຮັບການສະໜັບສະໜູນຈາກອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA).
ການລົງເກັບກໍາຂ່າວ-ບົດ ໃນຄັ້ງນີ້, ກໍເພື່ອເຮັດໃຫ້ວຽກງານສຸຂະພາບຈະເລີນພັນ ມີການປະເມີນຜົນໄດ້ເຖິງດ້ານປະສິດທິພາບ ແລະ ຄວາມປົກກະຕິ, ພ້ອມທັງໃຫ້ຊ່ອງທາງໃນການເຂົ້າຫາແຫລ່ງຂໍ້ມູນ ແລະ ໃຫ້ມີທາງເລືອກທີ່ປອດໄພ, ມີປະສິດທິພາບ, ລາຄາບໍ່ແພງ ແລະ ວິທີການຄຸມກຳເນີດທີ່ສາມາດຍອມຮັບໄດ້ ພ້ອມທັງມີຊ່ອງທາງເຂົ້າເຖິງການກວດຫາ ແລະ ການປິ່ນປົວພະຍາດທີ່ກ່ຽວພັນກັບ ສຸຂະພາບຈະເລີນພັນ. ນອກຈາກນັ້ນ, ຍັງເປັນການສົ່ງເສີມໃຫ້ປ້ອງກັນຕົນເອງຈາກພະຍາດຕິດຕໍ່ທາງເພດສຳພັນ ແລະ ການເຂົ້າເຖິງຂໍ້ມູນທີ່ຊ່ວຍໃຫ້ມີການຕັດສິນໃຈເລື່ອງການເອົາລູກ, ແມ່ຍິງຕ້ອງສາມາດເຂົ້າເຖິງການບໍລິການທີ່ສາມາດຊ່ວຍເຂົາເຈົ້າໃນດ້ານການຖືພາທີ່ແຂງແຮງ, ການເກີດລູກຢ່າງປອດໄພ ແລະ ການມີລູກທີ່ສຸຂະພາບດີ.
ປັດຈຸບັນ ລັດຖະບານລາວ ກໍໄດ້ໃຫ້ຄວາມສໍາຄັນຫລາຍ ໃນການເລັ່ງມືປະຕິບັດວຽກງານດັ່ງກ່າວ ເພື່ອໃຫ້ທຸກຄົນໃນ ສປປ ລາວ ສາມາດເຂົ້າເຖິງການດູແລສຸຂະພາບດ້ານເພດ ແລະ ຈະເລີນພັນ, ເພື່ອຫລຸດຜ່ອນການຕາຍຂອງແມ່ທີ່ປ້ອງກັນໄດ້ທົ່ວປະເທດ ແລະ ມອບການຊ່ວຍເຫລືອດ້ານການວາງແຜນຄອບຄົວທີ່ສຸມໃສ່ແມ່ຍິງ ແລະ ເດັກຍິງທີ່ຖືກປ່ອຍປະໄວ້ຂ້າງຫລັງຕື່ມອີກ.
ຂ່າວ:ວສລ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |