ດວງ-Tou-Vientianepost (70)
ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ມ້າງກຸ່ມແກ້ງລັກລົດຈັກກັກຕົວໄດ້ 7 ຄົນ
ຮຽບຮຽງໂດຍ:Staff
ເຜີຍແຜ່: 30 May, 2023
ໝວດ: ຂ່າວ

ພັທ ເກດສະໜາ ພິຈິດ ຫົວໜ້າພະແນກຕຳຫຼວດ ປກສ ເມືອງຫາດຊາຍຟອງ ນວ ໃຫ້ສຳພາດວ່າ: ຕໍ່ກັບສະພາບປະກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນ ເປັນຕົ້ນແມ່ນບັນຫາລົດຈັກຂອງປະຊາຊົນ ຢູ່ເມືອງ ຫາດຊາຍຟອງ ເສຍຫາຍເປັນຈຳນວນຫຼາຍຄັນ ໃນໄລຍະຜ່ານມາ ເຊິ່ງຮູບແບບການເສຍກໍມີຫຼາຍກໍລະນີ ຫຼາຍສະຖານທີ່ ແລະ ເວລາທີ່ແຕກຕ່າງກັນ.

ດັ່ງນັ້ນ ປກສ ເມືອງຫາດຊາຍຟອງ ຈຶ່ງໄດ້ສຸມໃສ່ລົງແກ້ໄຂຢ່າງຕໍ່ເນື່ອງ ເພື່ອນຳຊອກຫາຈັບຕົວຜູ້ກໍ່ເຫດ ມາດຳເນີນຄະດີຕາມກົດໝາຍ ເຊິ່ງໃນລະຫວ່າງວັນທີ 19 ທັນວາ 2022 ຫາ ວັນທີ 1 ພຶດສະພາ 2023 ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ສາມາດຈັບ ຕົວເປົ້າໝາຍລັກຊັບໄດ້ 7 ຄົນມີ: ທ້າວ ດາວເດັດ ອາຍຸ 35 ປີ ກຳມະກອນ ຢູ່ບ້ານດອນຂາຊ້າຍ ເມືອງຫາດຊາຍຟອງ ນວ;

ວັນທີ 13 ເມສາ 2023 ຈັບຕົວ ທ້າວ ບັນດິດ ອາຍຸ 26 ປີ ຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນວ, ທ້າວພູທອນ ອາຍຸ 46 ປີ ກຳມະກອນ ຢູ່ບ້ານໂພນ ເມືອງໂພນໂຮງ ແຂວງວຽງຈັນ, ທ້າວໂພຄຳ ອາຍຸ 32 ປີ ກຳມະກອນ ຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ແລະ ທ້າວ ແອັດດີ້ ອາຍຸ 28 ປີ ກຳມະກອນ ພັກເຊົາຢູ່ບ້ານໂຄກຊາຍ ເມືອງຫາດຊາຍຟອງ ນວ; ໃນວັນທີ 1 ພຶດສະພາ 2023 ສາມາດຈັບເປົ້າໝາຍໄດ້ອີກ 2 ຄົນມີ: ທ້າວ ຂັນທະລີ ຫຼືນ້ອຍ ອາຍຸ 37 ປີ ຢູ່ບ້ານສາລະຄຳ ເມືອງຫາດຊາຍຟອງ ນວ ແລະ ທ້າວ ຈັນສຸກ ອາຍຸ 35 ປີ ກຳມະກອນ ຢູ່ບ້ານໜອງໄຮ ເມືອງຫາດຊາຍຟອງ ນວ.

ຜ່ານການສືບສວນ-ສອບສວນພວກກ່ຽວຮັບສາລະພາບເບື້ອງຕົ້ນວ່າ: ໄດ້ຮ່ວມກັນເຄື່ອນໄຫວລັກຊັບພົນລະເມືອງ ກໍຄືລັກລົດຈັກແທ້ ຮູບແບບການລັກແຕ່ລະຄັ້ງແມ່ນອາໄສຊ່ອງຫວ່າງຕອນເຈົ້າຂອງຊັບບໍ່ລະວັງຕົວ ເປັນຕົ້ນ ບໍ່ລັອກກະແຈລົດ ຈຶ່ງລົງມືລັກ.

ປັດຈຸບັນ ຄະດີດັ່ງກ່າວ ພວມຢູ່ໃນຂັ້ນຕອນສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມແກ້ງຜູ້ຮ່ວມຂະບວນການ ມາດຳເນີນຄະດີຕາມກົດໝາຍ.

ແຫຼ່ງຂ່າວ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 21 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,490
21,766
thailand (1)
THB
660.02
670.18
european-union
EUR
24,038
24,518
china
CNY
2,911
2,969
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-08-21T105312.909
ລາວ-ມົງໂກລີ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ
_cover - 2025-08-21T103432.199
ແຈ້ງການມອດໄຟ ວັນທີ 21, 24 ສິງຫາ 2025 ບາງເຂດ ເມືອງໄຊທານີ, ເມືອງປາກງື່ມ, ເມືອງຫາດຊາຍຟອງ
_cover - 2025-08-21T095226.825
ສະຫະລັດອາເມລິກາເພີ່ມພາສີ 50% ຕໍ່ສິນຄ້າທີ່ຜະລິດຈາກເຫຼັກ ແລະ ອາລູມິນຽມ 400 ລາຍການ ຊີ້ໃຫ້ເຫັນການອຸດຊ່ອງຫວ່າງເພື່ອປ້ອງກັນການຫຼີກລ່ຽງພາສີ
site cover1 (83)
Apple ຍ້າຍຖານການຜະລິດ iPhone ໄປອິນເດຍຫຼາຍຂຶ້ນ ໂດຍສະເພາະ iPhone 17
pele - 2025-08-21T100529.826
ສະຫວັນນະເຂດ ເປີດໂຄງການກໍ່ສ້າງທາງ ວັດບ້ານນາແກ ຫາ ຂົວມິດຕະພາບ ລາວ-ໄທ II
site cover1 (82)
Kaspersky ຊີ້ພາຍໄພຄຸກຄາມ IT-OT ພຸ່ງສູງໃນເອເຊຍປາຊິຟິກ ຕະຫຼາດເຕີບໂຕ 62 ພັນລ້ານໂດລາປີ 2030
_cover - 2025-08-20T152654.259
ຈີນພັດທະນາຫຸ່ນຍົນທີ່ສາມາດຖືພາແທນມະນຸດ ເປັນໂຕທຳອິດຂອງໂລກ ແລະ ຈະເປີດຕົວຢ່າງເປັນທາງການພາຍໃນ 1 ປີ
pele - 2025-08-20T111617.259
ຄະນະຜູ້ແທນເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ
pele - 2025-08-20T100635.516
ສຳເລັດການຝຶກອົບຮົມດົນຕີພື້ນເມືອງລາວ, ສຽງແຄນລາວ, ດົນຕີພື້ນບ້ານ
_cover - 2025-08-18T162202.386
ແຈ້ງການ ປິດນ້ຳປະປາຊົ່ວຄາວ ວັນທີ 19 ສິງຫາ 2025 ຂອບເຂດພື້ນທີ່ບ້ານ ໂພນສະຫວ່າງ, ເມືອງ ຈັນທະບູລີ ແລະ ເຂດໃກ້ຄຽງ
ຢ່າລື່ມກົດຕິດຕາມ