ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ປະກາດປັບປຸງກົງຈັກການຈັດຕັ້ງ, ຍົກຍ້າຍ, ສ້າງຕັ້ງ ແລະ ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກ, ຫົວໜ້າ, ຮອງຫົວໜ້າຫ້ອງການ ແລະ ອົງການອ້ອມຂ້າງເມືອງ ຂຶ້ນໃນວັນທີ 22 ສິງຫາ 2025 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ຄໍາປຸ່ນ ນວນສະບັບ ເລຂາຄະນະບໍລິຫານງານພັກເມືອງ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ລັດວິສາຫະກິດ, ດ່ານສາກົນ, ພະນັກງານ-ລັດຖະກອນ ແລະ ນາຍບ້ານເທດສະບານເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ ໄດ້ຜ່ານມະຕິ ຂອງສະພາປະຊາຊົນແຂວງ ສະບັບເລກທີ 49/ສພຂ ວ່າດ້ວຍການຮັບຮອງການປັບປຸງກົງຈັກການຈັດຕັ້ງ, ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກເມືອງ ວ່າດ້ວຍການຍຸບໜ່ວຍພັກຮາກຖານຫ້ອງການຕ່າງໆ ທີ່ຖືກຍຸບ, ໂຮມ (ຄະນະຈັດຕັ້ງເມືອງ, ຫ້ອງການພາຍໃນເມືອງ, ຫ້ອງການແຜນການ ແລະ ການລົງທຶນເມືອງ, ຫ້ອງການ-ການເງິນເມືອງ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ, ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງ), ມະຕິຕົກລົງ ຂອງຄະນະປະຈໍາພັກເມືອງ ວ່າດ້ວຍການສ້າງຕັ້ງໜ່ວຍພັກໃໝ່. ຈາກນັ້ນ, ສະຫາຍ ນາງ ມະນີວັນ ກັນດີ ກຳມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານຂໍ້ຕົກລົງ ຂອງປະທານຄະນະກໍາມະການປົກຄອງເມືອງ ວ່າດ້ວຍການຮັບຮອງເອົາກົງຈັກການຈັດຕັ້ງ ຫ້ອງການທີ່ໂຮມເຂົ້າກັນ, ຜ່ານແຈ້ງການ ຂອງປະທານຄະນະກໍາມະການປົກຄອງເມືອງ ລຸລ່ວງພະນັກງານ-ລັດຖະກອນທີ່ມີອາຍຸ 57-60 ປີ ລໍຖ້າກະກຽມປະກອບເອກະສານຮັບອຸດໜູນບໍານານ, ຂໍ້ຕົກລົງ ຂອງປະທານຄະນະກໍາມະການປົກຄອງເມືອງ ວ່າດ້ວຍການຍົກຍ້າຍພະນັກງານ ໄປຮັບໜ້າທີ່ຢູ່ຂະແໜງການອື່ນ (ບັນດາຫ້ອງການຕ່າງໆພາຍໃນເມືອງ), ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 470 ວ່າດ້ວຍການຮັບຮອງເອົາປະທານຄະນະກວດກາພັກເມືອງແກ່ນທ້າວ ເຊິ່ງໄດ້ຮັບຮອງເອົາສະຫາຍ ສິງຄໍາ ຈັນທິຮັກ ກໍາມະການພັກເມືອງ, ຫົວໜ້າຫ້ອງວ່າການເມືອງແກ່ນທ້າວ ເປັນປະທານຄະນະກວດກາພັກເມືອງແກ່ນທ້າວ, ມະຕິຕົກລົງ ຂອງຄະນະປະຈໍາພັກເມືອງ ວ່າດ້ວຍການແຕ່ງຕັ້ງຄະນະໜ່ວຍພັກທີ່ສ້າງຕັ້ງໃໝ່, ຜ່ານຂໍ້ຕົກລົງ ຂອງປະທານຄະນະກໍາມະການປົກຄອງເມືອງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຫົວໜ້າຫ້ອງການ ເຊິ່ງໄດ້ແຕ່ງຕັ້ງທ່ານ ນາງ ມະນີວັນ ກັນດີ ເປັນຫົວໜ້າຄະນະຈັດຕັ້ງເມືອງ, ທ່ານ ສັນຕິພາບ ປັນຍາສີ ເປັນຫົວໜ້າຫ້ອງວ່າການເມືອງ, ທ່ານ ກອງທ່ຽນ ໄຊຍະພອນ ເປັນຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ, ທ່ານ ບຸນຊູ ບຸນພັກດີ ເປັນຫົວໜ້າຫ້ອງການ-ການເງິນເມືອງ, ທ່ານ ນາງ ເຂັມທອງ ຈິນດາມະນີ ເປັນຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ຜ່ານຂໍ້ຕົກລົງ ຂອງປະທານຄະນະກໍາມະການປົກຄອງເມືອງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຮອງຫົວໜ້າຫ້ອງການ ເຊິ່ງໄດ້ແຕ່ງຕັ້ງ ທ່ານ ຊາ ຈັນທະວົງ ແລະ ທ່ານ ອານຸລັກ ພິມສະຫວັດ ເປັນຮອງຫົວໜ້າຄະນະຈັດຕັ້ງເມືອງ, ແຕ່ງຕັ້ງທ່ານ ສາຍລົມ ສີປະມວນ ແລະ ທ່ານ ນາງ ຈັນມາລີ ແສນພັນສິລິ ເປັນຮອງຫົວໜ້າຫ້ອງການ-ການເງິນເມືອງ, ແຕ່ງຕັ້ງທ່ານ ນິວຽງ ທໍາມະຈິດ, ທ່ານ ບຸນປອນ ຈັນສະຫວ່າງ ແລະ ທ່ານ ຄໍາຜິວ ລາວັນຈັນຕາ ເປັນຮອງຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ, ແຕ່ງຕັ້ງທ່ານ ຄໍາສຸລິ ສີແສງລັດ ແລະ ທ່ານ ພອນປະເສີດ ພົມສີ ເປັນຮອງຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ແລະ ຜ່ານຂໍ້ຕົກລົງ ຂອງປະທານຄະນະກໍາມະການປົກຄອງເມືອງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າໜ່ວຍງານ ຕື່ມອີກ.
ຂ່າວ: ແກ່ນທ້າວ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,517 | 21,794 |
![]() THB | 658.52 | 668.66 |
![]() EUR | 23,871 | 24,349 |
![]() CNY | 2,917 | 2,975 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |