pele - 2025-08-14T102008.736
ໂຮມຊຸມນຸມ ສະຫລອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ
ຮຽບຮຽງໂດຍ:Pele
ເຜີຍແຜ່: 14 August, 2025

ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສ້າງຕັ້ງ ແນວລາວສ້າງຊາດ ຄົບຮອບ 75 ປີ ໄດ້ຈັດຂຶ້ນວັນທີ 13 ສິງຫາ 2025 ໂດຍການເປັນປະທານຂອງ ສະຫາຍ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ມີບັນດາການນຳຂັ້ນສູງຂອງພັກ, ລັດ, ນັກປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ຄອບຄົວການນຳ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

 

ໃນໂອກາດນີ້, ທ່ານ ສິນລະວົງ ຄຸດໄພທູນ ໄດ້ຫວນຄືນການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງແນວລາວສ້າງຊາດ ຕະຫລອດໄລຍະ 75 ປີຜ່ານມາ, ຜົນສຳເລັດທີ່ສາມາດຍາດໄດ້ໃນແຕ່ລະໄລຍະ ຂອງແນວລາວອິດສະຫລະ(ໄລຍະ1950-1956), ແນວລາວຮັກຊາດ (1956-1979) ແລະ ແນວລາວສ້າງຊາດ 1979 ມາເຖິງປັດຈຸບັນ ເຊິ່ງເປັນໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ ແລະ ພາຍໃຕ້ແນວທາງປ່ຽນແປງໃໝ່ ຮອບດ້ານຂອງພັກ, ແນວລາວສ້າງຊາດ ໄດ້ປັບປຸງປ່ຽນແປງພາລະບົດບາດ ແລະ ວິທີການເຄື່ອນໄຫວຂອງຕົນ ໃຫ້ສອດຄ່ອງກັບສະພາບການ ແລະ ໜ້າທີ່ການເມືອງໃໝ່.

 

 

ຕະຫລອດ 46 ປີ ແນວລາວສ້າງຊາດ ໄດ້ສ້າງຜົນງານໃຫຍ່ຫລວງ ສະແດງອອກໃນຜົນງານ ລວມຂອງພັກ-ລັດ ແລະ ປະຊາຊົນ ສາມາດປົກປັກຮັກສາ ໝາກຜົນຂອງການປະຕິວັດ ທີ່ຍາດມາໄດ້, ບູລະນະ ແລະ ສ້າງລະບອບປະຊາທິປະໄຕ ປະຊາຊົນ, ຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໂດຍພື້ນຖານ, ການສ້າງສາປະເທດຊາດ ນັບມື້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ແນວລາວສ້າງຊາດ ເປັນອົງກອນໜຶ່ງທີ່ເປັນຫລັກແຫລ່ງ ໃນການສຶກສາອົບຮົມພູນສ້າງມູນເຊື້ອປະຕິວັດ, ປຸກລຸກນໍ້າໃຈຮັກຊາດ, ຮັກລະບອບໃໝ່, ເຕົ້າໂຮມຄວາມສາມັກຄີປອງດອງຊົນເຜົ່າ, ສາສະໜາ, ຊັ້ນຄົນ-ເພດໄວ, ພີ່ນ້ອງລາວຢູ່ຕ່າງປະເທດ ແລະ ເຄື່ອນໄຫວການທູດປະຊາຊົນ ຕາມແນວທາງນະໂຍບາຍຂອງພັກ-ລັດ.

 

 

ໂອກາດນີ້ດຽວກັນ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍສັນລະເສີນ ຕໍ່ຜົນງານອັນໃຫຍ່ຫລວງທີ່ແນວລາວສ້າງຊາດຍາດມາໄດ້ ເຖິງຢ່າງໃດກໍຕາມ ອົງການແນວລາວສ້າງຊາດ ຕ້ອງສືບຕໍ່ຍົກສູງຄັນທຸງ ເຕົ້າໂຮມຄວາມສາມັກຄີ, ຄວາມເປັນປຶກແຜ່ນແໜ້ນໝາ ຂອງປວງຊົນທັງຊາດ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງແນວລາວອິດສະຫລະ, ແນວລາວຮັກຊາດ, ໂດຍສະເພາະມູນເຊື້ອ ໃກ້ຊິດຕິດແທດກັບປະຊາຊົນ ແລະ ເປັນຫລັກແຫລ່ງ ໃນການເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນລາວທັງຊາດ ເພື່ອປຸກລະດົມກຳລັງແຮງທົ່ວສັງຄົມ ເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ; ເຊີດຊູສະຕິຊາດ ເອກະພາບເປັນອັນໜຶ່ງອັນດຽວ, ຍົກສູງຈິດໃຈເອກະລາດ ເປັນເຈົ້າຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີຄວາມຮັບຜິດຊອບ ຂອງຄົນລາວຕໍ່ຊາຕາກໍາ ຂອງປະເທດຊາດ, ບໍ່ໃຫ້ອິດທິກຳລັງໃດໆ ມາມ້າງເພ ແລະ ທຳລາຍໄດ້.

 

ຂ່າວ: ກິດຕາ
ພາບ: ເກດສະໜາ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ