ກອງປະຊຸມປິດ ໂຄງການສ້າງແຜນກິດຈະກໍາ ພັດທະນາຊົນນະບົດ ເພື່ອສ້າງລາຍຮັບໃຫ້ຊົນນະບົດ ຢູ່ບັນດາແຂວງພາກເໜືອ ແລະ ພາກກາງ ຂອງ ສປປ ລາວ ຈັດຂຶ້ນໃນວັນທີ 16 ກັນຍາ 2025 ຜານມາ ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ສ ເກົາຫລີ ປະຈໍາ ສປປ ລາວ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ໄຊນະຄອນ ອິນທະວົງ ໄດ້ກ່າວວ່າ: ໂຄງການສ້າງແຜນກິດຈະກໍາ ພັດທະນາຊົນນະບົດ ເພື່ອສ້າງລາຍຮັບໃຫ້ຊົນນະບົດ ເປັນໂຄງການໜຶ່ງທີ່ນອນໃນຂອບການຮ່ວມມື ລະຫວ່າງ ລັດຖະບານລາວ ແລະ ລັດຖະບານ ສ ເກົາຫລີ ແນໃສ່ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ງົບປະມານທັງໝົດ 12,5 ລ້ານໂດລາສະຫະລັດ ເຊິ່ງໄລຍະການຈັດຕັ້ງປະຕິບັດ 5 ປີ (2021-2025) ກວມເອົາ 14 ບ້ານ ຂອງ 3 ແຂວງເປົ້າໝາຍຄື: ແຂວງຊຽງຂວາງ, ວຽງຈັນ ແລະ ແຂວງບໍລິຄໍາໄຊ. ຜ່ານການຈັດຕັ້ງປະຕິບັດ 5 ປີຜ່ານມາ ເຫັນວ່າສອດຄ່ອງກັບແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄື ແຜນງານຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ໂດຍສະເພາະ ແມ່ນແຜນງານຜະລິດເປັນສິນຄ້າ ແລະ ແຜນງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ. ໂຄງການດັ່ງກ່າວ, ໄດ້ສະໜັບສະໜູນກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໃນການສ້າງແຜນດໍາເນີນງານການຍູ້ໜູນການຜະລິດເປັນສິນຄ້າ ໂດຍສະເພາະ ເຂົ້າ, ພືດຜັກ ແລະ ງົວ, ໄດ້ປັບປຸງສະພາບແວດລ້ອມ ການດໍາລົງຊີວິດຂອງປະຊາຊົນ ພາຍໃນບ້ານເປົ້າໝາຍໂຄງການ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນກວ່າເກົ່າ, ມີລາຍຮັບເພີ່ມຂຶ້ນ, ມີຕະຫລາດຮອງຮັບ ໃນການຂາຍຜະລິດຕະພັນກະສິກຳ ຂອງກະສິກອນ.
ນອກຈາກນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງ ການລາຍງານຜົນສໍາເລັດຂອງໂຄງການໂດຍລວມ, ການຈັດຕັ້ງປະຕິບັດໂຄງການຂັ້ນແຂວງ ແລະ ບ້ານ, ຮັບຟັງລາຍງານຜົນສໍາເລັດຂອງສູນບໍລິການເຕັກນິກກະສິກໍາ ແລະ ພັດທະນາຊົນນະບົດລາວ-ເກົາຫລີ, ບົດບາດໜ້າທີ່ຂອງສູນແຂວງ. ໃນພິທີດັ່ງກ່າວ, ຍັງໄດ້ມີການມອບ-ຮັບສູນ ໃຫ້ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ທີ່ຢູ່ໃນເປົ້າໝາຍໂຄງການຕື່ມອີກ.
ຂ່າວ-ພາບ: ສອນເພັດ ສຸລິພອນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,483 | 21,759 |
![]() THB | 672.65 | 683.41 |
![]() EUR | 24,437 | 24,926 |
![]() CNY | 2,953 | 3,012 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |