pele - 2025-08-20T111617.259
ຄະນະຜູ້ແທນເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ
ຮຽບຮຽງໂດຍ:Pele
ເຜີຍແຜ່: 20 August, 2025
ໝວດ: ຂ່າວ

ໂດຍປະຕິບັດຕາມແຜນການຮ່ວມມືແລກປ່ຽນບົດຮຽນ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ກັບ ຄະນະພັກກອມມູນິດເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ປະຈໍາປີ 2025. ຄະນະຜູ້ແທນ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ນໍາໂດຍ ສະຫາຍ ໂຈ ຢີ້ເຈ ກໍາມະການປະຈໍາພັກ ເລຂາທິການພັກ ຫົວໜ້າຫ້ອງວ່າການເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ພ້ອມດ້ວຍຄະນະທັງໝົດ 6 ສະຫາຍ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 18-21 ສິງຫາ 2025.

 

 

ໃນຕອນບ່າຍ ວັນທີ 19 ສິງຫານີ້, ສະຫາຍ ໂຈ ຢີ້ເຈ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິ ການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ໃນໂອກາດດັ່ງກ່າວ ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມຊົມເຊີຍການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງຄະນະໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຍຸດທະສາດ ຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ເວົ້າລວມ, ໂດຍສະເພາະ ລະຫວ່າງ ສປປ ລາວ ກັບເຂດກວາງຊີ ໃຫ້ໄດ້ຮັບການຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ຕີລາຄາສູງ ຕໍ່ການພົວພັນຮ່ວມມືສອງຝ່າຍ ສປປ ລາວ ກັບ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີທີ່ໄດ້ມີມູນເຊື້ອການພົວພັນ, ແລກປ່ຽນການໄປມາຫາສູ່ລະຫວ່າງການນໍາຂັ້ນສູງຂອງສອງຝ່າຍຢ່າງເປັນປົກກະຕິ, ການຊ່ວຍເຫຼືອໃນການຝຶກອົບຮົມກໍ່ສ້າງພະນັກງານລາວຢູ່ຈີນຂອງພັກກອມມູນິດຈີນ, ກໍຄືອໍານາດການປົກຄອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີໃຫ້ແກ່ ສປປ ລາວ.ຍິນດີສືບຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ກະສິກໍາແລະ ຂົງເຂດອື່ນໆລະຫວ່າງ ສປປ ລາວ ກັບເຂດກວາງຊີໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ເຂົ້າສູ່ລວງເລິກເປັນກ້າວໆ. ພ້ອມທັງສະໜັບສະໜູນ ແລະ ເຂົ້າຮ່ວມໃນການຈັດງານວາງສະແດງສິນຄ້າຈີນ-ອາຊຽນທີ່ຝ່າຍຈີນເປັນເຈົ້າພາບຈັດຂຶ້ນໃນທ້າຍປີນີ້.

 

 

ສະຫາຍ ໂຈ ຢີ້ເຈ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ບຸນທອງ ຈິດມະນີ ທີ່ໄດ້ໃຫ້ກຽດຕ້ອນຮັບຄະນະ ແລະ ໄດ້ແຈ້ງສະພາບພົ້ນເດັ່ນຂອງ ສປ ຈີນ ໃຫ້ຊາບ, ຕີລາຄາສູງ ການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ, ພ້ອມທັງໄດ້ສະເໜີບາງທິດທາງແຜນການໃນຕໍ່ໜ້າໃນການສືບຕໍ່ຈັດຕັ້ງປະຕິ ບັດບັນດາເນື້ອໃນຈິດໃຈທີ່ການນຳຂັ້ນສູງສອງພັກ, ສອງລັດ ໄດ້ຕົກລົງເປັນເອກະພາບກັນໃນໄລຍະຜ່ານມາໃນການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ແລະ ແຜນການຮ່ວມມື ລະຫວ່າງ ສອງພັກ ກໍຄືແຜນການຮ່ວມມືສະບັບໃໝ່ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຄະນະພັກກອມມູນິດ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ໃຫ້ມີປະສິດທິຜົນສູງກວ່າເກົ່າ.

 

 

ໃນໂອກາດມາຢ້ຽມຢາມ ສປປ ລາວ ຄັ້ງນີ້, ສະຫາຍ ໂຈ ຢິ້ເຈ ພ້ອມດ້ວຍຄະນະ ຍັງໄດ້ພົບປະເຮັດວຽກກັບ ສະຫາຍ ວາລະໄຊ ເລັ່ງສະຫວັດ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ພົບປະເຮັດວຽກກັບຄະນະນໍາ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ພ້ອມນັ້ນ ຄະນະຍັງໄດ້ເດີນທາງໄປ ຢ້ຽມຢາມແຂວງຫຼວງພະບາງ ແລະ ພົບປະກັບການນໍາແຂວງຫຼວງພະບາງຕື່ມອີກ.

 

(ຂ່າວ: ຄຕພ; ພາບ: ສຳນານ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 10 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.10
685.56
european-union
EUR
24,207
24,691
china
CNY
2,946
3,005
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-10T100905.860
ທ່ານ ບຸນໂຈມ ອຸບົນປະເສີດ ຊຸກຍູ້ການຮຽນ-ການສອນ, ຮ່ວມພິທີໄຂສົກຮຽນໃໝ່ຢູ່ເມືອງເຊໂປນ
pele - 2025-09-10T093335.512
ເລີ່ມປະຕິບັດໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງຢູ່ 18 ບ້ານ ແຂວງເຊກອງ
jane (16)
ເຜີຍແຜ່ຜົນວິເຄາະການເປັນຕົວແທນ ຂອງເພດຍິງ ແລະ ຄວາມສະເໝີພາບຍິງ-ຊາຍຈັດຂຶ້ນໃນວັນທີ 9 ກັນຍາ 2027 ຢູ່ສະພາ ແຫ່ງຊາດ
pele - 2025-09-09T155938.511
ອາສາສະໝັກ ລັດວິສາຫະກິດສະໜາມບິນ ເກົາຫຼີ ຮ່ວມຈັດກິດຈະກຳກັບນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ
jane (16)
ສານໄທ ຕັດສິນໃຫ້ ທ່ານ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີ ຈຳຄຸກ 1 ປີ
jane (15)
ອົງການອະນາໄມໂລກ ປະກາດຢຸດຕິພາວະສຸກເສີນການລະບາດຂອງພະຍາດໝາກສຸກລິງ
jane (14)
ເກີດແຜ່ນດິນໄຫວຢູ່ບັນດາປະເທດໃກ້ຄຽງ
jane (13)
ເປີດໄຟນອນ ຂັດຂວາງການຫຼັ່ງເມລາໂທນິນ ກະທົບຄຸນນະພາບການນອນ ສຸຂະພາບພັງ
jane (12)
ທ່ານ ຊິເງຣຸ ອິຊິບະ ນາຍົກລັດຖະມົນຕີ ຍີ່ປຸ່ນ ລາອອກຈາກຕຳແໜ່ງ ຫວັງຫລຸດຄວາມຂັດແຍ່ງພາຍໃນພັກ ແລະ ເປີດທາງໃຫ້ເລືອກຫົວໜ້າພັກຄົນໃໝ່
jane (11)
ເບິ່ງດວງປະຈຳວັນອັງຄານ ທີ 9 ກັນຍາ 2025 ສຳລັບທ່ານທີ່ເກີດໃນແຕ່ລະວັນ
ຢ່າລື່ມກົດຕິດຕາມ