pele - 2025-09-15T134622.962
ກະຊວງປ້ອງກັນປະເທດ ຈະສົ່ງ 21 ປະເພດກິລາ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ
ຮຽບຮຽງໂດຍ:Pele
ເຜີຍແຜ່: 15 September, 2025
ໝວດ: ກິລາ

ກະຊວງປ້ອງກັນປະເທດ ໄດ້ກຳນົດເອົາ 21 ປະເພດກິລາ ເຂົ້າຮ່ວມໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ ຫຼື ນະຄອນຫຼວງວຽງຈັນ ເກມ 2025 ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025.

 

ທ່ານ ພັນເອກ ແສງອໍາພອນ ພູມີເງິນ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ໄດ້ກ່າວໃນກອງປະຊຸມ ຜ່ານແຜນການກະກຽມນັກກິລາ ເຂົ້າຮ່ວມງານກິລາ ຄັ້ງນີ້ ເມື່ອບໍ່ດົນມານີ້ວ່າ, ງານກິລາແຫ່ງຊາດ ຄັ້ງທີ XII ນີ້ ເຈົ້າພາບ ນະຄອນຫຼວງວຽງຈັນ ໄດ້ກໍານົດ 33 ປະເພດກິລາ ຮ່ວມແຂ່ງຂັນ ແຕ່ກະຊວງປ້ອງກັນປະເທດ ຈະສົ່ງນັກກິລາເຂົ້າຮ່ວມ 21 ປະເພດ: ບານເຕະຊາຍ, ແລ່ນ-ລານ, ບານສົ່ງໃນຮົ່ມ ແລະ ຫາດຊາຍ, ມວຍສາກົນ, ມວຍຢູໂດ, ເທຄວັນໂດ, ມວຍປໍ້າ, ປັນຈັກສີລັດ, ຄາຣາເຕໂດ, ມວຍລາວ, ຍິງປືນ, ກະຕໍ້-ຊິນລອນ, ເປຕັງ, ກັອຟ, ສະນຸກເກີ, ກິລາໜ້າເກັກ, ຍິງທະນູ, ດຶງເຊືອກ, ກິລາໝາກຂ່າງ, ກິລາໝາກແລ້ ແລະ ເຮືອຊ່ວງ.

Digital Marketing Agency in Laos - Emerging Digital Solutions

 

ພ້ອມນັ້ນ, ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ຍັງໄດ້ສ້າງແຜນການກະກຽມນັກກິລາ ຢ່າງມີຂະບວນການຟົດຟື້ນ, ເຂັ້ມແຂງ, ໜັກແໜ້ນ, ມີຄຸນນະພາບ, ສາມາດປະກອບສ່ວນຮັບໃຊ້ຊາດ, ເຂົ້າຮ່ວມແຂ່ງຂັນລະດັບພາກພື້ນ ແລະ ສາກົນ ທັງເປັນການສ້າງໂອກາດໃຫ້ບັນດານາຍ ແລະ ພົນທະຫານ ກຳລັງຫຼວງ-ກໍາລັງທ້ອງຖິ່ນ ໃນທົ່ວກອງທັບ ປະຊາຊົນລາວ ຜູ້ທີ່ມີພອນສະຫວັນ, ມີຄວາມສາມາດທາງດ້ານການກິລາ ໄດ້ຮັບໂອກາດເປັນຕົວແທນເຂົ້າຮ່ວມແຂ່ງຂັນໃນງານກິລາລະດັບຊາດ, ລະດັບພາກພື້ນ ແລະ ສາກົນ ໃນອະນາຄົດ.

 

ສໍາລັບ ຜົນງານຂອງກະຊວງປ້ອງກັນປະເທດ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI 2022 ຜ່ານມາ ທີ່ແຂວງຊຽງຂວາງ (ເຈົ້າພາບ), ສາມາດຍາດໄດ້ ຫຼຽນຄໍາ 51 ຫຼຽນ, ຫຼຽນເງິນ 49 ຫຼຽນ ແລະ ຫຼຽນທອງ 36 ຫຼຽນ ລວມ 136 ຫຼຽນ ໄດ້ເປັນອັນດັບທີ 3, ສ່ວນອັນດັບ1 ເຈົ້າພາບ ຊຽງຂວາງ ຍາດມາໄດ້ 62 ຫຼຽນຄຳ, 60 ຫຼຽນເງິນ ແລະ 95 ຫຼຽນທອງ ລວມ 217 ຫຼຽນ.

 

ທີ່ມາ: Lao National TV

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 15 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,496
21,773
thailand (1)
THB
672.94
683.71
european-union
EUR
24,219
24,703
china
CNY
2,941
2,999
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (33)
ເປີດການຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂຣສ-2025
jane (32)
ນຳສະເໜີ ໂລໂກ້ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ
pele - 2025-09-15T154957.450
ແຈ້ງການມອດໄຟ 17,20,21/09/2025 (ຈຳນວນ 3 ວັນ)
jane (31)
ເຄື່ອງປະດັບເສີມການແຕ່ງຕົວຕາມລາສີ ເພີ່ມສະເໜ່ໄດ້ງ່າຍໆ
pele - 2025-09-15T143441.056
ກຽມພົບກັບງານ Laos Blockchain Fest 2025 ໃນທ້າຍເດືອນພະຈິກນີ້
pele - 2025-09-15T134622.962
ກະຊວງປ້ອງກັນປະເທດ ຈະສົ່ງ 21 ປະເພດກິລາ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ
jane (30)
ກອງປະຊຸມເວທີປຶກສາຫາລືວັດທະນະທຳສາກົນ ໝີແພນດາຄຳ 2025 ຈັດຂຶ້ນຢູ່ນະຄອນເສີງຕູ່ ສ ປ ຈີນ
jane (29)
ເບິ່ງດວງປະຈຳວັນຈັນ ທີ່ 15 ກັນຍາ 2025
pele - 2025-09-15T105506.931
ສານປະຊາຊົນແຂວງວຽງຈັນ ຕັດສິນຈຳເລີຍ 16 ຄົນ ຂໍ້ຫາຄ້າຂາຍຢາເສບຕິດ ແລະ ຊື້ຂາຍຊັບຜິດກົດໝາຍ
pele - 2025-09-15T101039.074
ຊາຍໜຸ່ມໃຊ້ມີດແທງແຟນສາວເສຍຊີວິດຍ້ອນຜິດຖຽງກັນ
ຢ່າລື່ມກົດຕິດຕາມ