pele - 2025-08-18T101957.256
ເປີດງານເທດສະການຮູບເງົາເອີຣົບຄັ້ງທຳອິດທີ່ແຂວງສະຫວັນນະເຂດ
ຮຽບຮຽງໂດຍ:Pele
ເຜີຍແຜ່: 18 August, 2025
ໝວດ: ຂ່າວ

ງານເທດສະການຮູບເງົາເອີຣົບຄັ້ງທຳອິດ ທີ່ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນຕອນແລງວັນທີ 14 ສິງຫາຜ່ານມາ ທີ່ໂຮງຮູບເງົາລາວຈະເລີນ ນະຄອນໄກສອນພົມວິຫານ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ມາກ ກາລາເຮີ ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ, ທ່ານ ພັອ ລຳຄູນ ວໍລະວົງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ, ມີທ່ານ ປັດ ປັດທະມະຈິດ ກົງສຸນໃຫຍ່ແຫ່ງຣາຊະອານາຈັກໄທປະຈໍາແຂວງ, ພະແນກການອ້ອມຂ້າງຂ້າງ, ບັນດາແຂກທີ່ຖືກເຊີນ, ຕະຫຼອດເຖິງມວນຊົນພາຍໃນແຂວງເຂົ້າຮ່ວມຊົມຢ່າງຫຼວງຫຼາຍ.

 

 

ໂອກາດນີ້, ທ່ານ ມາກ ກາລາເຮີ ໄດ້ກ່າວເປີດງານ ພ້ອມທັງມີຄຳເຫັນຕໍ່ພິທີວ່າ: ຂ້າພະເຈົ້າຮູ້ສຶກຍິນດີເປັນຢ່າງຍິ່ງທີ່ໄດ້ຕ້ອນຮັບທຸກທ່ານເຂົ້າຮ່ວມເທດສະການຮູບເງົາເອີຣົບຄັ້ງທຳອິດທີ່ແຂວງສະຫວັນນະເຂດ. ຊຶ່ງງານດັ່ງກ່າວນີ້, ເກີດຂຶ້ນໄດ້ຍ້ອນການຮ່ວມມືອັນໃກ້ຊິດກັບກົມຮູບເງົາ ກະຊວງວັດທະນະທຳ ແລະ ທ່ອງທ່ຽວ ແລະ ພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງສະຫວັນນະເຂດ.

 

ເທດສະການຄັ້ງນີ້, ເປັນການສະເຫຼີມສະຫຼອງສິລະປະຂອງຮູບເງົາ-ການເລົ່າເລື່ອງ, ຄວາມຄິດສ້າງສັນ ແລະ ປະສົບການຊີວິດ ທີ່ເຊື່ອມໂຍງພວກເຮົາເຂົ້າຫາກັນ, ເທດສະການນີ້ ບໍ່ພຽງແຕ່ເປັນການສາຍຮູບເງົາເທົ່ານັ້ນ, ມັນຍັງເປັນໂອກາດສຳຄັນໃນການສະເຫຼີມສະຫຼອງການພົວພັນຮ່ວມມືທາງການທູດລະຫວ່າງສະຫະພາບເອີຣົບ ແລະ ສປປ ລາວ ຄົບຮອບ 50 ປີ. 50 ປີແຫ່ງມິດຕະພາບ, ການຮ່ວມມື ແລະ ຄວາມເລົາລົບເຊິ່ງກັນ ແລະ ກັນ.

 

 

ສຳລັບງານເທດສະການຮູບເງົາເອີຣົບ ໄດ້ຈັດຂຶ້ນ 2 ວັນ (14-15 ສິງຫາ), ຊຶ່ງມີຮູບເງົາເຂົ້າສາຍທັງໝົດ 5 ເລື່ອງຄື: ວິກກີ້ ແລະ ມິດສະແຕລີ, ເຈົ້າຍິງຕົວນ້ອຍ, ຄວາມງຽບທີ່ງົດງາມ, ພອນສາມຂໍ້ສຳລັບຊິນເດີເລ ແລະ ສາທຸ ປີກະຕ່າຍ. ຮູບເງົາທີ່ນຳມາສາຍຄັ້ງນີ້, ແມ່ນໄດ້ຖ່າຍທອດເລື່ອງລາວວັດທະນະທຳ ແລະ ປະຫວັດສາດອັນຊົງພະລັງຈາກທົ່ວທະວີບເອີຣົບ, ຊຶ່ງຜູ້ເຂົ້າເບິ່ງເຂົ້າຊົມ ແມ່ນບໍ່ໄດ້ເສຍຄ່າ ທີ່ໂຮງຮູບເງົາລາວຈະເລີນ, ໂດຍຮູບເງົາທັງໝົດ ແມ່ນຈະຖືກບັນຍາຍເປັນພາສາອັງກິດ ແລະພາສາລາວ.

 

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 20 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,494
21,770
thailand (1)
THB
661.11
671.29
european-union
EUR
24,091
24,573
china
CNY
2,915
2,973
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-08-20T111617.259
ຄະນະຜູ້ແທນເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ
pele - 2025-08-20T100635.516
ສຳເລັດການຝຶກອົບຮົມດົນຕີພື້ນເມືອງລາວ, ສຽງແຄນລາວ, ດົນຕີພື້ນບ້ານ
_cover - 2025-08-18T162202.386
ແຈ້ງການ ປິດນ້ຳປະປາຊົ່ວຄາວ ວັນທີ 19 ສິງຫາ 2025 ຂອບເຂດພື້ນທີ່ບ້ານ ໂພນສະຫວ່າງ, ເມືອງ ຈັນທະບູລີ ແລະ ເຂດໃກ້ຄຽງ
_cover - 2025-08-18T155432.824
ການບໍ່ຖູແຂ້ວກ່ອນນອນ ອາດເພີ່ມຄວາມສ່ຽງຕໍ່ໂລກຫົວໃຈ ອ້າງອີງຈາກບົດຄົ້ນຄ້ວາປະເທດຢີ່ປຸ່ນ
pele - 2025-08-18T154019.544
ເລືອກຕັ້ງຄະນະບໍລິຫານງານສະມາຄົມນັກສຶກສາລາວຮຽນຈາກຈີນ
pele - 2025-08-18T151419.969
ສຂຈ ຈັດການສອບເສັງຄັດເລືອກນັກສຶກສາ ສາຂາຄູພາສາຈີນ
pele - 2025-08-18T135756.072
ເສີມສ້າງທັກສະໃຫ້ພະນັກງານແນວລາວສ້າງຊາດ ຢູ່ ສປ ຈີນ
site cover1 (81)
Samsung ແລ່ນຕາມ iPhone ໃນສະຫະລັດ ກະຕຸ້ນກະແສມືຖືຫນ້າຈໍພັບໄດ້
pele - 2025-08-18T112120.219
ສົ່ງຄະນະເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 14 ທີ່ປະເທດ ຟີລິບປິນ
pele - 2025-08-18T105103.677
ມອບ-ຮັບລາງວັນ ປະກວດຊາວໜຸ່ມດີເດັ່ນຄັ້ງທຳອິດ ຂອງ ສປປ ລາວ
ຢ່າລື່ມກົດຕິດຕາມ