1755424165_606856-tnamcot-e1755424243941
ອິນໂດເນເຊຍສະເຫຼີມສະຫຼອງ 80 ປີການປະກາດເອກະລາດ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 17 August, 2025

ອິນໂດເນເຊຍໄດ້ຈັດພິທີລັດສະເຫລີມສອງການປະກາດເອກະລາດໃນມື້ນີ້ເມື່ອ 80 ປີກ່ອນ ຂະນະທີ່ປະຊາຊົນບາງສ່ວນໃຊ້ທຸງໂຈນສະຫລັດຈາກການ່ຕູນຍີ່ປຸ່ນເລື່ອງວັນພີສເປັນສັນຍາລັກໃນການສະແດງຄວາມບໍ່ພໍໃຈຕໍ່ລັດຖະບານ ແລະ ມີຜູ້ໄດ້ຮັບບາດເຈັບຈຳນວນໜຶ່ງຈາກແຜ່ນດິນໄຫວທີ່ເກີດຂຶ້ນໃນມື້ນີ້

ພິທີລັດເລີ່ມຕົ້ນດ້ວຍກອງທະຫານກຽດຕິຍົດເຊີນທຸງຊາດ ແລະ ເອກະສານຕົ້ນສະບັບຄຳປະກາດເອກະລາດອິນໂດເນເຊຍຈາກອະນຸສາວະລີແຫ່ງຊາດຫຼືໂມນາສ (Monas) ໃຈກາງຈະຕຸລັດເມີດີກາ ໃນນະຄອນຫຼວງຈາກາກ່າ ໄປຍັງພະລາຊະວັງປະທານາທິບໍດີ ຈາກນັ້ນຂະບວນເຈົ້າໜ້າທີ່ເຊີນທຸງໄດ້ຮັບທຸງຊາດຈາກປະທານາທິບໍດີປຣາໂບໂວ ຊູເບຍນໂຕ ໄປທຳພິທີເຊີນທຸງຂຶ້ນສູ່ຍອດເສົາ ຕາມດ້ວຍການສະແດງການບິນອາກາດຍານຂອງກອງທັບ ແລະ ການສະແດງເຕັ້ນລຳແບບພື້ນເມືອງຢ່າງສວຍງາມ ຂະນະທີ່ຜູ້ຮ່ວມງານພາກັນຮ່ວມເຕັ້ນລຳກັນຢ່າງມ່ວນຊື່ນ

ການປະກາດເອກະລາດຂອງອິນໂດເນເຊຍມີຂຶ້ນເມື່ອວັນທີ່ 17 ສິງຫາ 2025 ຢູ່ບ້ານພັກຂອງທ່ານຊູການໂນ ຜູ້ນຳຂະບວນການຊາດນິຍົມອິນໂດເນເຊຍ ໃນນະຄອນຫຼວງຈາກາກ່າ ສອງມື້ຫຼັງຈາກຍີ່ປຸ່ນທີ່ຂະນະນັ້ນຍຶດຄອງອິນໂດເນເຊຍຢູ່ ໄດ້ປະກາດຍອມແພ້ສົງຄາມໂລກຄັ້ງທີ່ 2 ຖືເປັນຈຸດເລີ່ມຕົ້ນຂອງຂະບວນການປະຕິວັດແຫ່ງຊາດອິນໂດເນເຊຍທີ່ໃຊ້ການຕໍ່ສູ້ທັງທາງການທູດ ແລະ ການທະຫານນານກວ່າ 4 ປີກັບເນເທີແລນ ຊຶ່ງເປັນເຈົ້າອານານິຄົມອິນໂດເນເຊຍມາຍາວນານ
ຊາວອິນໂດເນເຊຍບາງສ່ວນໃຊ້ເດືອນນີ້ເປັນໂອກາດໃນການສະແດງຄວາມບໍ່ພໍໃຈຕໍ່ລັດຖະບານປຣາໂບໂວທີ່ຊະນະເລືອກຕັ້ງສາບານຕົນຮັບຕຳແໜ່ງເມື່ອເດືອນຕຸລາ ປີກ່ອນ ເນື່ອງຈາກບໍ່ສາມາດແກ້ໄຂບັນຫາເສດຖະກິດ ແລະ ສັງຄົມຕາມທີ່ຮັບປາກໄວ້ໃນການຫາສຽງ ກະແສການຕິດທຸງຂອງກຸ່ມໂຈນສະຫລັດໝວກຟາງ ຊຶ່ງເປັນຕົວລະຄອນເອກໃນການ່ຕູນຍີ່ປຸ່ນຫຼືມັງງະ ແລະ ພາບຍົນການ່ຕູນຍີ່ປຸ່ນຫຼືອານິເມ້ ເລື່ອງວັນພີສ (One Piece) ປະກົດຂຶ້ນໃນຫຼາຍພື້ນທີ່ຕັ້ງແຕ່ຕົ້ນເດືອນ ເນື່ອງຈາກຖືກມອງວ່າເປັນສັນຍາລັກຂອງຄວາມຫວັງ ເສລີພາບ ແລະ ການຕໍ່ຕ້ານລະບອບຜະເດັດການ
ຂະນະດຽວກັນ ສຳນັກງານຮັບມືໄພພິບັດແຫ່ງຊາດຫຼືບີເອັນພີບີ (BNPB) ອອກແຖງການວ່າ ເກີດແຜ່ນດິນໄຫວຂະໜາດ 6 ຈຸດໃຈກາງເລິກລົງໄປພຽງ 10 ກິໂລແມັດທີ່ເມືອງໂປໂຊ ແຂວງສຸລາເວສີກາງ ແຮງສັ່ນສະເທືອນຮູ້ສຶກໄດ້ໃນພື້ນທີ່ໃກ້ຄຽງ ແຜ່ນດິນໄຫວເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ 29 ຄົນ ໃນຈຳນວນນີ້ 2 ຄົນອາການຮ້າຍແຮງ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ