pele - 2025-09-04T160309.641
ລາວ-ໄທ ຫາລື ການຮ່ວມມື ປົກປັກຮັກສາ ແລະ ພັດທະນາອ່າງແມ່ນ້ຳຂອງໃຫ້ມີຄວາມຍືນຍົງ
ຮຽບຮຽງໂດຍ:Pele
ເຜີຍແຜ່: 4 September, 2025
ໝວດ: ຂ່າວ

ໃນວັນທີ 1 ກັນຍາ 2025 ທ່ານ ລິນຄຳ ດວງສະຫວັນ ລັດຖະ ມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໃນນາມ ປະທານຄະ ນະກຳມະການແມ່ນ້ຳຂອງແຫ່ງຊາດລາວ ສະມາຊິກສະພາມົນຕີ ຄະນະກຳມາທິການແມ່ນ້ຳຂອງສາກົນ ສຳລັບ ສປປ ລາວ ພ້ອມ ດ້ວຍຄະນະ ປະກອບດ້ວຍ ເອກອັກຄະລັດຖະທູດ ສປປ ລາວ ປະຈຳປະເທດໄທ ບັນດາຫົວໜ້າ ຮອງຫົວໜ້າກົມກ່ຽວຂ້ອງຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ເຂົ້າພົບປະ ທ່ານ ປະ ເສີດ ຈັນທະຣະຣວງທອງ ຮອງນາຍົກລັດຖະມົນຕີ ລາຊະອານາ ຈັກໄທ ປະທານຄະນະກຳມະການແມ່ນ້ຳຂອງແຫ່ງຊາດໄທ ສະມາ ຊິກສະພາມົນຕີ ຄະນະກຳມາທິການແມ່ນ້ຳຂອງສາກົນ ສຳລັບລາ ຊະອານາຈັກໄທ ແລະ ປະທານສະພາມົນຕີ ຄະນະກຳມາທິການແມ່ນ້ຳຂອງສາກົນ ປີ 2025 ພ້ອມດ້ວຍຄະນະ ເພື່ອປຶກສາຫາ ລື ກ່ຽວກັບ ການຮ່ວມມືດ້ານການປົກປັກຮັກສາ ແລະ ພັດທະ ນາອ່າງແມ່ນ້ຳຂອງໃຫ້ມີຄວາມຍືນຍົງ ແລະ ຈັດການຊັບພະຍາ ກອນນ້ຳ ພ້ອມທັງ ປຶກສາຫາລື ວຽກງານການຮ່ວມມື ພາຍໃຕ້ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ 2 ຝ່າຍ ທີ່ໄດ້ລົງນາມຮ່ວມ ກັນ ໃນປີທີ່ຜ່ານມາ ໃນນີ້ ໄດ້ເນັ້ນໃສ່ການປະສານງານດ້ານການຕ້ານ ແລະ ຮັບມືກັບຜົນກະທົບຈາກໄພທຳມະຊາດ ໂດຍສະ ເພາະ ອຸທົກກະໄພ ແລະ ການຈັດການການລະບາຍນ້ຳຂອງບັນດາເຂື່ອນໄຟຟ້າພະລັງນ້ຳ.

 

May be an image of 13 people and text

Digital Marketing Agency in Laos - Emerging Digital Solutions

 

ນອກຈາກນີ້ ຄະນະຜູ້ແທນຝ່າຍລາວ ຍັງໄດ້ໄປຢ້ຽມຢາມ ສະຖາ ບັນວິໄຈວິທະຍາສາດ ແລະ ເຕັກໂນໂລຊີ ລາຊະອານາຈັກໄທ ເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນ ແລະ ປະສົບການດ້ານການບໍລິຫານການຈັດການຊັບພະຍາກອນນ້ຳ ແລະ ການພັດທະນາດ້ານເຕັກໂນໂລຊີ ແລະ ນະວັດຕະກຳຕ່າງໆໃນການພັດທະນາຜະລິດຕະພັນ ແລະ ສິນຄ້າກະສິກຳ ເພື່ອເປັນສິນຄ້າ ແລະ ການຮ່ວມມືສຶກສາຄົ້ນຄວ້າ ພັດທະນາຜະລິດຕະພັນກະ ສິກຳຂອງລາວ ໃຫ້ເປັນສິນຄ້າໂດຍສະເພາະແມ່ນການເພາະພັນ ແລະ ຜະລິດຕະພັນແປຮູບ ໄຄແຜ່ນ (ຫຼວງພະບາງ) ຂອງ ສປປ ລາວ.

 

May be an image of 3 people and text

 

ຂ່າວ: ວສລ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 4 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,511
21,788
thailand (1)
THB
663.59
673.81
european-union
EUR
24,115
24,597
china
CNY
2,920
2,978
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-04T160309.641
ລາວ-ໄທ ຫາລື ການຮ່ວມມື ປົກປັກຮັກສາ ແລະ ພັດທະນາອ່າງແມ່ນ້ຳຂອງໃຫ້ມີຄວາມຍືນຍົງ
pele - 2025-09-04T152224.661
ກະກຽມກ້ອນກຳລັງເດີນສວນສະໜາມສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ
pele - 2025-09-04T142754.055
ອົງການກາແດງ ແຂວງເຊກອງ ໄດ້ຮັບລົດ ແລະ ອຸປະກອນເພື່ອ ເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ
VP-Square (2)
7 ໄອເດຍອອກແບບຫ້ອງນອນທີ່ຄວນຫຼີກລ້ຽງ ສົ່ງຜົນຕໍ່ການນອນຫຼັບ ແລະ ຄຸນນະພາບຊີວິດ
VP-Square (1)
ແຈ້ງຫຼີກລ່ຽງການສັນຈອນຊົ່ວຄາວ ຢູ່ຖະໜົນໄກສອນພົມວິຫານ (ປະຕູໄຊ-ຫໍປະຊຸມແຫ່ງຊາດ) ວັນທີ 5-7 ກັນຍາ 2025ນີ້
jane ຮູບລວງນອນ
ນິສັຍໃນໄວເດັກທີ່ເຮັດໃຫ້ທ່ານເປັນຜູ້ໃຫຍ່ໃນມື້ນີ້
jane
ເທັກນິກການ Manifest ໃຫ້ໄດ້ຜົນຈິງ ພ້ອມເລື່ອງທີ່ຄົນມັກເຂົ້າໃຈຜິດ!
pele - 2025-09-03T091723.195
ແຂວງ​ຈໍາປາສັກ ສັ່ງປິດກິດຈະການ ຮ້ານອາຫານ​ 10 ແຫ່ງ ທີ່ບໍ່ຖຶກ​ຕ້ອງ​ຕາມ ​ລະ​ບຽບ​ການ
pele - 2025-09-02T101121.825
ກຸ່ມຫັດຖະກຳຕໍ່າຫູກບ້ານນາຍາງເໜືອເມືອງນໍ້າບາກ ມີສີນຄ້າຫຼາຍຢ່າງເພື່ອຈຳໜ່າຍ
pele - 2025-09-02T093104.611
ແຂວງວຽງຈັນ ສຳເລັດການສ້າງຂະບວນການກິລາລົດຖີບຊີງຂັນເຈົ້າແຂວງ ຄັ້ງທີ 2
ຢ່າລື່ມກົດຕິດຕາມ