ວັນທີ 26 ພຶດສະພາ 2023 ຜ່ານມາ, ສານປະຊາຊົນ ແຂວງຫົວພັນ ໄດ້ປ່ອຍຕົວນັກໂທດກ່ອນກຳນົດໂດຍມີເງື່ອນໄຂ ຈໍານວນ 7 ຄົນ; ໃນນີ້, ມີນັກໂທດຄະດີມີຢາເສບຕິດໄວ້ໃນຄອບຄອງ ເພື່ອເສບປະເພດຢາບ້າ 4 ຄົນ, ຄະດີມີວັດຖຸເຄມີເພື່ອຜະລິດຢາເສບຕິດໄວ້ໃນຄອບຄອງ 1 ຄົນ, ຄະດີລັກພາຕົວ 1 ຄົນ ແລະ ຄະດີຂູ່ຄາດຕະກຳ 1 ຄົນ.
ນັກໂທດຈໍານວນດັ່ງກ່າວ ພວກກ່ຽວໄດ້ຜ່ານການປະຕິບັດໂທດມາແລ້ວ 2 ສ່ວນ 3 ເຫັນວ່າພວກກ່ຽວເປັນຜູ້ທີມີຄວາມກ້າວໜ້າ ໃນການຝຶກຝົນຫຼໍ່ຫຼອມຕົນເອງ, ມີການປ່ຽນແປງທາງດ້ານທັດສະນະແນວຄິດ, ມີສະຕິຕື່ນຕົວປະຕິບັດຕາມລະບຽບກົດໝາຍຂອງຄ້າຍວາງອອກຢ່າງເຂັ້ມງວດ, ມີແນວຄິດກິນແໜ່ງແຄງໃຈຕໍ່ການກະທຳຜິດຂອງຕົນເອງໃນໄລຍະຜ່ານມາ, ມີຄວາມສາມັກຄີ ເປັນແບບ ຢ່າງໃຫ້ແກ່ນັກໂທດຮ່ວມກັນ, ມີຄວາມດຸໜັ່ນຫ້າວຫັ່ນໃນການອອກແຮງງານ ສະນັ້ນຈິງໄດ້ຮັບການປ່ອຍຕົວກ່ອນກຳນົດໂດຍມີເງື່ອນໄຂ ຕາມແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 657.17 | 669 |
![]() EUR | 24,072 | 24,554 |
![]() CNY | 2,938 | 2,996 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |