pele - 2025-09-01T093650.475
ກຸ່ມຊາວນາ ເຂດຊົນລະປະທານ ຫ້ວຍລຽງ 2 ໄດ້ຮັບອຸປະກອນສ້ອມແປງຄອງເໝືອງ
ຮຽບຮຽງໂດຍ:Pele
ເຜີຍແຜ່: 1 September, 2025

ຕອນບ່າຍ ຂອງວັນທີ 28 ສິງຫາ 2025ນີ້ ທ່ານ ອ່ຽມສັກ ສິດທິຍະວົງ ຮອງຫົວໜ້າພະແນກ ກະສິກຳ ແລະ ສິງແວດລ້ອມ ແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ໄດ້ນໍາເອົາອຸປະກອນຊ່ວຍເຫຼືອ ແກ້ໄຂສຸກເສີນສ້ອງແປງຄອງເໝືອງ ຊົນລະປະທານ ທີ່ໄດ້ຮັບຜົນເສຍຫາຍເປ່ເພຈາກພະຍຸວິພາ ໃນລະຫວ່າງ ວັນທີ 21 ຫາ 30 ກໍລະກົດຜ່ານມາ ມອບໃຫ້ ກຸ່ມຊາວນາ ເຂດຊົນລະປະທານ ຫ້ວຍລຽງ 2 ບ້ານວຽງຄຳໃຫ່ຍ ເມືອງຜາອຸດົມ ແຂວງບໍ່ແກ້ວ. ເຂົ້າຮ່ວມມີ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ພ້ອມດ້ວຍຫົວໜ້າກຸ່ມຊາວນາ ຕະຫຼອດຮອດປະຊາຊົນ ເຂົ້າຮ່ວມ.

 

ອຸປະກອນທີ່ນຳມາມອບຄັ້ງນີ້, ປະກອບມີ ທໍ່ PVC ຈໍານວນ 45 ທ່ອນ, ປູນຊີມັງ 4 ເປົາ ລວມມູນຄ່າທັງໝົດ 18 ລ້ານກວ່າກີບ ຊຶ່ງງົບປະມານທັງໝົດ ແມ່ນໄດ້ມາຈາກກອງທຶນໄພພິບັດຂັ້ນແຂວງ. ໂອກາດນີ້, ທ່ານ ອ່ຽມສັກ ສິດທິຍະວົງ ໄດ້ຮຽກຮ້ອງໃຫ້ປະຊາຊົນ ເຂດຊົນລະປະທານ ຫ້ວຍລຽງ 2 ບ້ານວຽງຄຳໃຫ່ຍ ຈົ່ງເປັນເຈົ້າການ ນໍາເອົາອຸປະກອນດັ່ງກ່າວໄປຕິດຕັ້ງໃສ່ບ່ອນທີ່ເປເພເສຍຫາຍ ພ້ອມນີ້ກໍຕ້ອງພ້ອມກັນປົກປັກຮັກສາ ໃຫ້ນຳໃຊ້ຍາວນນານ.

 

(ຂ່າວ-ພາບ: ພອນສະຫວັນ ມະນີສີ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 4 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,511
21,788
thailand (1)
THB
663.59
673.81
european-union
EUR
24,115
24,597
china
CNY
2,920
2,978
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-04T160309.641
ລາວ-ໄທ ຫາລື ການຮ່ວມມື ປົກປັກຮັກສາ ແລະ ພັດທະນາອ່າງແມ່ນ້ຳຂອງໃຫ້ມີຄວາມຍືນຍົງ
pele - 2025-09-04T152224.661
ກະກຽມກ້ອນກຳລັງເດີນສວນສະໜາມສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ
pele - 2025-09-04T142754.055
ອົງການກາແດງ ແຂວງເຊກອງ ໄດ້ຮັບລົດ ແລະ ອຸປະກອນເພື່ອ ເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ
VP-Square (2)
7 ໄອເດຍອອກແບບຫ້ອງນອນທີ່ຄວນຫຼີກລ້ຽງ ສົ່ງຜົນຕໍ່ການນອນຫຼັບ ແລະ ຄຸນນະພາບຊີວິດ
VP-Square (1)
ແຈ້ງຫຼີກລ່ຽງການສັນຈອນຊົ່ວຄາວ ຢູ່ຖະໜົນໄກສອນພົມວິຫານ (ປະຕູໄຊ-ຫໍປະຊຸມແຫ່ງຊາດ) ວັນທີ 5-7 ກັນຍາ 2025ນີ້
jane ຮູບລວງນອນ
ນິສັຍໃນໄວເດັກທີ່ເຮັດໃຫ້ທ່ານເປັນຜູ້ໃຫຍ່ໃນມື້ນີ້
jane
ເທັກນິກການ Manifest ໃຫ້ໄດ້ຜົນຈິງ ພ້ອມເລື່ອງທີ່ຄົນມັກເຂົ້າໃຈຜິດ!
pele - 2025-09-03T091723.195
ແຂວງ​ຈໍາປາສັກ ສັ່ງປິດກິດຈະການ ຮ້ານອາຫານ​ 10 ແຫ່ງ ທີ່ບໍ່ຖຶກ​ຕ້ອງ​ຕາມ ​ລະ​ບຽບ​ການ
pele - 2025-09-02T101121.825
ກຸ່ມຫັດຖະກຳຕໍ່າຫູກບ້ານນາຍາງເໜືອເມືອງນໍ້າບາກ ມີສີນຄ້າຫຼາຍຢ່າງເພື່ອຈຳໜ່າຍ
pele - 2025-09-02T093104.611
ແຂວງວຽງຈັນ ສຳເລັດການສ້າງຂະບວນການກິລາລົດຖີບຊີງຂັນເຈົ້າແຂວງ ຄັ້ງທີ 2
ຢ່າລື່ມກົດຕິດຕາມ