ເມື່ອບໍ່ດົນມານີ້, ຄະນະກໍາມະການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຕາມແຄມທາງຫຼວງສາຍຫຼັກ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ລົງປະຕິບັດໜ້າທີ່ວຽກງານຕາມຈຸດຕ່າງໆ ຕາມການຊີ້ນໍາຈາກທ່ານເຈົ້າເມືອງຫາດຊາຍຟອງ ເພື່ອໃຫ້ມີຄວາມເປັນລະບຽບຮຽບຮ້ອຍດີ.
ການເຄື່ອນໄຫວຄັ້ງນີ້, ໂດຍປະຕິບັດຕາມຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ເລກທີ 1184/ຈນວ ວ່າດ້ວຍການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ກໍຄືແຈ້ງການຂອງພະແນກໂຍ ທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ເລກທີ 869/ຍທຂ.ນວ ທີ່ໄດ້ແຈ້ງເຖິງບັນດາຜູ້ປະກອບການ, ບໍລິ ສັດຫ້າງຮ້ານບຸກຄົນ ແລະ ນິຕິບຸກຄົນທີ່ເປັນເຈົ້າຂອງສິ່ງປຸກສ້າງຕ່າງໆ ທີ່ໄດ້ມີການຕໍ່ເຕີມເທີບເງີບ ປ້າຍໂຄສະ ນາ ກອງວັດສະດຸກໍ່ສ້າງ ແລະ ໂຕະ, ຕັ່ງ ລວມທັງລໍ້ຍູ້ຂາຍເຄື່ອງອື່ນໆ ຢູ່ຕາມແຄມທາງທີ່ໄດ້ກວມເອົາຂອບເຂດສະຫງວນຂອງເສັ້ນທາງຢູ່ໃນນະຄອນຫວງວຽງຈັນ ແລະ ອີງໃສ່ແຈ້ງການຂອງພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ເຖິງຜູ້ອໍານວຍການບໍລິສັດ ຂາເຂົ້າ-ຂາອອກ ໂຮງຊ່າງຫັດຖະກໍາ, ສູນການຄ້າຕ່າງໆ ໃຫ້ເພີ່ມທະວີການສ້າງຂະບວນການ ເພື່ອຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນຫຼວງຽງຈັນ ຄັ້ງທີ VIII, ກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ ແລະ ງານມະຫະກໍາກິລາແຫ່ງຊາດຢູ່ນະຄອນຫຼວງວຽງຈັນ.
ການລົງເຄື່ອນໄຫວຄັ້ງນີ້, ໄດ້ເອົາໃຈໃສ່ແນະນໍາໃຫ້ບັນດາຜູ້ປະກອບການ ທີ່ນໍາເອົາເຄື່ອງຂອງມາວາງຂາຍເລາະລຽບຢູ່ຕາມແຄມທາງຫຼວງຢູ່ແຕ່ລະຈຸດ ທີ່ເຫັນວ່າບໍ່ເປັນລະບຽບຢູ່ຕາມແຄມທາງ ແລະ ກວມເອົາເຂດສະຫງວນ ເຮັດໃຫ້ການສັນຈອນພົບຄວາມແອອັດ, ບັນຫາອຸບັດເຫດ ແລະ ຄວາມບໍ່ສະອາດຈົບງາມຢູ່ຕາມແຄມທາງຫຼວງ ໂດຍໄດ້ເຮັດບົດບັນທຶກກັບຜູ້ປະກອບການ ພ້ອມທັງໄດ້ນໍາເອົາປ້າຍຫ້າມຂາຍເຄື່ອງມາຕິດໃສ່ ເພື່ອບໍ່ໃຫ້ເອົາເຄື່ອງມາວາງຂາຍຕາມຈຸດຕ່າງໆ ຖ້າຫາກຍັງພົບເຫັນມີການລະເມີດ ຫຼື ບໍ່ປະຕິບັດຕາມລະບຽບ, ທາງເຈົ້າໜ້າທີ່ຈະໄດ້ນໍາໃຊ້ມາດຕະການປັບໄໝຕາມລະບຽກົດໝາຍ ວ່າດ້ວຍການຈະລາຈອນທາງບົກ.
ຂ່າວ: ວຽງຈັນໃໝ່
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,490 | 21,766 |
![]() THB | 671.87 | 682.62 |
![]() EUR | 24,268 | 24,754 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |