pele - 2025-09-19T145554.673
ອົງການທ່ອງທ່ຽວມາເລເຊຍ ຈັດກິດກໍາທ່ອງທ່ຽວ ແລະ ການສຶກສາ ມາເລເຊຍ 2025
ຮຽບຮຽງໂດຍ:Pele
ເຜີຍແຜ່: 19 September, 2025

ອົງການທ່ອງທ່ຽວມາເລເຊຍ ຮ່ວມກັບ ສະຖານທູດມາເລເຊຍ ໄດ້ຈັດງານມະ​ຫະ​ກຳ​ວາງສະ​ແດງ​ການທ່ອງທ່ຽວ​ ແລະ ​ການ​ສຶກສາ​ຂອງ​ມາ​ເລ​ເຊຍປະ​ຈຳ​ປີ 2025 ຂຶ້ນຫວ່າງບໍ່ດົນມານີ້ ທີ່ສູນການຄ້າພາກຊັນ ​ນະຄອນຫຼວງ​ວຽງ​ຈັນ. ໂດຍມີທ່ານ ເອດດີ ອີຣາວານ ມາມຸດ ເອກອັກຄະລັດຖະທູດມາເລເຊຍປະຈຳລາວ, ທ່ານ ນາງ ພອນມະລີ ອິນທະພົມ ຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງວັດທະນະທໍາ ແລະການທ່ອງທ່ຽວ (ວທ), ທ່ານ ສໍດາລີ ຈັນທະວົງ ຫົວໜ້າການຕະຫຼາດ ຂອງອົງການທ່ອງທ່ຽວ ປະຈຳລາວ ພ້ອມດ້ວຍພະນັກງານ-ວິຊາການອົງການທ່ອງທ່ຽວມາເລເຊຍ, ບໍລິສັດທົວ ແຂກຖືກເຊີນ ແລະ ນັກສະແດງເຂົ້າຮ່ວມ.

 

อาจเป็นรูปภาพของ 9 คน, การจัดแสง, ลำโพง, โทรทัศน์, แท่นบรรยาย และ ข้อความ

Digital Marketing Agency in Laos - Emerging Digital Solutions

 

ພາຍໃນງານຜູ້ເຂົ້າຮ່ວມ ໄດ້ຮັບຊົມການສະແດງຟ້ອນສິນລະປະ ຂອງນັກເຕັ້ນມາເລເຊຍ, ການຫຼິ້ນເກມຮັບຂອງລາງວັນ ແລະ ຮ່ວມຫຼິ້ນເກມຮັບຂອງລາງວັນທີ່ຮ້ານຂອງອົງການທ່ອງທ່ຽວມາເລເຊຍ, ຖ່າຍຮູບຕາມອັດທະຍາໃສ, ບໍລິສັດທົວຕ່າງໆໃຫ້ຂໍ້ມູນ ແລະ ຂາຍແພັກເກັດທົວໄປມາເລເຊຍ ພ້ອມຮັບສ່ວນຫຼຸດພິເສດ ແລະ ສູນການສຶກສາໃຫ້ຄຳປຶກສາ ແລະ ເປັນຕົວແທນສົ່ງນ້ອງໆນັກຮຽນໄປຮຽນຕໍ່ທີ່ປະເທດມາເລເຊຍ ພ້ອມຮັບສ່ວນຫຼຸດພິເສດເຊັ່ນດຽວກັນ ຖ້າຈອງພາຍໃນງານ.

 

อาจเป็นรูปภาพของ 3 คน, ของเล่น และ ข้อความ

 

ງານຄັ້ງນີ້ ໄດ້ຈັດໃຫ້ມີກິດຈະກໍາການຈັບສະຫຼາກລຸ້ນໂຊກ ເພື່ອຕ້ອນຮັບປີທ່ອງທ່ຽວມາເລເຊຍ 2026 ໃຫ້ລູກຄ້າທີ່ຊື້ແພັກເກັດທ່ຽວມາເລເຊຍພາຍໃນງານ ຊຶ່ງຈຳນວນແພັກເກັດທີ່ໄດ້ຈໍາໜ່າຍໃນງານມີ 54 ແພັກເກັດ ໃນນີ້ໄປທ່ຽວມາເລເຊຍ – ສິງກະໂປ – ອິນໂດ (Malaysia-Singapore-Indo) 6 ມື້ 5 ຄືນ; ໄປທ່ຽວມາເລເຊຍ-ສິງກະໂປ (Malaysia-Singapore) 5 ມື້ 4 ຄືນ ແລະ ໄປທ່ຽວ ມາເລເຊຍ (⁠Malaysia) 4 ມື້ 3ຄືນ. ສໍາລັບລາງວັນລຸ້ນໂຊກຄັ້ງນີ້ ປະກອບມີ 3 ລາງວັນໃຫຍ່ ຄື: ລາງວັນທີ 1 ມີ 1 ລາງວັນ ໄອແພັດ (iPad 1 ເຄື່ອງ); ລາງວັນທີ 2 ມີ 3 ລາງວັນ Air fryer 3 ໜ່ວຍ; ລາງວັນທີ 3 ມີ 5 ລາງວັນ ໝໍ້ຫຸງເຂົ້າ 5 ໜ່ວຍ ແລະ ລາງວັນຊົມເຊີຍແມ່ນໄດ້ຮັບຂອງທີ່ລະນຶກຈາກອົງການທ່ອງທ່ຽວມາເລເຊຍ ໃຫ້ກຽດມອບລາງວັນໂດຍທ່ານເອກອັກຄະລັດຖະທູດມາເລເຊຍປະຈຳລາວ.

 

ງານມະຫະກຳການທ່ອງທ່ຽວ ແລະ ການສຶກສາຂອງມາເລເຊຍປະຈຳປີ 2025 ຄັ້ງນີ້ ມີຮ້ານທັງໝົດ 15 ຮ້ານ ໃນນັ້ນມີຮ້ານວາງສະແດງຂອງອົງການທ່ອງທ່ຽວມາເລເຊຍ, ກົມພັດທະນາການທ່ອງທ່ຽວລາວ ແລະ ບັນດາບໍລິສັດທ່ອງທ່ຽວຊັ້ນນຳ 10 ບໍລິສັດທ່ອງທ່ຽວລາວທີ່ສົ່ງເສີມການຂາຍແພັກເກັດທ່ອງທ່ຽວມາເລເຊຍ.

 

ຂ່າວ-ພາບ: ຍຸຸພິນທອງ-ບຸນອູ້ມ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 19 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,483
21,759
thailand (1)
THB
672.65
683.41
european-union
EUR
24,437
24,926
china
CNY
2,953
3,012
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (68)
ນາຍຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ພື້ນຖານການຜະລິດ ຢູ່ ນວ
pele - 2025-09-19T154545.569
ແຂວງວຽງຈັນ ໄດ້ຮັບເງິນຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VII
jane (67)
ເຕືອນໃຫ້ລະວັງຄົນມັກໄປເກັບເຫັດມາກິນເສຍຊີວິດແລ້ວ 3 ຄົນ ສາຫັດ 1 ຄົນປະຊາຊົນບ້ານນາສ້າງໃຜ່
pele - 2025-09-19T145554.673
ອົງການທ່ອງທ່ຽວມາເລເຊຍ ຈັດກິດກໍາທ່ອງທ່ຽວ ແລະ ການສຶກສາ ມາເລເຊຍ 2025
jane (66)
ຕອນເຊົ້າຂອງວັນທີ19/09/2025 ເວລາ 04:00 ນາທີ ໄດ້ມີລົດຮຸນໄດ ແກ່ໄມ້ຄ້ຳແບບຕຳທ້າຍລົດພ່ວງ ເສຍຊີວິດ 1 ຄົນ
jane (65)
ປກສ ເມືອງໄຊຍະບູລີ ຢຶດ ແລະ ທຳລາຍໃບກະທ່ອມ ພ້ອມຫົວເຊື້ອ ແລະ ຢາສູບໄຟຟ້າ
pele - 2025-09-19T115312.098
ໂຮງໝໍແຂວງວຽງຈັນ ສະຫລອງວັນຄວາມປອດໄພຄົນເຈັບໂລກ 2025
jane (64)
ເທດສະການຍ່າງປ່າ-ລ່ອງເຮືອ ຢູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າ ຈະຈັດຂຶ້ນໃນຕົ້ນເດືອນຕຸລານີ້
jane (64)
ທ່ານໃດຜ່ານເຂດນີ້ແດ່ພີ່ນ້ອງ..? ວົງວຽນນ້ອຍເສັ້ນທາງສາມແຍກ ບ້ານວັດຊຽງດາ
jane (63)
ອົງການກອຍກາ (KOICA) ປະຈຳລາວໄດ້ມອບ ອຸປະກອນການແພດໃຫ້ແກ່ໂຮງໝໍແຂວງຫລວງພະບາງ
ຢ່າລື່ມກົດຕິດຕາມ