pele - 2025-08-27T143912.479
ການຜະລິດກະສິກຳແບບປະສົມປະສານ ສາມາດສ້າງລາຍຮັບໄດ້ 100 ລ້ານກວ່າກີບຕໍ່ປີ
ຮຽບຮຽງໂດຍ:Pele
ເຜີຍແຜ່: 27 August, 2025

ຄວາມດຸໝັ່ນຂະຫຍັນອົດທົນພາໃຫ້ທຸກຄົນພົ້ນທຸກ ເປັນສ່ວນໜຶ່ງທີ່ເຮັດໃຫ້ຄົນເຮົາປະສົບຜົນສຳເລັດຂໍພຽງ ແຕ່ເຮົາມັກ-ຮັກໃນອາຊີບນັ້ນໆ ກໍຈະມີຜົນສຳເລັດໄດ້ຄືກັບທ່ານນາງ ມາລາທິບ ໄຊສົງຄາມ ອາຍຸ 41 ປີ, ປັດຈຸ ບັນຢູ່ບ້ານໜອງໂພ ເມືອງວາປີ ແຂວງສາລະວັນ ໄດ້ຍຶດອາຊີບຜະລິດກະສິກຳແບບປະສົມປະສານ ສາມາດຂາຍເປັນສິນຄ້າ ສ້າງລາຍຮັບໃຫ້ກັບຄອບຄົວສະເລ່ຍ 100 ລ້ານກວ່າກີບຕໍ່ປີ.

 

Digital Marketing Agency in Laos - Emerging Digital Solutions

 

ທ່ານນາງ ມາລາທິບ ໄຊສົງຄາມ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສາລະວັນ ຄັ້ງທີ X ເມື່ອບໍ່ດົນມານີ້ກ່ຽວກັບການຜະລິດກະສິກຳແບບປະສົມປະສານ ສາມາດຂາຍເປັນສິນຄ້າ ສ້າງລາຍຮັບໃຫ້ຄອບຄົວວ່າ: ພາຍໃນຄອບຄົວມີແຮງງານທັງໜົດ 5 ຄົນ ຍິງ 3 ຄົນ. ແຮງງານສົມບູນ 2 ຄົນ ຍິງ 1 ຄົນ ແຮງງານສຳຮອງ 3 ຄົນ, ແຕ່ກ່ອນຄອບຄົວແມ່ນຍືດຖືອາຊີບຄ້າຂາຍຍ່ອຍເປັນຫຼັກ ສະພາບຄອບຄົວໃນໄລຍະນັ້ນແມ່ນຂາດໆ ເຂີນໆ ເສດຖະກິດຄອບຄົວມີຄວາມຫຍຸ້ງຍາກຂັດສົນ ລາຍຮັບບໍ່ພຽງພໍກັບລາຍຈ່າຍ. ຈາກສະ ພາບການດັ່ງກ່າວຈຶ່ງຊອກຫາທາງອອກເພື່ອຄວາມຢູ່ລອດໃຫ້ຄຽງຄູ່ກັບສະພາບເສດຖະກິດໃນປັດຈຸບັນ ຈຶ່ງຕັດສິນໃຈຫັນດິນເປັນທຶນຈໍານວນ 2 ເຮັກຕາ ດ້ວຍການປູກ-ການລ້ຽງໄປຄຽງຄູ່ກັນ. ເຫັນວ່າຄອບຄົວມີທ່າແຮງບົ່ມຊ້ອນໃນການຜະລິດກະສິກໍາ ເປັນຕົ້ນມີເນື້ອທີ່ດິນໃກ້ແຫຼ່ງນໍ້າຄອງຊົນລະປະທານດົງມອນ, ມີພື້ນຖານໂຄງລ່າງ ແລະ ຕົ້ນທຶນຈໍານວນໜຶ່ງ ບວກກັບຄວາມມັກອາຊີບນີ້ຈຶ່ງຕັດສິນໃຈຫັນອາຊີບຈາກການຄ້າຂາຍ ມາທໍາການຜະລິດກະສິກໍາແບບປະສົມປະສານໃນເນື້ອທີ່ດິນຕອນດຽວ ໂດຍເລີ່ມຈາກນ້ອຍຫາໃຫຍ່ ດ້ວຍການທົດລອງການປູກ-ການລ້ຽງໃນເດືອນມິຖຸນາປີ 2023 ໃນເບື້ອງຕົ້ນມີໜອງປາພຽງ 1 ໜອງ, ປູກກ້ວຍ 250 ຂຸມ, ຊື້ກົບມາລ້ຽງເປັນພໍ່ແມ່ພັນ 200 ກວ່າໂຕ, ລ້ຽງເປັດ, ໄກ່ລາດ 100 ໂຕ, ໝູ 5 ໂຕ, ປູກອ້ອຍ, ໜໍ່ໄມ້, ຕໍ່ມາໃນໄລຍະທ້າຍຂອງປີດຽວກັນ ໄດ້ມີການຂະຫຍາຍໜອງປາເພີ່ມອີກ 3 ໜອງ ລວມເປັນ 4 ໜອງ, ຂຸດຄອງໃສ້ໄກ່ 2 ເສັ້ນ, ຕໍ່ມາປີ 2024 ທາງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໄດ້ລົງຕິດຕາມ-ຊຸກຍູ້ແນະນໍາດ້ານເຕັກນິກວິຊາການ ທັງໄດ້ຊ່ວຍເຫຼືອງົບປະມານກໍ່ສ້າງເຮືອນຮົ່ມ 2 ຄັ້ງ ມູນຄ່າ 35 ລ້ານກີບ ຈາກຜົນສຳເລັດດັ່ງກ່າວໄດ້ສືບຕໍ່ລ້ຽງເປັດ ແລະ ໄກ່ລາດເພີ່ມອີກເປັນ 300 ໂຕ, ລ້ຽງງົວ 5 ໂຕ, ລ້ຽງໝູເພີ່ມເປັນ 8 ໂຕ, ຂະຫຍາຍເນື້ອທີ່ປູກພືດຜັກ 2,500 ຕາແມັດ, ປູກຜັກໃນເຮືອນຮົ່ມໃນເນື້ອທີ່ 500 ຕາແມັດ ແລະ ປູກຫຍ້າຕາມແຄມໜອງ, ຄອງໃສ້ໄກ່ເພື່ອລ້ຽງສັດໃນເນື້ອທີ່ 600 ຕາແມັດ. ພົ້ນເດັ່ນໄດ້ເຂົ້າຮ່ວມແຂ່ງຂັນຊິງທຶນສະໜັບສະໜູນໃຫ້ກັບແຮງງານນອກລະບົບເພດຍິງ ແລະ ໄວໜຸ່ມຍິງ ເພື່ອຍົກລະດັບຄວາມຮູ້-ຄວາມສາມາດ ແລະ ບໍລິຫານທຸລະກິດກະສິກຳສີຂຽວ ຊຶ່ງເປັນຕົວແທນຈາກແຂວງສາລະວັນ. ຜ່ານການຄັດເລືອກເຂົ້າຮ່ວມແຂ່ງຂັນຊິງທຶນດັ່ງກ່າວ ສາມາດຍາດໄດ້ອັນດັບທີໜຶ່ງຊຶ່ງໄດ້ຮັບທຶນຈໍານວນ 6,000 ໂດລາ ຈາກອົງການອັອກສະຟາມປະຈໍາສປປ ລາວ ເພື່ອມາຂະຫຍາຍກິດຈະກຳການປູກ ແລະ ການລ້ຽງແບບປະສົມປະສານປອດສານພິດ, ຍ້ອນໄດ້ຮັບການຊຸກຍູ້-ສົ່ງເສີມຈາກພາກລັດ ແລະ ໂຄງການ, ມາຮອດປີ 2025 ໄດ້ສືບຕໍ່ຈັດຕັ້ງປະຕິບັດຫຼາຍກິດຈະກໍາ ເປັນຕົ້ນກິດຈະກໍາປູກເຫັດ ໂດຍການສ້າງເປັນກຸ່ມໄດ້ຈໍານວນ 4 ຄອບຄົວ ປະເພດເຫັດທີ່ປູກຄື: ເຫັດຂາວ, ເຫັດນາງຟ້າ, ປັດຈຸບັນຜະລິດກ້ອນເຫັດໄດ້ 7,000 ກ້ອນ ສາມາດສ້າງລາຍຮັບໄດ້ 40 ລ້ານກ່ວາກີບ; ກິດຈະກໍາປູກພືດຜັກໃນເຮືອນຮົ່ມໃນເນື້ອທີ່ 500 ຕາແມັດ, ນອກນັ້ນຍັງປູກພືດປະເພດໜາກຮຸ່ງ, ໜາກກ້ວຍ, ໜາກຖົ່ວເຂາະ ແລະ ອື່ນໆ ປູກແບບປະສົມປະສານໃນພື້ນທີ່ຕອນດຽວກັນ ສາມາດສ້າງລາຍຮັບໄດ້ 38 ລ້ານກ່ວາກີບ; ດ້ານການລ້ຽງສັດ ມີຈໍານວນ 230 ໂຕ, ຂາຍແລ້ວຈໍານວນ 160 ໂຕ ສ້າງລາຍຮັບໄດ້ 24 ລ້ານກ່ວາກີບ. ກິດຈະກໍາລ້ຽງໝູລາດ ປັດຈຸບັນມີໝູ 29 ໂຕ. ໃນນັ້ນໝູແມ່ພັນ 8 ໂຕ, ພໍ່ພັນ 1 ໂຕ, ອອກລູກແລ້ວ 2 ແມ່ ສາມາດຜະລິດລູກໝູໄດ້ 20 ໂຕ, ກິດຈະກໍາລ້ຽງງົວ ປັດຈຸບັນມີ ງົວ 10 ໂຕ. ໃນນັ້ນມີງົວແມ່ 3 ໂຕ ກໍາລັງເລີ່ມລ້ຽງບໍ່ທັນສາມາດສ້າງລາຍຮັບ. ກິດຈະກໍາລ້ຽງປາມີໜອງທັງໝົດ 4 ໜອງ, ຄອງໃສ້ໄກ່ 2 ເສັ້ນ ໃນເນື້ອທີ່ເຄິ່ງເຮັກຕາ, ມີປາປາກ, ປານິນ, ປາໄນ, ປານວນຈັນຈໍານວນ 15 ພັນໂຕ, ປາດຸກຈໍານວນ 6 ພັນໂຕ ສາມາດສ້າງລາຍຮັບໄດ້ 35 ລ້ານກ່ວາກີບ. ກິດຈະກໍາລ້ຽງກົບມີອ່າງເພາະພັນກົບ 3 ອ່າງ 5 ກະຊັງ, ມີພໍ່ແມ່ພັນກົບ 20 ກິໂລ, ຜະລິດ 3 ຮຸ່ນ ສາມາດຜະລິດລູກກົບໄດ້ທັງໝົດ 12 ພັນ ກ່ວາໂຕ ສ້າງລາຍຮັບໄດ້ 12 ລ້ານກ່ວາກີບ. ຜ່ານການຈັດຕັ້ງປະຕິບັດກະສິກໍາແບບປະສົມປະສານໃນໄລຍະເລີ່ມຕົ້ນມາຮອດປັດຈຸບັນສາມາດສ້າງລາຍໄດ້ໂດຍສະເລ່ຍ 100 ລ້ານກວ່າກີບຕໍ່ປີ. ດ້ານການຕະຫຼາດໄດ້ນຳໃຊ້ຕະ ຫຼາດອອນລາຍຂາຍຢູ່ກັບສວນ ແລະ ສ່ວນໜຶ່ງສົ່ງຂາຍບໍລິເວນໃກ້ຄຽງ.

 

 

ສັງລວມແລ້ວ ການເຮັດການຜະລິດກະສິກຳແບບປະສົມປະສານນີ້ໄດ້ເຮັດໃຫ້ເສດຖະກິດຄອບຄົວມີການປ່ຽນແປງທີ່ດີຂຶ້ນເປັນກ້າວໆ. ໃນຕໍ່ໜ້າພາຍຫຼັງທີ່ໄດ້ຮັບທຶນຈາກອົງການອັອກສະຟາມ ແລະ ການຊຸກຍູ້ຈາກພາກລັດຈະໄດ້ມີການວາງແຜນສືບຕໍ່ປັບປຸງ ແລະ ຂະຫຍາຍກິດຈະກຳເພີ່ມອີກ ເພື່ອໃຫ້ມີຄວາມໜັ້ນຄົງ ແລະ ເປັນລະບົບກວ່າເກົ່າ. ພ້ອມທັງສະເໜີໃຫ້ພາກສ່ວນກ່ຽວຂ້ອງແນະນຳດ້ານເຕັກນິກວິຊາການ ແລະ ຊ່ວຍແກ້ໄຂບັນຫາໄຟບໍ່ພຽງພໍ, ບັນຫາເສັ້ນທາງ ແລະ ຕ້ອງການຕູ້ອົບກ້ວຍ ເພື່ອຜະລິດເປັນສິນຄ້າສໍາເລັດຮູບ ສ້າງມູນຄ່າເພີ່ມ ສ້າງໃຫ້ເປັນເສດຖະກິດ ເອກະລາດ ເປັນເຈົ້າຕົນເອງເທື່ອລະກ້າວຕາມແນວທາງຂອງພັກ.

 

 

ໂອກາດນີ້, ທ່ານນາງ ມາລາທິບ ໄຊສົງຄາມ ໄດ້ກ່າວສະແດງຄວາມຂອບໃຈມາຍັງພັກ-ລັດຂັ້ນເທິງທຸກພາກສ່ວນທີ່ໄດ້ໃຫ້ການຊ່ວຍເຫຼືອທາງດ້ານຄວາມຮູ້ ແລະ ງົບປະມານ ເຮັດໃຫ້ຄອບຄົວມີໃບໜ້າໃໝ່ ຫຼຸດພົ້ນອອກຈາກຄວາມທຸກຍາກ ກາຍເປັນຄອບຄົວພັດທະນາທາງດ້ານການຜະລິດກະສິກຳເພື່ອຄວາມຍືນຍົງ.

 

ໂດຍ: ພູວັນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 27 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,515
21,792
thailand (1)
THB
660.08
670.25
european-union
EUR
24,086
24,568
china
CNY
2,924
2,982
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-08-27T155741.314
ມອບ-ຮັບໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກຢູ່ຊົນນະບົດລາວ ຊຸດທີ 2
site cover1 (90)
Microsoft ທົດສອບຄຸນສົມບັດການສືບຕໍ່ໃຊ້ແອັບ Android ຢູ່ Windows 11
site cover1 (89)
ພາສີ 50% ຂອງ Trump ຕໍ່ອິນເດຍເລີ່ມມີຜົນບັງຄັບໃຊ້ ຂະນະທີ່ Modi ຮຽກຮ້ອງໃຫ້ພຶ່ງຕົນເອງ
pele - 2025-08-27T143912.479
ການຜະລິດກະສິກຳແບບປະສົມປະສານ ສາມາດສ້າງລາຍຮັບໄດ້ 100 ລ້ານກວ່າກີບຕໍ່ປີ
site cover1 (88)
ມາກ ມາເກັຊ ຟອມເດັ່ນຕໍ່ເນື່ອງ! ຄວ້າແຊ້ມ ໂມໂຕຈີພີ 7 ສະໜາມຕິດຕໍ່ກັນ
pele - 2025-08-27T135451.737
ຄະນະຮັບຜິດຊອບ ນະໂຍບາຍສິນເຊື່ອແຂວງຄໍາມ່ວນ ລົງຕິດຕາມ ຫົວໜ່ວຍທຸລະກິດທີ່ໄດ້ຮັບແຫຼ່ງທຶນ
site cover1 (87)
ບໍ່ແມ່ນພຽງແຕ່ SSD ເສຍ, ການອັບເດດໃໝ່ຂອງ Windows 11 ສົ່ງຜົນກະທົບຕໍ່ AutoCAD, NDI (OBS)
pele - 2025-08-27T102206.902
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)
pele - 2025-08-27T095144.914
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.
site cover1 (86)
OpenAI ຢືນຢັນວ່າ GPT5 ສະຫຼາດຂຶ້ນຫຼາຍ ແຕ່ຍັງບໍ່ສາມາດເຮັດວຽກແທນ "ຄົນ" ໄດ້ໃນຫຼາຍໆດ້ານ
ຢ່າລື່ມກົດຕິດຕາມ