ກອງປະຊຸມສ້າງຕັ້ງສະມາຄົມນັກສຶກສາລາວຮຽນຈາກ ສປ ຈີນ (ສນລຈ) ເພື່ອພັດທະນາເສດຖະກິດ-ສັງຄົມຈັດຂຶ້ນວັນທີ 16 ສິງຫາ 2025 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍເປັນປະທານ ຂອງທ່ານ ກູຢ່າງ ຈືບໍ່ ຮອງຫົວໜ້າກົມພັດທະນາບໍລິຫານລັດຄະນະຈັດຕັ້ງສູນກາງພັກ ແລະ ທ່ານ ໄຊຊະນະ ສິດທິພອນ ຫົວໜ້າຄະນະຂົນຂວາຍການສ້າງຕັ້ງສະມາຄົມນັກສຶກສາລາວຈາກຈີນ ມີບັນດາອະດີດນັກສຶກສາລາວທີ່ຮຽນຈົບຈາກຈີນ ນັກສຶກສາລາວທີ່ກຳລັງຮຽນຢູ່ຈີນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ໄດ້ເປັນເອກະສັນກັນຮັບຮອງເອົາແຜນການເຄື່ອນໄຫວຂອງສະມາຄົມແຕ່ປີ 2025-2030 ພ້ອມປະຊາມະຕິຮັບຮອງເອົາຄະນະບໍລິຫານຂອງສະມາຄົມນັກສຶກສາລາວຈາກຈີນເພື່ອພັດທະນາເສດຖະກິດ-ສັງຄົມ 5 ທ່ານ ແລະ ຄະນະກວດກາ 3 ທ່ານຄື:ທ່ານ ໄຊຊະນະ ສິດທິພອນ ເປັນປະທານຄະນະບໍລິຫານງານ ທ່ານ ວາລະໄຊ ເລັ່ງສະຫວັດ ແລະ ທ່ານ ນາງ ວິໄລວອນ ຈັນທະລາຕີ ເປັນຮອງປະທານ ທ່ານ ບຸນເພັງ ສີບຸນເຮືອງ ແລະ ທ່ານ ນາງ ອໍລະໄທ ສັນຕິຄົງຄາ ເປັນຄະນະ ພ້ອມນີ້ໄດ້ຮັບຮອງເອົາຄະນະກວດກາ 3 ທ່ານຄື:ທ່ານ ສົມບູນ ສຸກທະວີ ເປັນປະທານກວດກາ ທ່ານ ສີສຸລາດ ລາດ ສະສີສິນ ແລະ ທ່ານ ນາງ ສົມພາວັນ ທຳມະສັກ ເປັນຄະນະກວດກາ.
ໃນຕອນທ້າຍກອງປະຊຸມຍັງໄດ້ຮັບຟັງຄໍາເຫັນໂອ້ລົມຈາກທ່ານ ກູຢ່າງ ຈືບໍ່ ໂດຍໄດ້ເນັ້ນບາງບັນຫາສໍາຄັນເພື່ອໃຫ້ຄະນະສະມາຄົມນັກສຶກສາລາວ ຈາກຈີນນໍາໄປຈັດຕັ້ງຜັນຂະຫຍາຍເປັນແຜນງານລະອຽດ ເປັນເຂັມທິດເຍືອງທາງໃນການກຳນົດທິດທາງດໍາເນີນງານໃນຕໍ່ໜ້າ ເພື່ອຮັບປະກັນການປະຕິບັດໜ້າທີ່ພາລະບົດບາດຂອງສະມາຄົມ ໃຫ້ມີຜົນງານປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດລາວຢ່າງບໍ່ຢຸດຢັ້ງ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |