ຜົວຈັດເຊີໄພ້ໃຫຍ່ ໃຫ້ຂອງຂວັນວັນເກີດກັບເມຍ ເຮັດໃຫ້ສາວໆຫຼາຍຄົນອິດສາ ເພາະມີເງິນຫຼາຍພັນລ້ານກໍ່ບໍ່ສາມາດຊື້ໄດ້
ໄດ້ກາຍເປັນໂພສທີ່ຮືຮາ ໃນໂລກໂຊຊ້ຽວ ຂອງຫວຽດນາມ. ຫຼັງຈາກເມຍໄດ້ເປີດປະຕູເຂົ້າເຮືອນມາ ເຈິເຊີໄພ້ໃຫ່ຍ. ເມື່ອເຫັນຂອງຂວັນອັນໃຫຍ່ຈາກຜົວແລະລູກຊາຍນ້ອຍຢູ່ກາງເຮືອນ ເຮັດໃຫ້ຊາວເນັດຫຼາຍຄົນຊົມເຊີຍແລະອິດສາ. ເພາະວ່າການມີເງິນພັນລ້ານກໍ່ບໍ່ສາມາດຊື້ຂອງຂວັນນີ້ໄດ້ແນ່ນອນ.
ບໍ່ດົນມານີ້, ຄອບຄົວນ້ອຍໆ ຄອບຄົວຫນຶ່ງ ຜົວບໍ່ຮູ້ວ່າຈະເອົາຂອງຂວັນວັນເກີດຫັຍງໃຫ້ເມຍຂອງລາວ. ສະນັ້ນ ລາວຈຶ່ງກຽມດອກກຸຫຼາບແດງ. ແລະເຈ້ຍຫໍ່ຂອງຂວັນ ຫໍ່ຕົວເອງແລະລູກຊາຍນ້ອຍເປັນຂອງຂວັນອັນໃຫຍ່.
ໜຸ່ມໄດ້ໂພສຮູບ ແລະ ຂໍ້ຄວາມລະບຸວ່າ: ວັນເກີດຂອງແມ່, ພໍ່ກັບລູກບໍ່ຮູ້ຈະຊື້ຫຍັງໃຫ້ແມ່, ຈຶ່ງຈັດຊໍ່ດອກໄມ້ນ້ອຍໆ. ມາສະແດງຄວາມຍິນດີກັບແມ່ ຂໍໃຫ້ເຈົ້າມີຄວາມສຸກ, ສວຍງາມ, ແລະຢ່າດ່າພໍ່ແລະລູກຫຼາຍ.”ຂໍ້ຄວາມດັ່ງກ່າວໄດ້ແຜ່ລາມຢ່າງໄວວາແລະເຮັດໃຫ້ແມ່ຍິງຫຼາຍຄົນອິດສາເມຍຂອງຜູ້ຊາຍຄົນນີ້.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 657.17 | 669 |
![]() EUR | 24,072 | 24,554 |
![]() CNY | 2,938 | 2,996 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |