pele - 2025-09-17T162708.001
ເປີດຫ້ອງວາງສະແດງເມືອງແຫ່ງສະເໜ່ຂອງ ສປປ ລາວ ໃນງານ CAEXPO
ຮຽບຮຽງໂດຍ:Pele
ເຜີຍແຜ່: 17 September, 2025
ໝວດ: ຂ່າວ

ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ ພ້ອມດ້ວຍບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຄະນະຜູ້ແທນຈາກກະຊວງກ່ຽວຂ້ອງ ແລະ ທ້ອງຖິ່ນ ຊຶ່ງມີການນໍາຂັ້ນສູງ, ຄະນະຜູ້ແທນຈາກ ສປ ຈີນ ໄດ້ເຂົ້າຮ່ວມພິທີເປີດຫ້ອງວາງສະແດງເມືອງແຫ່ງສະເໜ່ ຂອງ ສປປ ລາວ ຂຶ້ນຢ່າງເປັນທາງການໃນວັນທີ 16 ກັນຍາ ນີ້ ໃນງານມະຫະກໍາວາງສະແດງ ຈີນ-ອາຊຽນ ຄັ້ງທີ 22 (CAEXPO 2025) ທີ່ນະຄອນໜານໜິ່ງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ.

 

อาจเป็นรูปภาพของ 3 คน และ ข้อความ

Digital Marketing Agency in Laos - Emerging Digital Solutions

 

ພາຍໃນງານປະທານຄະນະປະທານໄດ້ຮ່ວມຕັດລິບບິນ ຊຶ່ງເປັນສັນຍາລັກໃນການເປີດຫ້ອງວາງສະແດງເມືອງແຫ່ງສະເໜ່ ຂອງ ສປປ ລາວ ກໍຄືພາບຈໍາລອງທ່າແຮງ ທີ່ອອກແບບສະທ້ອນໃຫ້ເຫັນເຖິງເອກະລັກສະເພາະ ແລະ ຈຸດແຂງຂອງແຂວງຫຼວງນໍ້າທາໄດ້ຢ່າງຈະແຈ້ງ ແລະ ຊັດເຈນ ຮ່ວມຊົມການສະແດງສິລະປະຂອງນ້ອງນ້ອຍຈາກແຂວງຫຼວງນໍ້າທາ. ຈາກນັ້ນ, ທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງຫຼວງນໍ້າທາ ກໍໄດ້ນໍາພາຢ້ຽມຊົມ ພ້ອມທັງອະທິບາຍບັນດາຮູບພາບ ແລະ ສິ່ງຂອງຕ່າງໆທີ່ນໍາມາວາງສະແດງ ແຕ່ລະຢ່າງສະແດງໃຫ້ເຫັນເຖິງຄວາມອຸດົມສົມບູນທາງດ້ານທໍາມະຊາດ, ວັດທະນະທໍາ, ທ່າແຮງໃນການດຶງດູດການລົງທຶນດ້ານກະສິກໍາ, ອຸດສາຫະກໍາ, ພະລັງງານສີຂຽວ, ໂລຈີສຕິກ, ການຄ້າ, ການບໍລິການ ແລະ ການທ່ອງທ່ຽວ.

 

อาจเป็นรูปภาพของ 5 คน และ ข้อความ

 

ໂອກາດດັ່ງກ່າວ, ການນໍາຂັ້ນສູງ ແລະ ຜູ້ແທນຈາກ ສປປ ລາວ ໄດ້ລົງຢ້ຽມຍາມຫ້ອງວາງສະແດງສິນຄ້າຂອງຜູ້ປະກອບການ ຈາກແຂວງຫຼວງນໍ້າທາ, ພາຍໃນປະເທດ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ. ໄດ້ພົບປະໂອ້ລົມນັກທຸລະກິດ ແລະ ໃຫ້ກໍາລັງໃຈ ໃນການນໍາເອົາສິນຄ້າ, ການບໍລິການ ແລະ ການທ່ອງທ່ຽວ ເຂົ້າສູ່ຕະຫຼາດຕ່າງປະເທດ ໂດຍສະເພາະຕະຫຼາດ ສປ ຈີນ ແລະ ບັນດາປະເທດອາຊຽນ. ງານໃນຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມຕັ້ງໃຈຂອງ ສປປ ລາວ ທີ່ຈະເສີມສ້າງຄວາມຮ່ວມມືທາງເສດຖະກິດ, ການຄ້າ, ການບໍລິການ, ການທ່ອງທ່ຽວ ແລະ ການລົງທຶນ ກັບ ສປ ຈີນ ແລະ ບັນດາປະເທດອາຊຽນ ພ້ອມທັງເປັນເວທີປະຊາສໍາພັນພາບລັກຂອງ ສປປ ລາວ ໃນເວທີລະດັບສາກົນ.

 

ຂ່າວ: ສົມສະຫວາດ ນາມອິນທາ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 17 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,483
21,759
thailand (1)
THB
672.77
683.53
european-union
EUR
24,428
24,917
china
CNY
2,940
2,998
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-17T162708.001
ເປີດຫ້ອງວາງສະແດງເມືອງແຫ່ງສະເໜ່ຂອງ ສປປ ລາວ ໃນງານ CAEXPO
jane (50)
ນາທີຊີວິດເຫດສາວຈີນດື່ມຊານົມໄຂ່ມຸກແລ້ວໄຂ່ມຸກໄຫລເຂົ້າໄປໃນຫລອດລົມ ໂຊກດີພົນລະເມືອງດີເຂົ້າຊ່ວຍຊີວິດທັນໃນຊ່ວງ 4 ນາທີລະທຶກ
pele - 2025-09-17T145859.020
ອະນຸຍາດໃຫ້ພາຫະນະເຂົ້າໄປສັນຈອນ ໃນເສັ້ນທາງລົດເມດ່ວນ ໃນຊົ່ວໂມງເລັ່ງດ່ວນ
jane (49)
ຄບຕ ສຳເລັດວຽກປະດັບປະດາຕົວເມືອງ ຕ້ອນຮັບກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ນວ
pele - 2025-09-17T142134.867
ມອບ-ຮັບເຂົ້າສານ 1,050 ໂຕນ ຈາກຄັງແຮເຂົ້າສຸກເສີນອາຊຽນ+3
jane (48)
ເຫດຄົນເມົາແລ້ວຂັບຈົນຫລັບ! ຢູ່ຂອບທາງດ້ານໃນ ແລະ ມີໝານອນເຝົ້າຜູ້ກ່ຽວບໍ່ມີຮ່ອງຮອຍບາດແຜໃດໆ.
jane (47)
7 ໝາກໄມ້ທີ່ນິຍົມກິນຫ້າມຟ້າວແຊ່ຕູ້ເຢັນເດັດຂາດຈະເຮັດໃຫ້ ລົດຊາດເສຍ - ສ່ຽງເສຍສຸຂະພາບ ຄຸນຄ່າທາງໂພຊະນາການຫຼຸດລົງ!
pele - 2025-09-17T120155.829
ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ມອບອຸປະກອນການສຶກສາ ໃຫ້ໂຮງຮຽນ ມສ ບ້ານດົງໃຕ້
jane (46)
ອາຊຽນຮ່ວມມືໂຕ້ຕອບບັນດາໄພຂົ່ມຂູ່ທາງດ້ານຊີວະພາບທີ່ອາດຈະເກີດການລະບາດໃຫ່ຍຂື້ນໃນຕໍ່ໜ້າ
jane (45)
ຢູນິເທລ (Unitel) ມອບຄືນໃຫ້ສັງຄົມຜ່ານການສະໜັບສະໜູນກິດຈະກຳການກຸສົນ
ຢ່າລື່ມກົດຕິດຕາມ