ງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ຕະຫຼາດນັດມວນຊົນ ຫຼື ໂລະລາດ ທີ່ເມືອງມໍລະດົກໂລກຫຼວງພະບາງ ປີນີ້ ກົງກັບວັນທີ 22 ສິງຫາ 2025 ໂດຍໃຫ້ກຽດຕັດແທບຜ້າ ເປີດງານຕະຫຼາດນັດມວນຊົນແມ່ນທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ແລະທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍການນຳຂັ້ນແຂວງ, ເມືອງ, ນະຄອນພ້ອມດ້ວຍມວນຊົນທັງພາຍໃນ ແລະຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫລາຍ.
ຕະຫຼາດນັດມວນຊົນແມ່ນໄດ້ເປີດຂຶ້ນທີ່ເສັ້ນທາງກາງເມືອງ ໂດຍເລີ່ມຈາກສາມແຍກ ຫໍພິພິທະພັນເບື້ອງເໜືອ ບ້ານຈູມຄ້ອງ ເສັ້ນທາງສີສະຫວ່າງວົງ ຫາສາມແຍກພະແນກໂຍທາທິການ ແລະຂົນສົ່ງ, ປະຊາຊົນໄດ້ນຳເອົາເຄື່ອງອຸປະໂພກ, ບໍລິໂພກ, ເຄື່ອງຫັດຖະກຳ, ອຸດສາຫະກຳ, ເຄື່ອງນຸ່ງຫົ່ມ, ເຄື່ອງປ່າຂອງດົງ, ເຄື່ອງໃຊ້ໃນຄົວເຮືອນ, ອາຫານ-ເຄື່ອງກິນດື່ມ ແລະ ໝາກໄມ້ຊະນິດຕ່າງໆ ທີ່ນຳມາປະກອບເປັນເຂົ້າຫໍ່ໂປ້ ຫຼື ເຂົ້າປະດັບດິນ ມາວາງຂາຍ.
ພາຍຫຼັງສຳເລັດການໂລະລາດ ປະຊາຊົນບັນດາເຜົ່າ ຈະໄດ້ກະກຽມເຄື່ອງວັດຖຸທານ ເປັນຕົ້ນ ເຮັດເຂົ້າຕົ້ມ-ເຂົ້າໜົມ ພິເສດແມ່ນການເຮັດເຂົ້າຫໍ່ໂປ້ ຫຼື ຫໍ່ເຂົ້າປະດັບດີນ ໃນມື້ແຮມ 14 ຄໍ່າ ກົງກັບ ວັນທີ 23 ສິງຫາ ເຊີ່ງເປັນມື້ບຸນຫໍ່ເຂົ້າປະດັບດິນ, ເລີ່ມແຕ່ຕອນເຊົ້າ ເວລາ 6 ໂມງເຊົ້າ ການນໍາພັກ-ລັດ ຈະໄດ້ຮ່ວມກັນໃສ່ບາດແດ່ພຣະສົງ ສາມະເນນ ທີ່ໜ້າວັດແສນສຸຂາຣາມ ແລະວັດຕ່າງໆ ຈາກນັ້ນ ຈະໄດ້ເຕົ້າໂຮມແຂກ-ມວນຊົນ ແລະ ເຮືອຊ່ວງທີ່ເຂົ້າຮ່ວມແຂ່ງຂັນ ທີ່ຜາມໄຊເຮືອຊ່ວງ ບ້ານຊຽງທອງ-ຄີລີ ເພື່ອຈັດງານບຸນຊ່ວງເຮືອປະເພນີ ແລະ ດຳເນີນການຊ່ວງເຮືອ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,490 | 21,766 |
![]() THB | 660.02 | 670.18 |
![]() EUR | 24,038 | 24,518 |
![]() CNY | 2,911 | 2,969 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |