pele - 2025-09-04T142754.055
ອົງການກາແດງ ແຂວງເຊກອງ ໄດ້ຮັບລົດ ແລະ ອຸປະກອນເພື່ອ ເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ
ຮຽບຮຽງໂດຍ:Pele
ເຜີຍແຜ່: 4 September, 2025
ໝວດ: ຂ່າວ

ວັນທີ 02 ກັນຍາ 2025 ທີ່ແຂວງເຊກອງ ອົງການກາແດງແຫ່ງຊາດລາວ ໄດ້ມອບລົດຕູ້ 1 ຄັນ ພ້ອມດ້ວຍຊຸດປ້ອງກັນພະຍາດ ໃຫ້ແກ່ອົງການກາແດງແຂວງເຊກອງ ເພື່ອເປັນເຄື່ອງມືສຳຄັນໃນການເພີ່ມຄວາມສາມາດເຄື່ອນໄຫວວຽກງານພາກສະໜາມ ພິທີມອບ-ຮັບ ໄດ້ຈັດຂຶ້ນທີ່ຫ້ອງວ່າການປົກຄອງແຂວງ ໂດຍມີ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ແລະ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງເຊກອງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເປັນກຽດເຂົ້າຮ່ວມ.

 

 

ທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ໄດ້ກ່າວມອບພາຫະນະດັ່ງກ່າວ ໂດຍມີທ່ານ ນາງ ຂັນທະລີ ສິມທອງຄຳ ຫົວໜ້າອົງການກາແດງແຂວງເຊກອງ ເປັນຜູ້ກ່າວຮັບ ການມອບພາຫະນະ ແລະ ອຸປະກອນໃນຄັ້ງນີ້ ມີເປົ້າໝາຍເພື່ອເພີ່ມທະວີຂີດຄວາມສາມາດຂອງກາແດງແຂວງ ໃນການອອກປຸກລະດົມຮັບບໍລິຈາກເລືອດຢູ່ພື້ນທີ່ຕ່າງໆພາຍໃນແຂວງໃຫ້ມີປະສິດທິພາບຫຼາຍຂຶ້ນ ເຊິ່ງເປັນການປະກອບສ່ວນສຳຄັນເພື່ອບັນລຸເປົ້າໝາຍສູ້ຊົນ 750 ຖົງໃນປີ 2025 ນີ້.

 

ໂອກາດນີ້ ທ່ານປະທານອົງການກາແດງແຫ່ງຊາດລາວ ໄດ້ກ່າວວ່າ: ຂໍໃຫ້ພະນັກງານກາແດງແຂວງ ສືບຕໍ່ເອົາໃຈໃສ່ໃນການປະຕິບັດ 9 ວຽກງານຫຼັກຂອງອົງການ ໂດຍສະເພາະແມ່ນການປຸກລະດົມຂົນຂວາຍການບໍລິຈາກເລືອດຢ່າງປອດໄພ ແລະ ທັນເວລາ ການໂຄສະນາຂົນຂວາຍແຫຼ່ງທຶນດ້ວຍຫຼາຍຮູບແບບເພື່ອສ້າງຄວາມໂປ່ງໃສ ລວມທັງການຊ່ວຍເຫຼືອບັນເທົາທຸກປະຊາຊົນຜູ້ປະສົບໄພພິບັດ ຜູ້ທຸກຍາກ ແລະ ຜູ້ດ້ອຍໂອກາດດ້ວຍຄວາມເຕັມໃຈ ແລະ ມີປະສິດທິຜົນ.

 

ພ້ອມກັນນີ້ ຄະນະນຳຍັງໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກຈຳນວນໜຶ່ງ ເຊັ່ນ: ເຄື່ອງອຸປະໂພກ ແລະ ບໍລິໂພກ ສິ່ງຈຳເປັນອຶ່ນໆ ເພື່ອໃຫ້ອົງການກາແດງແຂວງເຊກອງ ນຳໄປມອບຕໍ່ໃຫ້ປະຊາຊົນທີ່ປະສົບໄພພິບັດ ແລະ ຜູ້ຂາດເຂີນ.

 

ຂ່າວ: ວສລ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 5 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,515
21,792
thailand (1)
THB
662.12
672.32
european-union
EUR
24,055
24,537
china
CNY
2,933
2,991
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-05T145102.231
ບໍລິສັດກ້ວຍລາວ ເປີດສາງສິນຄ້າ ໃກ້ກັບຕະຫຼາດຢູ່ນະຄອນຮວຍຮວ້າ ແຂວງຫູໜານຈີນ
jane (3)
ການແຂ່ງຂັນກິລາຕີບານຍິງ ຊິງແຊ້ມໂລກ 2025 ທີ່ປະເທດໄທ ຮັບໜ້າທີ່ເປັນເຈົ້າພາບຈັດການແຂ່ງຂັນລະຫວ່າງວັນທີ່ 22 ສິງຫາ - 7 ກັນຍາ 2568
pele - 2025-09-05T133750.577
ກວດພົບ ແລະ ທຳລາຍລະເບີດ ບົ່ມບີ້-ລູກປືນຄົກ ຢູ່ສວນກາເຟຫຼັກ 45 ເມືອງປາກຊ່ອງ ແຂວງຈຳປາສັກ.
pele - 2025-09-05T131612.944
ແຈ້ງການມອດໄຟ ວັນທີ 6/9/2025
pele - 2025-09-05T105936.521
ຄະນະບໍລິຫານງານພັກແຂວງຈໍາປາສັກ ດຳເນີນຊີວິດການເມືອງທ້າຍສະໄໝທີ VIII
pele - 2025-09-05T103604.703
ເມືອງຫົງສາ ຫາລືການສ້ອມແປງເສັ້ນທາງທີ່ເປ່ເພພາຍໃນເມືອງ ແຂວງໄຊຍະບູລີ
pele - 2025-09-04T160309.641
ລາວ-ໄທ ຫາລື ການຮ່ວມມື ປົກປັກຮັກສາ ແລະ ພັດທະນາອ່າງແມ່ນ້ຳຂອງໃຫ້ມີຄວາມຍືນຍົງ
pele - 2025-09-04T152224.661
ກະກຽມກ້ອນກຳລັງເດີນສວນສະໜາມສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ
pele - 2025-09-04T142754.055
ອົງການກາແດງ ແຂວງເຊກອງ ໄດ້ຮັບລົດ ແລະ ອຸປະກອນເພື່ອ ເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ
jane (1)
7 ໄອເດຍອອກແບບຫ້ອງນອນທີ່ຄວນຫຼີກລ້ຽງ ສົ່ງຜົນຕໍ່ການນອນຫຼັບ ແລະ ຄຸນນະພາບຊີວິດ
ຢ່າລື່ມກົດຕິດຕາມ