pele - 2025-09-02T101121.825
ກຸ່ມຫັດຖະກຳຕໍ່າຫູກບ້ານນາຍາງເໜືອເມືອງນໍ້າບາກ ມີສີນຄ້າຫຼາຍຢ່າງເພື່ອຈຳໜ່າຍ
ຮຽບຮຽງໂດຍ:Pele
ເຜີຍແຜ່: 2 September, 2025

ການປະກອບອາຊີບຫັດຖະກຳຕໍ່າຫູກ ເປັນທຸລະກິດໜຶ່ງທີ່ປະຊາຊົນເຜົ່າລື້ ບ້ານນາຍາງເໜືອເມືອງນໍ້າບາກ ແຂວງຫຼວງພະບາງ ໄດ້ພ້ອມກັນສືບທອດກັນມາຫຼາຍເຊັ່ນຄົນ ຈົນກາຍເປັນກິດຈະກຳໜຶ່ງທີ່ຕິດພັນກັບການດືງດູດນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວພາຍໃນບ້ານ ສ້າງລາຍຮັບທີ່ໝັ້ນຄົງໃຫ້ກັບປະຊາຊົນ. ທ່ານ ນາງ ຄຳໄພ ຕາງໜ້າກຸ່ມຜະລິດ ເຄື່ອງຫັດຖະກຳຕໍ່າຫູກບ້ານນາຍາງເໜືອເມືອງນໍ້າບາກ ໄດ້ໃຫ້ສຳພາດກັບສື່ມວນຊົນແຂວງວ່າ: ການຜະລິດສີນຄ້າຫັດຖະກຳຕໍ່າຫູກ ຂອງປະຊາຊົນເຜົ່າລື້ບ້ານນາຍາງເໜືອເມືອງນໍ້າບາກ ໄດ້ເປັນທີ່ນິຍົມໃຫ້ກັບນັກທ່ອງທ່ຽວເປັນຢ່າງດີ, ຊຶ່ງໃນແຕ່ລະປີໄດ້ມີນັກທ່ອງທ່ຽວຕ່າງປະເທດ ໃຫ້ຄວາມສົນໃຈເຂົ້າໄປທ່ອງທ່ຽວ ຮຽນຮູ້ດ້ານວິຖີການດຳລົງຊີວິດຂອງປະຊາຊົນເຜົ່າລື້, ທັງຮຽນຮູ້ກ່ຽວກັບຫັດຖະກຳຕໍ່າແຜ່ນ ດ້ວຍວິທີດັ່ງເດີມ. ປັດຈຸບັນກຸ່ມການຜະລິດໄດ້ຕັ້ງໃຫ້ມີສູນສາທິດການຜະລິດ ຕິດພັນກັບການບໍລິການທີ່ພັກແຮມ ໃຫ້ກັບນັກທ່ອງທ່ຽວ.

 

 

ສຳລັບການຜະະລິດສີນຄ້າພາຍໃນກຸ່ມການຜະລິດ ໄດ້ລິເລີ່ມກູ້ຢືມເງິນຈາກທະນາຄານນະໂຍບາຍໃນປີ 2012 ເພື່ອມາໝູນໃຊ້ເຂົ້າໃນການຈັດຊື້ວັດຖຸດີບ ແລະ ບໍລິຫານວຽກງານພາຍໃນກຸ່ມ ທັງປະຕິບັດລະບຽບການຊຳລະຕົ້ນທືນ ແລະ ດອກເບ້ຍໃຫ້ທະນາຄານຕາມກຳນົດເວລາ, ມາຮອດປີ 2023 ໄດ້ຮັບການອານຸມັດເງິນກູ້ ງວດທີ່ 4 ຈຳນວນ 600 ລ້ານກີບ ເພື່ອມານຳໃຊ້ເຂົາໃນການສ້າງຕັ້ງກຸ່ມການຜະລິດຈຳນວນ 2 ກຸ່ມ ລວມມີສະມາຊິກທັງໝົດ 12 ຄົນ, ເພື່ອໃຫ້ການຜະລິດສີນຄ້າມີຄວາມຫຼາກຫຼາຍ ແລະພ້ອມຈຳໜ່າຍທັງພາຍໃນ ແລະ ຕ່າງປະເທດ, ຜ່ານມາໄດ້ຮັບການຊຸກຍູ້ຈາກຫຼາຍພາກສ່ວນ ເພື່ອນຳເອົາສີນຄ້າໄປວາງຂາຍໃນງານສຳຄັນ ເຮັດໃຫ້ການຜະລິດສີນຄ້າ ຫັດຖະກຳຕໍ່າຫູກຂອງບ້ານນາຍາງເໜືອເມືອງນໍ້າບາກ ໄດ້ຮັບຄວາມສົນໃຈຈາກແຂກທັງພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼາຍ, ສາມາດສ້າງລາຍຮັບໄດ້ປະມານ 300 ລ້ານກີບຕໍ່ປີ ເມື່ອຫັກຄ່າໃຊ້ຈ່າຍຈະມີກຳໄລປະມານ 20-30% ຂອງລາຍຮັບທັງໝົດ ໂດຍມີການແບ່ງປັນໃຫ້ກັບສະມາຊິກກຸ່ມ ຕາມຜົນງານຂອງແຕ່ລະຄົນ. ປັດຈຸບັນຍັງມີສີນຄ້າໄວ້ຂາຍໃຫ້ກັບລູກຄ້າທີ່ສົນໃຈເປັນຈຳນວນຫຼາຍ ເຊັ່ນ: ຜ້າບຽງ, ຜ້າປູໂຕະ, ແຜຕັດເສື້ອ, ເຄື່ອງປະດັບ ແລະ ອື່ນໆ.

 

 

(ແຫຼ່ງຂ່າວ: ແຂວງຫຼວງພະບາງ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 4 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,511
21,788
thailand (1)
THB
663.59
673.81
european-union
EUR
24,115
24,597
china
CNY
2,920
2,978
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-04T160309.641
ລາວ-ໄທ ຫາລື ການຮ່ວມມື ປົກປັກຮັກສາ ແລະ ພັດທະນາອ່າງແມ່ນ້ຳຂອງໃຫ້ມີຄວາມຍືນຍົງ
pele - 2025-09-04T152224.661
ກະກຽມກ້ອນກຳລັງເດີນສວນສະໜາມສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ
pele - 2025-09-04T142754.055
ອົງການກາແດງ ແຂວງເຊກອງ ໄດ້ຮັບລົດ ແລະ ອຸປະກອນເພື່ອ ເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ
VP-Square (2)
7 ໄອເດຍອອກແບບຫ້ອງນອນທີ່ຄວນຫຼີກລ້ຽງ ສົ່ງຜົນຕໍ່ການນອນຫຼັບ ແລະ ຄຸນນະພາບຊີວິດ
VP-Square (1)
ແຈ້ງຫຼີກລ່ຽງການສັນຈອນຊົ່ວຄາວ ຢູ່ຖະໜົນໄກສອນພົມວິຫານ (ປະຕູໄຊ-ຫໍປະຊຸມແຫ່ງຊາດ) ວັນທີ 5-7 ກັນຍາ 2025ນີ້
jane ຮູບລວງນອນ
ນິສັຍໃນໄວເດັກທີ່ເຮັດໃຫ້ທ່ານເປັນຜູ້ໃຫຍ່ໃນມື້ນີ້
jane
ເທັກນິກການ Manifest ໃຫ້ໄດ້ຜົນຈິງ ພ້ອມເລື່ອງທີ່ຄົນມັກເຂົ້າໃຈຜິດ!
pele - 2025-09-03T091723.195
ແຂວງ​ຈໍາປາສັກ ສັ່ງປິດກິດຈະການ ຮ້ານອາຫານ​ 10 ແຫ່ງ ທີ່ບໍ່ຖຶກ​ຕ້ອງ​ຕາມ ​ລະ​ບຽບ​ການ
pele - 2025-09-02T101121.825
ກຸ່ມຫັດຖະກຳຕໍ່າຫູກບ້ານນາຍາງເໜືອເມືອງນໍ້າບາກ ມີສີນຄ້າຫຼາຍຢ່າງເພື່ອຈຳໜ່າຍ
pele - 2025-09-02T093104.611
ແຂວງວຽງຈັນ ສຳເລັດການສ້າງຂະບວນການກິລາລົດຖີບຊີງຂັນເຈົ້າແຂວງ ຄັ້ງທີ 2
ຢ່າລື່ມກົດຕິດຕາມ