site cover1 - 2025-09-23T091324.729
WSJ ເປີດເຜີຍວ່າ Donald Trump ອາດຈະອອກຄຳສັ່ງອະນຸມັດການຊື້ກິດ TikTok ໃນສະຫະລັດອາເມລິກາພາຍໃນອາທິດນີ້
ຮຽບຮຽງໂດຍ:kaling
ເຜີຍແຜ່: 23 September, 2025

ສຳນັກຂ່າວ Wall Street Journal ລາຍງານວ່າປະທານາທິບໍດີສະຫະລັດອາເມລິກາ ໂດນາລ ທຣຳ (Donald Trump) ອາດຈະອະນຸມັດຂໍ້ຕົກລົງການຊື້ກິດ TikTok ພາຍໃນອາທິດນີ້ ຜ່ານການອອກຄຳສັ່ງປະທານາທິບໍດີ (Executive Order)

ກ່ອນໜ້ານີ້ ທຣຳເຄີຍອອກມາກ່າວວ່າສະຫະລັດແລະຈີນມີຄວາມກ້າວໜ້າໃນການເຮັດຂໍ້ຕົກລົງທີ່ຈະບັງຄັບໃຫ້ຊັບສິນຂອງ TikTok ໃນສະຫະລັດຕ້ອງປ່ຽນມືຄວາມເປັນເຈົ້າຂອງຈາກ ByteDance ໄປຫາເຈົ້າຂອງທຸລະກິດໃນສະຫະລັດ

ຂໍ້ຕົກລົງນີ້ຍັງກຳນົດໃຫ້ອັລກໍລິທຶມຂອງ TikTok ທີ່ໃຫ້ບໍລິການໃນສະຫະລັດຈະຕ້ອງປອດໄພແລະເຮັດວຽກໄດ້ດີ ໂດຍບໍ່ຢູ່ພາຍໃຕ້ການຄວບຄຸມຂອງ ByteDance ດ້ວຍ

ສຳລັບຜູ້ທີ່ຈະເຂົ້າຊື້ກິດການ TikTok ໃນສະຫະລັດນັ້ນ ທຣຳກ່າວວ່າ ລາກລານ ເມີດອກ (Lachlan Murdoch) ມະຫາເສດຖີທຸລະກິດສື່ມວນຊົນ ລວມເຖິງ ແລຣີ ເອລລິສັນ (Larry Ellison) ແລະ ໄມເຄິລ ເດລ (Michael Dell) ສອງຜູ້ນຳວົງການທຸລະກິດຈະເຂົ້າມາກ່ຽວຂ້ອງໃນຂໍ້ສະເໜີການຊື້ກິດ TikTok ດ້ວຍ

ເມື່ອການຊື້ຂາຍສຳເລັດລຸລ່ວງ ຜູ້ຖືຊັບສິນສ່ວນໃຫຍ່ຂອງ TikTok ໃນສະຫະລັດຈະຕ້ອງເປັນນັກລົງທຶນຊາວອາເມລິກັນ ໂດຍນັກລົງທຶນທີ່ລວມຕົວສະເໜີເຂົ້າຊື້ຫຸ້ນ TikTok ຄາດວ່າຈະມີຫຸ້ນລວມກັນປະມານເຖິງ 80% ແລ້ວ ນອກຈາກນັ້ນ TikTok ໃນສະຫະລັດຈະຕ້ອງຖືກບໍລິຫານໂດຍຄະນະບໍລິຫານທີ່ໄດ້ຮັບອະນຸຍາດໃຫ້ເຂົ້າເຖິງບັນຫາຄວາມໝັ້ນຄົງແຫ່ງຊາດແລະຄວາມໝັ້ນຄົງປອດໄພທາງໄຊເບີດ້ວຍ

ທີ່ມາ: Reuters

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 24 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,489
21,765
thailand (1)
THB
673.42
684.19
european-union
EUR
24,492
24,983
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (86)
ຈຳປາສັກ ດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX
jane (85)
ຮູ້ຈັກ "ຫອຍທາກຄິວບາ" ຫອຍທາກທີ່ງາມທີ່ສຸດໃນໂລກທີ່ກຳລັງຈະສູນພັນ
pele - 2025-09-24T141747.425
ສຕລ ເປີດໂຄງການກິລາບານເຕະໃນໂຮງຮຽນ ທີ່ແຂວງສະຫວັນນະເຂດ
jane (83)
ພາບຄວາມເສຍຫາຍຈາກພາຍຸໄຕ້ຝຸ່ນ ລາກາຊາ ທີ່ພັດເຂົ້າຮົງກົງຕອນເຊົ້າມື້ນີ້ 24 ກັນຍາ 2025
pele - 2025-09-24T132008.973
ປະຊາຊົນບ້ານຫາດຍາ ໄດ້ຮັບການພົ່ນຢາຂ້າຍຸງລາຍ ແລະ ຢາຂ້າໜອນນໍ້າ
jane (82)
ລົງນາມຮ່ວມມື ພັດທະນາລະບົບຄຸ້ມຄອງ ການເກັບຄ່າບໍລິການສະຖານທີ່ຈອດລົດ ຢູ່ ນວ
jane (81)
ຮູບພາບທີ່ກຳລັງເປັນກະເເສ ໃນຮ່ອງກົງຊາວເມືອງກະກຽມຕົວຮັບມືພາຍຸໄຕ້ຝຸ່ນລາກາຊາ
jane (80)
ເຫດການທີ່ໜ້າຕົກໃຈທີ່ກຸງເທບມະຫານະຄອນ ປະເທດໄທ ເກີດເຫດ ຖະໜົນຍຸບ ໜ້າໂຮງໝໍຊິຣະພະຍາບານ 24 ກັນຍາ 2025
pele - 2025-09-24T102853.426
ຈົ່ງມີສະຕິລະມັດລະວັງ ຝົນຕົກເປັນວົງກວ້າງ ອາດຈະເກີດໄພພິບັດ ນ້ຳຖ້ວມຊຸ ດິນເຈື່ອນ ໄລຍະນີ້ 24 ຫາ 27 ກັນຍາ 2025
jane (79)
ອົງການນາຊາຂອງສະຫະລັດອາເມຣິກາ ເປີດເຜີຍແຜນການຄັ້ງສຳຄັນ ກະກຽມສົ່ງມະນຸດເດີນທາງໄປສຳຫຼວດດວງຈັນອີກຄັ້ງໃນພາລະກິດ Artemis II
ຢ່າລື່ມກົດຕິດຕາມ