ໃນວັນທີ 29 ພຶດສະາ 2023 ຜ່ານມາ, ທີມງານຜ່າຕັດໂຮງໝໍຊຸມຊົນເຊໂປນ, ແຂວງສະຫວັນນະເຂດ ໄດ້ຜ່າຕັດຈາກຄົນໄຂ້ຜູ້ໝຶ່ງ, ອາຍຸ36ປີ ທີ່ມີພະຍາດແມ່ທ້ອງໂຕແປງົວ (Taenia Saginata), ຄວາມຍາວປະມານ5-10ແມັດ ຈຳນວນຫລາຍໂຕ, ເບື້ອງຕົ້ນມີອາການການເຈັບທ້ອງເບື້ອງຂວາຮຸນແຮງ, ເຈັບຫຸ່ມທົ່ວທ້ອງ, ໄຂ້, ອິດເມື່ອຍ, ຮາກ, ສິຜິວຈືດມ່ານ, ບໍ່ຢາກອາຫານ, ຖ່າຍບໍ່ອອກຫຼາຍວັນ, ທ້ອງເບັງເລັກໜ້ອຍ ສອບຖາມເພິ່ມເຕີມແມ່ນຜູ້ກ່ຽວມັກກິນອາຫານດິບແລະບໍ່ໄດ້ຂ້າແມ່ທ້ອງດົນກວ່າ5ປີ.
ທາງທີມງານຜ່າຕັດໂຮງໝໍເຊໂປນລະບຸຜົນກວດ Echo abdominal: ມີນ້ຳໃນຜົ້ງທ້ອງ, X ray: ພົບລຳໄສ້ອຸດຕັນ
ແລະ ບົ່ງມັດຕິເບື້ອງຕົ້ນ Bowel obstruction, ຫຼັງຈາກຜ່າຕັດເຂົ້າຜົ້ງທ້ອງພົບລຳໄສ້ມີລັກສະນະອຸດຕັນຈາກພະຍາດແມ່ທ້ອງໂຕແປຈຳນວນຫລາຍທີມແພດໝໍເຮົາຈຶ່ງຜ່າຕັດລຳໄສ້ເພື່ອດຶງເອົາພະຍາດໂຕແປອອກຈາກລຳໄສ້,ຄົນໄຂ້ປອດໄພດີແລະກຳລັງສືບຕໍ່ປິ່ນປົວ.
ສຳລັບພະຍາດໂຕແປງົວ (Taenia Saginata) ແມ່ນພົບເຫັນໄດ້ຫຼາຍໂດຍສະເພາະຄົນທີ່ມັກກິນອາຫານດິບ,ຫຼືປົນເປື້ອນກັບໄຂ່ຂອງພະຍາດມາ,ໂດຍສະເລ່ຍອາຍຸຂອງພະຍາດໂຕແປແມ່ນອາໃສແລະມີຊີວິດຢູ່ໃນຮ່າງກາຍຄົນເຮົາໄດ້ເຖິງ35ປີແລະຍາວໄດ້ເຖິງ5-15ແມັດ,ແລະມັກມີຢູ່ຫຼາຍໂຕ,ສ່ວນໃຫຍ່ຈະບໍ່ສະແດງອາການໃຫ້ຮູ້ໂດຍທັນທີ,ສະນັ້ນໃຫ້ທຸກຄົນໝັ່ນກວດສຸຂະພາບແລະຂ້າແມ່ທ້ອງປະຈຳປີໝ່ຳສະເໝີ.
ທີ່ມາ Souligno Inthavong
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 657.17 | 669 |
![]() EUR | 24,072 | 24,554 |
![]() CNY | 2,938 | 2,996 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |