ສານປະຊາຊົນ ແຂວງວຽງຈັນ ຕັດສິນຈຳເລີຍ 16 ຄົນ (ຍິງ 2 ຄົນ) ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາໃນ ຂໍ້ຫາຄ້າຂາຍຢາເສບຕິດ ແລະ ຊື້ຂາຍຊັບຜິດກົດໝາຍ.
16 ຄົນດັ່ງກ່າວລວມມີ ທ້າວເທບ ອາຍຸ 29 ປີ ກຳມະກອນ ຢູ່ບ້ານຫາດທາ ເມືອງແກ້ວອຸດົມ ຖືກຕັດສິນລົງໂທດຕັດອິດສະລະພາບ 5 ປີ ປັບໃໝ 10 ລ້ານກີບໃນຂໍ້ຫາຄ້າຂາຍຢາເສບຕິດຂອງກາງ ຢາບ້າ 67 ເມັດ, ຖືກກັກຕົວ 13 ມິຖຸນາ 2024; ທ້າວລໍາພອນ ອາຍຸ 35 ປີ ອາຊີບຊາວນາ ຢູ່ບ້ານນາຄຸ້ມ ເມືອງຫີນເຫີບ ຖືກຕັດສິນລົງໂທດຕັດອິດສະລະພາບ 7 ປີ ປັບໃໝ 46 ລ້ານກີບ ໃນຂໍ້ ຫາຄ້າຂາຍຢາເສບຕິດ ມີຂອງກາງຢາບ້າ 580 ເມັດ, ຖືກກັກຕົວຄັ້ງວັນທີ 22 ພະຈິກ 2024; ນາງວຽງ ອາຍຸ 24 ປີ ອາຊີບຊາວນາ ແລະ ທ້າວບຸນປັນ (ລີ) ອາຍຸ 42 ປີອາຊີບ ຊາວນາ ຄູ່ຜົວເມຍຢູ່ບ້ານ ວຽງສະໄໝ ເມືອງກາສີ ຕັດສິນລົງໂທດຕັດອິດສະລະພາບ ຈໍາເລີຍທັງ 2 ຄົນ 5 ປີ ປັບໃໝ 10 ລ້ານກີບ ໃນຂໍ້ ຫາຄ້າຂາຍຢາເສບຕິດມີຂອງກາງ ຢາບ້າ 54 ເມັດ ຖືກກັກຕົວໃນວັນທີ 18 ພະຈິກ 2024; ທ້າວໂຊນິກ ອາຍຸ 34 ປີ ຊາວນາ ຢູ່ບ້ານນໍ້າເພີນ ເມືອງໝື່ນ ຖືກຕັດສິນລົງໂທດຕັດອິດສະລະພາບ ຈໍາເລີຍ 5 ປີ ປັບໃໝ 10 ລ້ານກີບໃນ ຂໍ້ກ່າວຫາຄ້າຂາຍຢາເສບຕິດ ມີຂອງກາງຢາບ້າ 154 ເມັດ ຖືກກັກຕົວວັນທີ 27 ມິຖຸນາ 2024; ທ້າວ ສາຄອນ ອາຍຸ 20 ປີ ອາຊີບ ຊາວນາ ຢູ່ບ້ານນໍ້າເພີນ ເມືອງໝື່ນ ຕັດສິນລົງໂທດຕັດອິດສະລະພາບ ຈຳເລີຍ 5 ປີ ປັບໃໝ 10 ລ້ານກີບໃນ ຂໍ້ຫາຄ້າຂາຍຢາເສບຕິດມີຂອງກາງ ຢາບ້າ27 ເມັດ ຖືກກັກຕົວວັນທີ 3 ກໍລະກົດ 2024; ນາງແດງ ອາຍຸ 32 ປີ ຊາວນາ ຢູ່ບ້ານປາກພາງ ເມືອງຊະນະຄາມ ຖືກຕັດສິນລົງໂທດຕັດອິດສະລະພາບ ຈຳເລີຍ 15 ປີ ປັບໃໝ 150 ລ້ານກີບໃນ ຂໍ້ຫາຄ້າຂາຍຢາເສບຕິດມີຂອງກາງຢາບ້າ 1,560 ເມັດ ກັກຕົວວັນທີ 18 ມິຖຸນາ 2024; ທ້າວປະກອນ (ແຫຼ້) ອາຍຸ 28 ປີ ອາຊີບຊາວນາ ຢູ່ບ້ານນາລ້າ ເມືອງທຸລະຄົມ ຖືກຕັດສິນລົງໂທດຕັດອິດສະລະພາບ ຈຳເລີຍ 5 ປີ ປັບໃໝ 10 ລ້ານກີບ ຂໍ້ກ່າວຫາຄ້າຂາຍຢາເສບຕິດມີຂອງກາງ ຢາບ້າ 107 ເມັດ ກັກຕົວຄັ້ງວັນທີ 10 ມິຖຸນາ 2024; ທ້າວເອື້ອງ ອາຍຸ 38 ປີ ຊາວນາ ຢູ່ບ້ານໂພນສະຫວັນ ເມືອງຫີນເຫີບ ຖືກຕັດສິນລົງໂທດຕັດອິດສະລະພາບ ຈຳເລີຍ 5 ປີ ປັບໃໝ 10 ລ້ານກີບໃນຂໍ້ຫາຄ້າຂາຍຢາເສບຕິດມີຂອງກາງ ຢາບ້າ 91 ເມັດ ຖືກກັກຕົວຄັ້ງວັນທີ 18 ກັນຍາ 2024; ທ້າວທິດ ອາຍຸ 29 ປີ ຊາວນາ ຢູ່ບ້ານໂພນເງິນ ເມືອງໂພນໂຮງ ຖືກຕັດສິນລົງໂທດຕັດອິດສະລະພາບ ຈຳເລີຍ 2 ປີ ປັປໃໝ 10 ລ້ານກີບໃນຂໍ້ກ່າວຫາມີຢາບ້າໄວ້ໃນຄອບຄອງ 17 ເມັດ ຖືກກັກຕົວຄັ້ງວັນທີ 10 ມິຖຸນາ 2024; ທ້າວໄຊ ອາຍຸ 19 ປີ, ກໍາມະກອນ ບ້ານຫີນໂງນ ເມືອງຫີນເຫີບ ຖືກຕັດສິນລົງໂທດຕັດອິດສະລະພາບ ຈຳເລີຍ 3 ປີ 8 ເດືອນ ປັບໃໝ 5 ລ້ານກີບໃນຂໍ້ຫາການລັກຊັບ ແລະ ຊື້ຂາຍຊັບ ຜິດກົດໝາຍ ຖືກກັກຕົວຄັ້ງວັນທີ 12 ມັງກອນ 2022; ທ້າວອ້ອຍ ອາຍຸ 35 ປີ ຖືກຕັດອິດສະລະພາບ 4 ປີ ປັບໃໝ 6 ລ້ານກີບ; ທ້າວຕິດ ອາຍຸ 20 ປີ ອາຊີບຊາວນາ; ທ້າວທິ ອາຍຸ 19 ປີ ອາຊີບຊາວນາທັງ 3 ຄົນ ຖືກຕັດອິດສະລະພາບ 3 ປີ 8 ເດືອນ 15 ວັນ ປັບໃໝຜູ້ລະ 5 ລ້ານກີບ ຊຶ່ງທັງ 3 ຄົນຢູ່ບ້ານໂພນທອງເໜືອ ເມືອງຫີນເຫີບໃນ ຂໍ້ຫາ ການລັກຊັບ ແລະ ຊື້ຂາຍຊັບຢ່າງຜິດກົດໝາຍ ຖືກກັກຕົວຄັ້ງວັນທີ 29 ທັນວາ 2021; ທ້າວອື່ງ ອາຍຸ 24 ປີ ອາຊີບ ຊາວນາ ຢູ່ບ້ານ ໂພນທອງເໜືອ ເມືອງຫີນເຫີບ ຕັດສິນລົງໂທດຕັດອິດສະລະພາບ ຈຳເລີຍ 3 ປີ ປັບໃໝ 5 ລ້ານກີບໃນຂໍ້ຫາການລັກຊັບ ແລະ ຊື້ຂາຍຊັບຢ່າງຜິດກົດໝາຍ, ຖືກກັກຕົວຄັ້ງວັນທີ 2 ພະຈິກ 2022; ທ້າວຄິດສະມາດ ອາຍຸ 24 ປີ ອາຊີບຊາວນາ ຢູ່ບ້ານໂພນທອງເໜືອ ເມືອງຫີນເຫີບ ຖືກຕັດສິນລົງໂທດຕັດອິດສະລະພາບ ຈຳເລີຍ 3 ປີ 8 ເດືອນ 15 ວັນ ປັບໃໝ 5 ລ້ານກີບໃນຂໍ້ຫາລັກຊັບ ແລະ ຊື້ຂາຍຊັບຢ່າງຜິດກົດໝາຍ ຖືກກັກຕົວຄັ້ງວັນທີ 19 ມັງກອນ 2022.
ທີ່ມາ: ປກສ ແຂວງວຽງຈັນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,496 | 21,773 |
![]() THB | 672.94 | 683.71 |
![]() EUR | 24,219 | 24,703 |
![]() CNY | 2,941 | 2,999 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |