ພິທີເປີດໂຄງການກໍ່ສ້າງທາງເບຕົງເສີມເຫຼັກ ເສັ້ນທາງຫຼວງແຫ່ງຊາດ ເລກທີ 11 ອີ ເລີ່ມຈາກທາງເບຕົງແຈວັດບ້ານນາແກ ໄປຫາ ຫົວຂົວຫ້ວຍໝອງເດີ່ນ ຈຸດກ້ອງຂົວມິດຕະພາບລາວ-ໄທ ແຫ່ງທີ II (ສະຫວັນະເຂດ-ມຸກດາຫານ) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 20 ສິງຫານີ້, ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ມີຖືກເຊີນ ແລະ ແມ່ປະຊາຊົນບ້ານອ້ອມຂ້າງເຂົ້າຮ່ວມ.
ທ່ານ ຄຳຜຸຍ ສີບຸນເຮືອງ ເລຂາພັກນະຄອນໄກສອນພົມວິຫານ ໄດ້ໃຫ້ສຳພາດຕໍ່ນັກຂ່າວແຂວງວ່າ: ໂຄງການກໍ່ສ້າງທາງເບຕົງເສີມເຫຼັກ ເສັ້ນທາງຫຼວງແຫ່ງຊາດ ເລກທີ 11 ອີ ເລີ່ມຈາກທາງເບຕົງແຈວັດນາແກ ບ້ານນາແກ ໄປຫາ ຫົວຂົວຫ້ວຍໝອງເດີ່ນ ຈຸດກ້ອງຂົວມິດຕະພາບລາວ-ໄທ ແຫ່ງທີ II ມີລວງຍາວທັງໝົດ 850 ແມັດ, ກວ້າງ 7 ແມັດ, ຄວາມໜາ 20 ຊັງຕີແມັດ ມູນຄ່າການກໍ່ສ້າງທັງໝົດ 2.52 ຕື້ກວ່າກີບ, ໂດຍແມ່ນທຶນປະກອບສ່ວນຈາກນະຄອນໄກສອນພົມວິຫານ, ພໍ່ແມ່ປະຊາຊົນ, ບັນດາບໍລິສັດແຮ່-ຊາຍ, ບໍລິສັດຫ້າງຮ້ານ ແລະ ສາງກະທຽມພາຍໃນນະຄອນໄກສອນພົມວິຫານ, ຊຶ່ງຮັບເໝົາ ໂດຍບໍລິສັດສະຫວັນຄໍາກໍ່ສ້າງຂົວທາງ ແລະ ຊົນລະປະທານ ຈຳກັດຜູ້ດຽວ.
ໂຄງການກໍ່ສ້າງທາງດັ່ງກ່າວ, ເປັນເສັ້ນທາງລຽບແຄມແມ່ນ້ຳຂອງ, ຊຶ່ງໃນໄລຍະຜ່ານມາ, ເສັ້ນທາງເຂດດັ່ງກ່າວ ແມ່ນເປ້ເພ, ເປັນບວກເປັນຂຸມ. ດັ່ງນັ້ນ, ການນຳຂັ້ນສູງຂອງແຂວງ ໄດ້ມີຄວາມເປັນຫ່ວງເປັນໄຍ ແລະ ຊີ້ນຳນະຄອນໄກສອນພົມວິຫານ ສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເພື່ອກໍ່ສ້າງ-ສ້ອມແປງເສັ້ນທາງດັ່ງກ່າວນີ້ຄືນໃໝ່.
ໂອກາດນີ້ ທ່ານ ຄຳຜຸຍ ສີບຸນເຮືອງ ຍັງໄດ້ຮຽກຮ້ອງໃຫ້ບັນດາບໍລິສັດຫ້າງຮ້ານ ແລະ ປະຊາຊົນ ຈົ່ງພ້ອມກັນປະກອບສ່ວນທຶນຮອນຕາມທ່າແຮງ ເພື່ອສ້າງເສັ້ນທາງຕ່າງໆໃນເຂດນະຄອນໄກສອນພົມວິຫານ ໃຫ້ເປັນເສັ້ນທາງທີ່ແໜ້ນໜາຖາວອນ, ທຽວໄປມາໄດ້ສະດວກສະບາຍ ແລະ ພ້ອມກັນປະດັບປະດາ, ຮັກສາຄວາມສະອາດ ຕາມບ້ານເຮືອນຂອງຕົນ ຕາມທິດ 5 ສ ຂອງນະຄອນ ເພື່ອປະກອບສ່ວນໃນການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ X ອົງຄະນະພັກແຂວງສະຫວັນນະເຂດ ໃຫ້ເປັນຂະບວນການທີ່ຟົດຟື້ນ ແລະ ມີຜົນງານຢ່າງຫຼວງຫຼາຍ.
(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,490 | 21,766 |
![]() THB | 660.02 | 670.18 |
![]() EUR | 24,038 | 24,518 |
![]() CNY | 2,911 | 2,969 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |