ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ໂຮງໝໍແຂວງວຽງຈັນ ຈັດພິທີສະເຫລີມສະຫລອງວັນຄວາມປອດໄພຄົນເຈັບໂລກ 2025 ໃນວັນທີ 17 ກັນຍາ 2025 ໂດຍມີທ່ານ ດຣ. ວົງເທວີ ຈັນຄຳມະວົງ ອຳນວຍການໂຮງໝໍແຂວງວຽງຈັນ, ທ່ານ ດຣ. ນາງ ລິເລຍ ດາມາຊິນ ທີ່ປຶກສາທາງການແພດ ໂຄງການລາວ 035 ພ້ອມດ້ວຍບັນດາຊ່ຽວຊານ, ຄະນະອໍານວຍການໂຮງໝໍ, ຫົວໜ້າໜ່ວຍງານ, ຕົວແທນແພດ ແລະ ພະຍາບານໃນໂຮງໝໍເຂົ້າຮ່ວມ.
ທ່ານ ດຣ. ວົງເທວີ ຈັນຄຳມະວົງ ໄດ້ກ່າວວ່າ: ອົງການອະນາໄມໂລກ ໄດ້ເລືອກວັນທີ 17 ກັນຍາ ຂອງທຸກປີເປັນ “ວັນຄວາມປອດໄພຂອງຄົນເຈັບໂລກ” ເພື່ອສ້າງການຮັບຮູ້ກ່ຽວກັບຄວາມປອດໄພຂອງຄົນເຈັບ ແລະ ເພື່ອສົ່ງເສີມມາດຕະການໃນການປັບປຸງຄຸນນະພາບການເບິ່ງແຍງສຸຂະພາບ. ສຳລັບຫົວຂໍ້ປະຈໍາປີ 2025 ແມ່ນ: “ຄວາມປອດໄພຂອງຄົນເຈັບຕັ້ງແຕ່ເລີ່ມຕົ້ນ” ພ້ອມຄຳຂວັນ “ພວກເຮົາຮ່ວມກັນ ຮັບປະກັນຄວາມປອດໄພແກ່ເດັກເກີດໃໝ່ ແລະ ເດັກທຸກຄົນ” ທັງນີ້ກໍເພື່ອໃຫ້ບຸກຄະລາກອນ ແລະ ປະຊາຊົນເຂົ້າໃຈຫົວຂໍ້ ດັ່ງກ່າວ ຜ່ານກິດຈະກຳສື່ສານ ແລະ ການສະແດງ, ຝຶກອົບຮົມ ແລະ ສ້າງຄວາມຮູ້ໃຫ້ບຸກຄະລາກອນທາງການແພດໃນດ້ານການປ້ອງກັນຄວາມຜິດພາດ ແລະ ສົ່ງເສີມຄຸນນະພາບການດູແລ, ສ້າງການມີສ່ວນຮ່ວມຂອງຄົນເຈັບ ແລະ ຄອບຄົວ ຜ່ານກິດຈະກຳຖາມ-ຕອບ ການໃຫ້ຄວາມຮູ້ ແລະ ການແບ່ງປັນປະສົບການ, ສະແດງຄວາມມຸ່ງໝັ້ນຂອງໂຮງໝໍ ໃນການປົກປ້ອງຄວາມປອດໄພຄົນເຈັບ ໂດຍຜ່ານການຈັດຖານຄວາມຮູ້, ການສະແດງໂປສະເຕີ ແລະ ການຮ່ວມມືຈາກພາກສ່ວນຕ່າງໆ ພ້ອມທັງສ້າງບັນດາຂໍ້ຄິດສໍາຄັນເພື່ອນໍາໄປປັບໃຊ້ໃນການປະຕິບັດວຽກງານປະຈໍາວັນ ແລະ ພັດທະນາຄຸນນະພາບການບໍລິການຂອງໂຮງໝໍ.
ທ່ານ ດຣ ນາງ ລິເລຍ ດາມາຊິນ ກ່າວວ່າ: ເນື່ອງຈາກເດັກນ້ອຍແມ່ນມີຄວາມສ່ຽງໃນດ້ານຕ່າງໆ ກວ່າຜູ້ໃຫຍ່ ໂດຍສະເພາະ ເດັກນ້ອຍຢູ່ໃນຫ້ອງມໍລະສຸມ (ICU) ແລະ ການບໍລິຫານຢາຂອງເດັກມີຄວາມສ່ຽງ. ປັດຈຸບັນຫລາຍພາກສ່ວນແມ່ນມີຄວາມມຸ້ງໝັ້ນໃນການພັດທະນາລະບົບຄວາມປອດໄພຮ່ວມກັນ, ເຮັດວຽກເປັນທີມງານທີ່ເຂັ້ມແຂງ, ຄວາມຮ່ວມມືກັບຄອບຄົວ. ຄວາມປອດໄພຂອງຄົນເຈັບມັນແມ່ນຄວາມຮັບຜິດຊອບຂອງໝົດທຸກຄົນ. ພ້ອມນີ້ພະນັກງານແພດໝໍ ຕ້ອງໄດ້ມີການພັດທະນາ, ມີຄວາມຊື່ສັດຕໍ່ອາຊີບ ແລະ ບໍລິການຮັບໃຊ້ຄົນເຈັບດ້ວຍຄວາມຈິງໃຈ ເພື່ອຈະໄດ້ມີຄວາມໝັ້ນໃຈວ່າຄວາມປອດໄພຂອງຄົນເຈັບໄດ້ເລີ່ມຂຶ້ນຕັ້ງແຕ່ເລີ່ມຕົ້ນ.
ໃນງານຄັ້ງນີ້ຍັງໄດ້ຈັດຫລາຍກິດຈະກຳ ເປັນຕົ້ນ ກິດຈະກຳການລ້າງມື; ການໃຫ້ຄວາມຮູ້ກ່ຽວກັບການບໍລິຫານຢາ; ກິດຈະກຳການແຂ່ງຂັນບອດວິຊາການ; ການໃຫ້ສຸຂະສຶກກ່ຽວກັບ ການໃຫ້ວັກຊິນໃນເດັກນ້ອຍ ແລະ ວັກແຊງພື້ນຖານສໍາລັບເດັກນ້ອຍລຸ່ມ 5 ປີ ໃນ ສປປ ລາວ.
ທີ່ມາ: ປະເທດລາວ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,483 | 21,759 |
![]() THB | 672.65 | 683.41 |
![]() EUR | 24,437 | 24,926 |
![]() CNY | 2,953 | 3,012 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |