ໃນວັນທີ 15 ສິງຫາ ນີ້ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 10 ທີ່ ເມືອງອານໜິງ, ແຂວງຢຸນໜານ, ສປ ຈີນ ພາຍໃຕ້ຄຳຂວັນ: ທົດສະວັດສີທອງ: ສືບຕໍ່ຍຶດໝັ້ນກໍ່ສ້າງປະຊາຄົມທີ່ດີກວ່າດ້ວຍຄວາມສາມັກຄີ(Golden Decade: Staying Committed to Building a Better Community through Solidarity) ໂດຍການເປັນປະທານຮ່ວມຂອງ ທ່ານ ຫວັງ ອີ້, ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປ ຈີນ ແລະ ທ່ານ ມາຣິດ ສະງ່ຽມພົງ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ຣາຊະອານາຈັກໄທໂດຍໄດ້ມີບັນດາລັດຖະມົນຕີຕ່າງປະເທດພ້ອມດ້ວຍຄະນະຜູ້ແທນຈາກປະເທດສະ ມາຊິກຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ທົບທວນຄືນຄວາມຄືບໜ້າຂອງການຮ່ວມມືໃນໄລຍະຜ່ານມາໂດຍເຫັນວ່າຂອບການ ຮ່ວມມືດັ່ງກ່າວ ໄດ້ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ນໍາເອົາຜົນປະໂຫຍດອັນເປັນຮູບປະທໍາມາສູ່ພາກພື້ນແມ່ນໍ້າຂອງ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມຜູ້ນໍາແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4, ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 9 ແລະ ແຜນປະຕິບັດງານ 5 ປີ (2023-2027) ພາຍໃຕ້ 3 ເສົາຄ້ໍາ (ການເມືອງ-ຄວາມໝັ້ນຄົງ, ການພັດທະນາແບບຍືນຍົງ ແລະ ການແລກປ່ຽນວັດທະນະທໍາ-ສັງຄົມ) ແລະ 5 ຂົງເຂດບູລິມະສິດ (ການເຊື່ອມຈອດ, ການຄຸ້ມຄອງຊັບພະຍາກອນນ້ຳ, ກະສິກຳ ແລະ ລຶບລ້າງຄວາມທຸກຍາກ, ການຄ້າຂ້າມຊາຍແດນ, ແລະ ການສ້າງຂີດຄວາມອາດສາມາດໃນການຜະລິດ) ໂດຍຜ່ານການປະຕິບັດບັນດາກິດຈະກຳ ແລະ ໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ອັນໄດ້ນໍາຜົນປະໂຫຍດຕົວຈິງມາສູ່ປະເທດສະ ມາຊິກ ກໍຄືພາກພື້ນແມ່ນ້ຳຂອງ. ນັບແຕ່ປີ 2017 ເປັນຕົ້ນມາ ກອງທຶນດັ່ງກ່າວໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢູ່ພາກພື້ນແມ່ນໍ້າຂອງ. ໃນນັ້ນ, ສປປ ລາວ ໄດ້ເປັນເຈົ້າການ ຈັດຕັ້ງປະຕິບັດໂຄງການດັ່ງກ່າວລວມທັງໝົດຈຳນວນ 100 ໂຄງການ ລວມມູນຄ່າຫຼາຍກວ່າ 26 ລ້ານໂດລາ. ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າທີ່ມີປະສິດທິພາບ ຍຶ່ງຂຶ້ນ ແລະ ນຳເອົາຜົນປະໂຫຍດມາສູ່ປະຊາຊົນໃນພາກພື້ນ ລວມທັງການກະກຽມຮອບດ້ານໃຫ້ແກ່ການຈັດກອງປະຊຸມຜູ້ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 5 ໃນທ້າຍປີ 2025.
ກອງປະຊຸມໄດ້ຮັບຊາບເອກະສານສຳຄັນ ຈຳນວນ 3 ສະບັບ ຄື:
ບົດລາຍງານຄວາມຄືບໜ້າ ປະຈຳປີ 2024 ຂອງ ການຈັດຕັ້ງປະຕິບັດແຜນປະຕິບັດງານໄລຍະ 5 ປີ (2023-2027);
ບົດລາຍງານການຄົ້ນຄວ້າຮ່ວມປີ 2025 ຂອງສູນຄົ້ນຄວ້າສາກົນແມ່ນໍ້າຂອງ (GCMS): ຄວາມຄືບໜ້າ, ສິ່ງທ້າທາຍ, ແລະ ທິດທາງຮັດແໜ້ນການຮ່ວມມືດ້ານຄວາມໝັ້ນຄົງແບບໃໝ່ພາຍໃຕ້ກົນໄກການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ;
ບັນຊີລາຍຊື່ໂຄງການທີ່ໄດ້ຮັບອະນຸມັດຈາກກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງໃນປີ 2025.
ໃນກອງປະຊຸມຄັ້ງນີ້, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືພາຍໃຕ້ຂອບການຮ່ວມມືດັ່ງກ່າວ ຊຶ່ງຕະຫຼອດໄລ ຍະ 9 ປີຜ່ານມາ ສປ ຈີນໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນໍ້າຂອງເວົ້າລວມ, ເວົ້າສະເພາະກໍຄືການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມ ຂອງ ສປປ ລາວ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດບັນດາໂຄງການທີ່ແນໃສ່ການພັດທະນາແບບຍືນຍົງ, ພ້ອມທັງໄດ້ສະເໜີບາງທິດທາງການຮ່ວມມືໃນຕໍ່ໜ້າໂດຍສະເພາະການສ້າງຄວາມເຂັ້ມແຂງໃຫ້ແກ່ພື້ນຖານ ລະບົບເສດຖະກິດທັນສະໄໝ, ການພັດທະນານະວັດຕະກຳ ແລະ ດີຈີຕອນ, ການຄຸ້ມຄອງຊັບພະຍາກອນນ້ຳ, ການຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ງຄົງແບບໃໝ່, ຍົກສູງການພັດທະນາຊັບພະຍາກອນມະນຸດໃນທຸກຂະແໜງການເປັນຕົ້ນສຸມໃສ່ຂະແໜງກະສິກຳ, ພະລັງງານສະອາດ ແລະ ການທ່ອງທ່ຽວ.
(ຂ່າວ: ກຕທ)
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,470 | 21,746 |
![]() THB | 661.54 | 671.73 |
![]() EUR | 24,027 | 24,507 |
![]() CNY | 2,917 | 2,975 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |