pele - 2025-08-18T135756.072
ເສີມສ້າງທັກສະໃຫ້ພະນັກງານແນວລາວສ້າງຊາດ ຢູ່ ສປ ຈີນ
ຮຽບຮຽງໂດຍ:Pele
ເຜີຍແຜ່: 18 August, 2025
ໝວດ: ຂ່າວ

ຊຸດເຝິກອົບຮົມພະນັກງານແນວລາວສ້າງຊາດ ໄດ້ເປີດຂຶ້ນ ໃນວັນທີ 16 ສິງຫາ 2025 ເຊິ່ງຫົວໜ້າຄະນະຝ່າຍລາວ ນຳໂດຍທ່ານ ວັນນາ ແກ້ວສັນຕິ ກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດ ແຂວງອຸດົມໄຊ ພ້ອມດ້ວຍພະນັກງານແນວລາວສ້າງຊາດ ຂັ້ນສູນກາງ ແລະ ທ້ອງຖິ່ນ ຈຳນວນ 30 ທ່ານ ຍິງ 13 ທ່ານ ເປັນກຽດເຂົ້າຮ່ວມພິທີເປີດ ໂດຍທ່ານ Zeng Yu Gang ຫົວໜ້າພະແນກສູນຮ່ວມມືສາກົນ ຄະນະກຳມະການພັດທະນາ ແລະ ປະຕິຮູບ ແຫ່ງ ສປ ຈີນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ ທີ່ໂຮງແຮມ Fenghui ນະຄອນຫຼວງປັກກິ່ງ ສປ ຈີນ.

 

 

ເນື້ອໃນການເຝິກອົບຮົມຄັ້ງນີ້ ໂດຍໄດ້ຮັບການມອບໝາຍຈາກກະຊວງການຄ້າ ສປ ຈີນ ເຊິ່ງປະກອບມີຫົວຂໍ້ທົ່ວໄປ ແລະ ຫົວຂໍ້ສະເພາະ ເຊັ່ນ: ການແນະນຳສະພາບຂອງ ສປ ຈີນ ແນວຄວາມຄິດເສດຖະກິດ ຂອງສີຈິ້ນຜິງ ຄວາມທັນສະໄໝແບບຈີນ ປະສົບການ ແລະ ຄວາມຮູ້ໃນໄລຍະສີ່ສິບປີ ຂອງການປະຕິຮູບ ແລະ ເປີດປະຕູສູ່ໂລກ ຂອງຈີນ ສະພາບລວມ ຂອງສະພາທີ່ປຶກສາການເມືອງທົ່ວປະເທດຈີນ ການປັບປຸງລະບົບການຄຸ້ມຄອງຂອງພັກ ແລະ ລັດ ຕຳແໜ່ງຍຸດທະສາດ ວິທີການຂັ້ນຕອນ ແລະ ເນື້ອໃນຫຼັກແຜນການພັດທະນາ ຂອງຈີນ ວຽກງານຄົ້ນຄວ້າພິເສດ ແລະ ວຽກງານສະເໜີ ຂອງສະພາທີ່ປຶກສາການເມືອງທົ່ວປະເທດຈີນ ພ້ອມນີ້ ສຳມະນາກອນ ຈະໄດ້ໄປທັດສະນະສຶກສາຢ້ຽມຢາມເຂດປະຫວັດສາດ ວັດທະນະທຳ ຢ້ຽມຢາມກຸ່ມບໍລິສັດອຸດສາຫະກຳເຄື່ອງຈັກ ແລະ ການພັດທະນາ ເຄື່ອງຈັກ ກະສິກຳ ພາຍໃນນະຄອນຫຼວງປັກກິ່ງ ເມືອງເຊີນເຈິ້ນ ແຂວງກວາງຕູ້ງ ແລະ ເມືອງເຊຍເມີນ ແຂວງຟູຈ້ຽນ ເຊິ່ງໄລຍະການເຝິກອົບຮົມ ລະຫວ່າງ ວັນທີ 16-29 ສິງຫາ 2025.

 

 

ການເຝິກອົບຮົມຄັ້ງນີ້ ເປັນການເພີ່ມທະວີການຮ່ວມມື ໃນຂົງເຂດການພັດທະນາຊັບພະຍາກອນມະນຸດ ລະຫວ່າງ ສປປ ລາວ ແລະ ສປ ຈີນ ກໍ່ຄືການເສີມສ້າງສາຍພົວພັນມິດຕະພາບ ລະຫວ່າງ ສອງຊາດ ລາວ-ຈີນ ໃຫ້ມີຄວາມແໜ້ນແຟນຍິ່ງຂຶ້ນ ເວົ້າລວມ ເວົ້າສະເພາະ ເປັນການຈັດຕັ້ງຜັນຂະຫຍາຍຕາມບົດບັນທຶກຊ່ວຍຈຳ ລະຫວ່າງ ຄະນະກຳມະການ ສນຊ ແລະ ຄະນະກຳມະການ ສະພາທີ່ປຶກສາການເມືອງທົ່ວປະເທດຈີນ ສະບັບລົງ ວັນທີ 22 ມັງກອນ 2024 ໃຫ້ໄດ້ຮັບໝາກຜົນສຳເລັດ.

 

 

ຂ່າວ,ພາບ: ສນຊ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ