pele - 2025-08-28T141436.552
ງານມະຫາກຳການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 14 ໄດ້ໄຂຂຶ້ນຢ່າງເປັນທາງການ
ຮຽບຮຽງໂດຍ:Pele
ເຜີຍແຜ່: 28 August, 2025
ໝວດ: ຂ່າວ

ງານມະຫາກຳການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 14 ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ໂຮງແຮມມາຮີອອດ, ນະຄອນຫຼວງມານີລາ, ປະເທດຟີລິບປິນ ໃນວັນທີ 25 ສິງຫາ 2025 ຕາມເວລາທ້ອງຖິ່ນ, ເຊິ່ງການແຂ່ງຂັນສີມືແຮງງານອາຊຽນໃນຄັ້ງນີ້ ມີສາຂາວິຊາຊີບແຂ່ງຂັນທັງໝົດ 32 ສາຂາ ໃນ 6 ຂະແໜງການ ແລະ ມີປະເທດສະມາຊິກອາຊຽນເຂົ້າຮ່ວມທັງໝົດ 11 ປະເທດ, ພິເສດແມ່ນປະເທດ ຕີມໍເລດເຕ ໄດ້ເຂົ້າຮ່ວມເປັນຄັ້ງທຳອິດ. ມີຄະນະຜູ້ແທນ, ຊ່ຽວຊານ, ນັກແຂ່ງຂັນ, ຜູ້ສັງເກດການ ແລະ ນັກຂ່າວຈາກປະເທດສະມາຊິກອາຊຽນເຂົ້າຮ່ວມທັງໝົດປະມານ 1000 ກວ່າຄົນ. ການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 14 ຈະໄດ້ຈັດຂຶ້ນທີ່ສູນການຄ້າໂລກ (World Trade Center) ຈະດໍາເນີນໄປ ເປັນເວລາ 3 ວັນ, ເລີ່ມແຕ່ ວັນທີ 26-28/8/2025.

 

ສປປ ລາວ ພວກເຮົາ ລັດຖະບານ ກໍຄືກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຄົ້ນຄວ້າ ແລະ ຄັດເລືອກເອົາສາຂາອາຊີບທີ່ ສປປ ລາວ ມີທ່າແຮງ ແລະ ມີສີມືແຮງງານດີເດັ່ນເຂົ້າຮ່ວມ ເຊິ່ງໄດ້ ສົ່ງຄະນະຜູ້ແທນ ນໍາໂດຍ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະຊ່ຽວຊານ ແລະ ນັກແຂ່ງຂັນສີມືແຮງງານທີມຊາດລາວ ເຂົ້າຮ່ວມທັງໝົດ 32 ທ່ານ ໃນ 5 ສາຂາອາຊີບໄດ້ແກ່: ສາຂາ ຊ່າງຕິດຕັ້ງໄຟຟ້າອາຄານ, ຊ່າງໄມ້ເຄື່ອງເຮືອນ, ຊ່າງປຸງແຕ່ງອາຫານ, ຊ່າງເວບເທັກໂນໂລຊີ ແລະ ຊ່າງອອກແບບກຼາບຟິກ.

 

ກ່ອນການເຂົ້າຮ່ວມແຂ່ງຂັນສີມືແຮງງານອາຊຽນໃນຄັ້ງນີ້ ຄະນະຮັບຜິດຊອບ, ຜູ້ຊ່ຽວຊານ, ຄູຝຶກ ກໍໄດ້ກະກຽມ ແລະ ເອົາໃຈໃສ່ ຈັດຕັ້ງການຝຶກຊ້ອມນັກແຂ່ງຂັນທີມຊາດຂອງພວກເຮົາຢ່າງເປັນປົກກະຕິ ເພື່ອໃຫ້ເກີດຄວາມຊຳນິຊໍານານ ແລະ ມີຄວາມຄ່ອງຕົວສູງ ໃນປະຕິບັດໜ້າວຽກຕາມໂຈດການແຂ່ງຂັນ ແລະ ໃຫ້ສຳເລັດຕາມກຳນົດເວລາທີ່ວາງໄວ້.

 

ຕໍ່ກັບການແຂ່ງຂັນຄັ້ງນີ້, ລາວເຮົາກໍຫວັງຢ່າງຍິ່ງວ່າການເຂົ້າຮ່ວມແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 14 ທີ່ປະເທດຟີລິບປິນເປັນເຈົ້າພາບ ທີມຊາດລາວ ຈະສາມາດຍາດໄດ້ລາງວັນໃດໜຶ່ງ ມາໃຫ້ປະເທດເຮົາ.

 

ທີ່ມາ: ຂ່າວສານກະຊວງແຮງງານ ແລະ ສະຫວັດດີການສັງຄົມ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 28 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,513
21,790
thailand (1)
THB
660.40
670.57
european-union
EUR
24,065
24,547
china
CNY
2,912
2,970
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-08-28T160506.879
ແຈ້ງປິດການສັນຈອນຊົ່ວຄາວ ຖະໜົນ ໄກສອນພົມວິຫານ (ຈຸດສີ່ແຍກໄຟແດງ 450 ປີ) ແລະ ຖະໜົນ 13 ໃຕ້ (ຈຸດໜ້າສະໜາມກິລາ ຫຼັກ 16) ນະຄອນຫຼວງວຽງຈັນ
pele - 2025-08-28T161113.446
ຫຼາຍປັດໄຈທີ່ເຮັດໃຫ້ຂີ້ເຫຍື້ອຕົກຄ້າງຫຼາຍໃນ ນະຄອນຫຼວງວຽງຈັນ
_cover - 2025-08-28T145510.515
"ຂົວສູງທີ່ສຸດໃນໂລກ" ໃນປະເທດຈີນ ທົດສອບຮັບນ້ຳໜັກລົດບັນທຸກ 3,000 ກວ່າໂຕນໄດ້ສຳເລັດ
pele - 2025-08-28T144728.651
6 ເດືອນຕົ້ນປີ ອຄ ເຊກອງ ສາມາດສົ່ງອອກສິນຄ້າ 121,16 ລ້ານໂດລາ
site cover1 (94)
ນັກວິທະຍາສາດພົບວິທີສ້າງ 'ແຜງໂຊລາແບບໃໝ່' ທີ່ເຮັດວຽກໄດ້ເຖິງບໍ່ມີແດດ ແຮງກວ່າເກົ່າ 15 ເທົ່າ
_cover - 2025-08-28T140646.312
ນັກວິທະຍາສາດຈີນສ້າງພືດເຮືອງແສງ ຊາກໄຟດ້ວຍແສງແດດເປີດທາງສູ່ແສງສະຫວ່າງແບບຍືນຍົງໃນອະນາຄົດ
pele - 2025-08-28T141436.552
ງານມະຫາກຳການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 14 ໄດ້ໄຂຂຶ້ນຢ່າງເປັນທາງການ
site cover1 (92)
AI ຮັບສາຍແທນຄົນ ຊ່ວຍຕຳຫຼວດສະຫະລັດກັ່ນຕອງເຫດການສຸກເສີນ
_cover - 2025-08-26T163021.627
ອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນສິງຫາ 2025 ຫຼຸດລົງ 0.3%
_cover - 2025-08-28T094056.923
ພະຍຸຄາຈິກິຖະຫຼົ່ມຫວຽດນາມ! ເຮືອນເສຍຫາຍ 8 ພັນກວ່າຫຼັງ ເສຍຊີວິດອີກ 7 ຄົນ
ຢ່າລື່ມກົດຕິດຕາມ