
ຂປລ. ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ພິທີປິດການແຂ່ງຂັນກິລາບານເຕະລາວລີກ 2 ປະຈໍາປີ 2025 ຈັດຂຶ້ນໃນວັນທີ 17 ກັນຍາ 2025 ທີ່ສະໜາມກິລາແຂວງເຊກອງ ໂດຍມີທ່ານ ບຸນຫລາຍ ບຸດທິ ເຈົ້າແຂວງໆເຊກອງ, ທ່ານ ມະໄລເພັດ ມາດມະນີວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ສຸກສາຄອນ ຈັນທະພານິດ ຮອງປະທານສະຫະພັນບານເຕະແຂວງ, ມີບັນດາພະແນກການ, ຫ້ອງການ-ອົງການທຽບເທົ່າອ້ອມຂ້າງແຂວງ, ຄະນະນໍາ-ຄູຝຶກ, ນັກກິລາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ສໍລະເສີນສັກ ຟອງສານຸວົງ ຄະນະສະຫະພັນບານເຕະແຂວງເຊກອງ ໄດ້ລາຍງານວ່າ: ການແຂ່ງຂັນກິລາບານເຕະລາວລີກ 2 ປະຈໍາປີ 2025 ມີທີມສະໂມສອນເຂົ້າຮ່ວມແຂ່ງຂັນທັງໝົດ 6 ທີມ ຄື: ສະໂມສອນ ປກສ ແຂວງເອັບຊີ; ສະໂມສອນເມືອງລະມາມເອັບຊີ; ສະໂມສອນເມືອງກະລຶມເອັບຊີ; ສະໂມສອນ NP ທ່າແຕງເອັບຊີ; ສະໂມສອນທັນວາພັດທະນາເອັບຊີ ແລະ ສະໂມສອນ PM sekong ເອັບຊີ, ເຊິ່ງການແຂ່ງຂັນໄດ້ເລີ່ມມາແຕ່ວັນທີ 26 ມິຖຸນາ 2025 ຫາ 17 ກັນຍາ 2025. ຜົນການແຂ່ງຂັນອັນດັບທີ I ແມ່ນສະໂມສອນ PM sekong ເອັບຊີ ໄດ້ຮັບຂັນ 1 ໜ່ວຍ, ຫລຽນຄໍາ ພ້ອມເງິນສົດ 15 ລ້ານກີບ ແລະ ອັນດັບທີ II ແມ່ນສະໂມສອນ ປກສ ແຂວງເອັບຊີ ໄດ້ຮັບຫລຽນເງິນ ພ້ອມເງິນສົດ 8 ລ້ານກີບ.
ທ່ານ ສໍລະເສີນສັກ ຟອງສານຸວົງ ກ່າວຕື່ມວ່າ: ການແຂ່ງຂັນກິລາບານເຕະລາວລີກ 2 ແຂວງເຊກອງ ປະຈໍາປີ 2025 ໄດ້ສຳເລັດຕາມເປົ້າໝາຍ, ບໍ່ພຽງແຕ່ເປັນກິດຈະກໍາກິລາ ແຕ່ຍັງເປັນການສ້າງຄວາມສາມັກຄີ ແລະ ສ້າງແຮງບັນດານໃຈໃຫ້ກັບຊາວໜຸ່ມ-ເຍົາວະຊົນ ໃນການພັດທະນາສາຍອາຊີບກິລາໃນອະນາຄົດ. ພ້ອມກັນນີ້, ກໍເປັນການສົ່ງເສີມການພັດທະນາກິລາ, ສ້າງໂອກາດໃຫ້ນັກກິລາໄດ້ສະແດງຄວາມສາມາດ ແລະ ເກັບສະສົມປະສົບການ ເພື່ອກ້າວຂຶ້ນເປັນນັກກິລາຂອງແຂວງ ເຂົ້າຮ່ວມແຂ່ງຂັນໃນລະດັບຕ່າງໆຂອງປະເທດ.
ຂ່າວ: ສັນຍາ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,690,000 | 43,220,000 |
![]() | 42,202,000 | 43,329,000 |














