site cover1 (88)
ມາກ ມາເກັຊ ຟອມເດັ່ນຕໍ່ເນື່ອງ! ຄວ້າແຊ້ມ ໂມໂຕຈີພີ 7 ສະໜາມຕິດຕໍ່ກັນ
ຮຽບຮຽງໂດຍ:kaling
ເຜີຍແຜ່: 27 August, 2025
ໝວດ: ກິລາ
ການແຂ່ງຂັນລົດຈັກທາງລຽບຊິງແຊ້ມໂລກ ໂມໂຕຈີພີ ປະຈຳປີ 2025 ສະໜາມທີ 14 ລາຍການ 🇭🇺 ຮັງກາຣ້ຽນ ກຣັງປຣີ ທີ່ສະໜາມ Balaton Park Circuit, ປະເທດຮັງກາຣີ (ຮົງກາຣີ) ໃນທ້າຍອາທິດຜ່ານມາ ມີຄວາມຍາວຕໍ່ຮອບ 4.075 ແມັດ ແຂ່ງ 26 ຮອບ.
✅ ປະກົດວ່າ: 🇪🇸 ມາກ ມາເກັຊ ແຊ້ມໂລກ 6 ສະໄໝ ຊາວສະເປນ (ແອັສປາຍ) ຈາກທີມດູຄາຕິ ຜົນງານດີຕໍ່ເນື່ອງ ອອກໂຕເປັນຄົນທຳອິດ ແລະ ພາລົດຄູ່ໃຈເຂົ້າເສັ້ນໄຊເປັນຄົນທຳອິດ ດ້ວຍເວລາ 42 ນາທີ 37.681 ວິນາທີ ເອົາຊະນະ 🇪🇸 ເປໂດຣ ອາຄັອສຕ້າ ເພື່ອນຮ່ວມຊາດ ຈາກທີມ ເຄທີເອັມ 4.314 ວິນາທີ, ໄດ້ແຊ້ມ 7 ສະໜາມຕິດຕໍ່ກັນ ເຮັດໄດ້ເປັນຄັ້ງທີສອງ ຕໍ່ຈາກປີ 2014 ແລະ ເປັນແຊ້ມສະໜາມທີ 10 ຈາກ 14 ສະໜາມໃນປີນີ້.
✅ ທີ 3 ເປັນຂອງ 🇮🇹 ມາຣໂກ້ ເບັຊເຊັກຊີ້ ນັກຂັບຊາວອີຕາລີ ຈາກທີມ ອາພີເລຍ ຕາມຫລັງ 7.488 ວິນາທີ.
✅ ຂະນະທີ່ 🇮🇹 ຟຣານເຊັສໂກ້ ແບັກໄນອາ (ບານາຢ້າ) ແຊ້ມໂລກ 2 ສະໄໝ ຊາວອີຕາລີ ຈາກທີມດູຄາຕິ ຈົບທີ 9.
✅ ທາງດ້ານ 🇪🇸 ຈໍເກ້ ມາຣຕິນ ແຊ້ມເກົ່າ ຊາວແອັສປາຍ ຈາກທີມ ອາພີເລຍ ກັບມາແຂ່ງຂັນເປັນສະໜາມທີສອງໃນປີນີ້ ພາຍຫລັງຫາຍດີຈາກການເກີດອຸບັດເຫດ ຜົນງານດີ ອອກໂຕຄົນທີ 16 ແຕ່ຈົບອັນດັບທີ 4.
✅ ສ່ວນ 🇫🇷 ຟາບີໂອ ກົວຕາຣາໂຣ້ ຊາວຝຣັ່ງ ແຊ້ມໂລກປີ 2021 ຈາກຄ້າຍ Monster Yamaha ຈົບອັນດັບທີ 10, ສ່ວນ 🇪🇸 ອາເລັກ ມາເກັຊ ນ້ອງຊາຍ ມາກ ມາເກັຊ ຈົບທີ 14.
ສຳລັບ ການ Sprint ໄລຍະສັ້ນ 13 ຮອບ 🇪🇸 ມາກ ມາເກັຊ ກໍໄດ້ອັນດັບໜຶ່ງ ເກັບເພີ່ມອີກ 12 ຄະແນນ, ທີ 2 🇮🇹 ຟາບີໂອ ດີ ຈານນານໂຕນີໂອ, ທີ 3 🇮🇹 ຟຣັງໂກ້ ມໍຣບີເດວລີ້.
✅ ສະຫລຸບຄະແນນນັກຂັບຜ່ານໄປ 14 ສະໜາມ ສອງອ້າຍນ້ອງ ມາກ ແລະ ອາເລັກ ມາເກັຊ ຢູ່ແຖວໜ້າ, ມາກ ເປັນຜູ້ນຳ ມີ 455 ຄະແນນ, ນຳນ້ອງຊາຍ ອາເລັກ ເຖິງ 175 ຄະແນນ ໂອກາດເປັນແຊ້ມໂລກສົດໃສ, ທີ 3 ບານາຢ້າ ມີ 228 ຄະແນນ.
✅ ທີມຜູ້ສ້າງ ທີມນຳແມ່ນຄ້າຍ ດູຄາຕິ ມີ 504 ຄະແນນ, ທີສອງ ອາພີເລຍ ມີ 228 ຄະແນນ, ທີ 3 ເຄທີເອັມ ມີ 215 ຄະແນນ.
📌🗓 ສະໜາມຕໍ່ໄປ ສະໜາມທີ 15 ລາຍການ Catalan Grand Prix ທີ່ສະໜາມ Circuit de Barcelona-Catalunya, ປະເທດສະເປນ (ແອັສປາຍ) 🇪🇸 ຈະແຂ່ງຂັນວັນທີ 7 ກັນຍາ ທີ່ຈະມາເຖິງນີ້.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,526
21,803
thailand (1)
THB
662.81
673.41
european-union
EUR
24,425
24,914
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
jane - 2025-10-17T112057.044
ພາບບັນຍາກາດການຟ້ອນລຳວົງສາມັກຄີ ຂອງທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ
jane - 2025-10-17T105720.143
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
pele - 2025-10-16T145013.841
ເບຍລາວ ມອບທຶນ 7 ຕື້ກີບເພື່ອສົ່ງເສີມງານມະຫາກໍາກິລາແຫ່ງຊາດວຽງຈັນເກມ ຄັ້ງທີ XII
jane - 2025-10-16T145120.719
ຮອງລັດຖະມົນຕີກະຊວງ ຮສສ ຊຸກຍູ້ ວຽກງານ ກວດກູ້ລະເບີດ ຢູ່ແຂວງອັດຕະປື
ຢ່າລື່ມກົດຕິດຕາມ