ໃນ 8 ເດືອນຂອງປີ 2025 ນີ້ ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາ ສປປ ລາວ ຫຼາຍກວ່າ 3 ລ້ານເທື່ອຄົນ, ເພີ່ມຂຶ້ນ 15% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ໂດຍນັກທ່ອງທ່ຽວຈາກໄທເປັນອັນດັບ 1, ຮອງລົງມາແມ່ນຫວຽດນາມ ແລະ ຈີນຕາມລຳດັບ.
ອີງຕາມຂໍ້ມູນຈາກກົມພັດທະນາການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວໃຫ້ຮູ້ວ່າ: ໂຕເລກສະຖິຕິນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວ ສປປ ລາວ ເດືອນມັງກອນ – ສິງຫາ ຫຼື ໃນ 8 ເດືອນ ຂອງປີ 2025 ເພີ່ມຂຶ້ນ 15% ເມື່ອທຽບໃສ່ປີຜ່ານມາດ້ວຍຈຳນວນນັກທ່ອງທ່ຽວ ຫຼາຍກວ່າ 3 ລ້ານ ເທື່ອຄົນ.
ກຸ່ມນັກທ່ອງທ່ຽວອາຊຽນຍັງເປັນຕະຫຼາດຫຼັກ ທີ່ເຂົ້າມາທ່ຽວ ສປປ ລາວ, ໃນນີ້ນັກທ່ອງທ່ຽວຈາກປະເທດໄທເປັນອັນດັບ 1 ມີຈຳນວນ 977,675 ເທື່ອຄົນ, ຮອງລົງມາແມ່ນຫວຽດນາມ ມີ 790,403 ເທື່ອ ແລະ ຈີນ 750,650 ເທື່ອຄົນ.
ນອກນັ້ນ, ກໍມີ ສາທາລະນະລັດ ເກົາຫຼີ 1 ແສນກວ່າເທື່ອຄົນ, ສະຫະລັດ ອາເມຣິກາ 49 ພັນກວ່າເທື່ອຄົນ ແລະ ຣັດເຊຍ 49 ພັນກວ່າເທື່ອຄົນ.
ແຂວງທີ່ມີນັກທ່ອງທ່ຽວມາທ່ຽວຫຼາຍທີ່ສຸດແມ່ນນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງຫຼວງພະບາງ ແລະ ແຂວງຈຳປາສັກ.
ທັງນີ້, ສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວຕ່າງປະເທດຫຼາຍກວ່າໝູ່ ແມ່ນການທ່ອງທ່ຽວທາງດ້ານທຳມະຊາດ ແລະ ວັດທະນະທຳ.
ພາບ: ຕຸໄລເພັດ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,483 | 21,759 |
![]() THB | 672.65 | 683.41 |
![]() EUR | 24,437 | 24,926 |
![]() CNY | 2,953 | 3,012 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |