ວັນທີ 20 ກັນຍານີ້, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາສາລະວັນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ສາຂາສາລະວັນ ຄົບຮອບ 15 ປີ ຂຶ້ນຢູ່ທີ່ພັດຕາຄານສິນສະໄໝ, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາຄະນະບໍລິຫານງານພັກແຂວງ, ທ່ານ ໄຊລືຊາ ຜູຍຍະວົງ ຫົວໜ້າທະນາຄານ ແຫ່ງ ສປປ ລາວ ສາຂາພາກໃຕ້ ແຂວງຈໍາປາສັກ, ທ່ານ ຄໍາແພງ ກຸມພົນພັກດີ ຫົວໜ້າທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ ສາຂາສາລະວັນ, ມີແຂກຖືກເຊີນ ຕະຫຼອດຮອດຜູ້ປະກອບການ ແລະ ພະນັກງານຫຼັກແຫຼ່ງ ທຄຕລ ເຂົ້າຮ່ວມ.
ທ່ານ ຄໍາແພງ ກຸມພົນພັກດີ ໄດ້ກ່າວວ່າ: ທຄຕລ ສາຂາສາລະວັນ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 17 ກັນຍາ 2010 ເຮັດໜ້າທີ່ຫຼັກໃຫ້ການບໍລິການທາງການເງິນ ທີ່ໄດ້ຮັບອະນຸຍາດຈາກ ທະນາຄານແຫ່ງ ສປປ ລາວ. ຜ່ານການດໍາເນີນງານ ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ: ສາມາດຂະຫຍາຍໜ່ວຍບໍລິການ 2 ໜ່ວຍ ຄື: ໜ່ວຍບໍລິການເລົ່າງາມ ແລະ ຄົງເຊໂດນ, ຂະຫຍາຍການບໍລິການຕູ້ ATM, CDM ແລະ CRM ລວມທັງໝົດ 15 ໜ່ວຍ, ຂະຫຍາຍຕົວແທນ BCOME ໄປຍັງບັນດາເມືອງທົ່ວແຂວງ ເພື່ອໃຫ້ການບໍລິການດ້ານການເງິນ ແກ່ປະຊາຊົນທີ່ຢູ່ເຂດຫ່າງໄກ 27 ຕົວແທນ ແລະ ຕົວແທນ MoneyGram 8 ຕົວແທນ. ນອນນັ້ນ, ໄດ້ເອົາໃຈໃສ່ຂະຫຍາຍເງິນຝາກ, ສິນເຊື່ອ, ຜະລິດຕະພັນບັດ, ຜະລິດຕະພັນອີເລັກໂທຣນິກ, BCELOne, iBank, Onepay, Bill Payment ແລະ ອື່ນໆ ເພື່ອອຳນວຍຄວາມສະດວກຫຼາຍດ້ານ ແລະ ມີຈໍານວນບັນຊີທັງໝົດ 57,700 ບັນຊີ, ບັດ ATM 33,000 ບັດ, ບັດສາກົນ 215 ບັດ, ຜະລິດຕະພັນອີເລັກໂທນິກ (BCELOne, I-Bank, SMS) 50,000 ຜູ້ໃຊ້, ຜະລິດຕະພັນຊຳລະສະສາງ (OnePay, EDC) 6,180 ຜູ້ໃຊ້, ເງິນຝາກ 1,100 ຕື້ກີບ, ສິນເຊື່ອ 146 ຕື້ກີບ.
ປັດຈຸບັນ ທຄຕລ ສາຂາສາລະວັນ ມີພະນັກງານທັງໝົດ 45 ຄົນ ຍິງ 17 ຄົນ, ມີ 4 ຂະແໜງ, 2 ໜ່ວຍ ບໍລິການ ແລະ 2 ໜ່ວຍງານ. ນອກຈາກການດໍາເນີນທຸລະກິດແລ້ວ, ທາງທະນາຄານ ຍັງໄດ້ຊ່ວຍເຫຼືອສັງຄົມ ເຊັ່ນ: ການຊ່ວຍເຫຼືອໃນການກໍ່ສ້າງໂຮງຮຽນ, ອຸປະກອນການສຶກສາ ແລະ ກິລາ, ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ, ອັກຄີໄພ ຕາມເງື່ອນໄຂ ແລະ ທ່າແຮງ.
(ຂ່າວ-ພາບ: ວິໄລວອນ ສິດທິໄຊ)
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,489 | 21,765 |
![]() THB | 673.42 | 684.19 |
![]() EUR | 24,492 | 24,983 |
![]() CNY | 2,956 | 3,015 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |