ພິທີແຈກຢາຍຊາຍອາເບສ ຫຼື ຢາທຳລາຍໜອນນໍ້າ ແລະ ພົ່ນຢາຂ້າຍຸງລາຍ ໃຫ້ປະຊາຊົນບ້ານຫາດຍາ ເມືອງປາກອູ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 22 ກັນຍາຜ່ານມາ, ມີທ່ານ ຕຸ້ຍແກ້ວ ໄຊຍະສານ ຫົວໜ້າ ໂຄງການກູດເນເບີສ໌ລາວ (Good Neigh Bors Laos) ປະຈຳເມືອງປາກອູ ພ້ອມດ້ວຍຄະນະນຳຫ້ອງການສາທາລະນະສຸກເມືອງ ແລະ ປະຊາຊົນບ້ານຫາດຍາ ເຂົ້າຮ່ວມ.
ທ່ານ ຕຸ້ຍແກ້ວ ໄຊຍະສານ ໃຫ້ສຳພາດວ່າ: ໂຄງການກູດເນເບີສ໌ລາວ ໄດ້ຮັບການຊ່ວຍເຫຼືອຈາກປະເທດສາທາລະນະລັດເກົາຫຼີ ເລີ່ມຈັດຕັ້ງປະຕິບັດວຽກງານ ຢູ່ເມືອງປາກອູແຕ່ປີ 2022 ໂດຍສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ເດັກນ້ອຍ ດ້ານໂພສະນາການ, ວຽກງານສຸຂະນາໄມ, ໃຫ້ທືນກໍ່ສ້າງນໍ້າລິນ, ປັບປຸງສຸກສາລາ ຕິດພັນກັບການຮັກສາສິ່ງແວດລ້ອມ ແລະ ອື່ນໆ. ສຳລັບການແຈກຢາຍ ຢາທຳລາຍໜອນນໍ້າ ແລະ ພົ່ນຢາຂ້າຍຸງລາຍ ໃຫ້ປະຊາຊົນໃນຄັ້ງນີ້, ໄດ້ກຳນົດເອົາ 13 ບ້ານເປົ້າໝາຍ ຄື: ຫາດຍາ, ຫ້ວຍມາດ, ລາດກອກ, ຫາດຊວາ, ບ້ານຝາຍ, ຄົກແສງສຸລິຍາ, ຊ່າງໄຫ, ຫາດປາງ, ຫ້ວຍຄໍ້, ຫາດຄໍ້, ປາກອູ, ຫ້ວຍໂລ ແລະ ບ້ານຫາດຂາມ. ເພື່ອເປັນການທຳລາຍແຫຼ່ງເພາະພັນ ຂອງໜອນນໍ້າຍຸງລາຍທີ່ມັກເກີດຂຶ້ນໃນລະດູຝົນ, ທັງສ້າງຄວາມເຂັ້ມແຂງໃຫ້ແກ່ການຮັກສາສຸຂະພາບແມ່ ແລະ ເດັກ, ປັບປຸງໂພສະນາການ ແລະ ສຸຂະນາໄມ ທີ່ຖືກຕ້ອງໃຫ້ປະຊາຊົນ.
ທ່ານ ນາງ ບົວວຽງ ແພດປະຈຳບ້ານ (ອສບ) ບ້ານຫາດຍາ ໄດ້ຕາງໜ້າປະຊາຊົນ ສະແດງຄວາມຂອບໃຈ ນໍາໂຄງການທີ່ໄດ້ໃຫ້ການຊ່ວຍເຫຼືອ ເປັນຕົ້ນ ໄດ້ເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບວິທີການປ້ອງກັນ ການແຜ່ລະບາດຂອງພະຍາດໄຂ້ຍຸງລາຍ, ຝຶກອົບຮົມກ່ຽວກັບການປ້ອງກັນ ແລະ ການຕອບໂຕ້ ການແຜ່ລະບາດຂອງພະຍາດໄຂ້ຍຸງລາຍ ໂດຍເນັ້ນໃຫ້ມີການຮັກສາສິ່ງແວດລ້ອມ ແລະ ທຳລາຍແຫຼ່ງເພາະພັນຂອງຍຸງລາຍ ເຊັ່ນ: ຖາງຫຍ້າອ້ອມເຮືອນ, ຖອກນໍ້າໃນພາຊະນະ ທີ່ບໍ່ໄດ້ໃຊ້ຖິ້ມ ເປັນຕົ້ນ ກະໂປະ, ກະປ໋ອງ, ອຸ່ງນໍ້າ, ຢາງຕີນລົດເກົ່າ ແລະ ອື່ນໆ.
ໂອກາດດຽວກັນ ໂຄງການໄດ້ແຈກຢາຍມຸ້ງຍອມຢາ, ອຸປະກອນການແພດ, ຢາປົວພະຍາດໃຫ້ໂຮງໝໍເມືອງ, ສຸກສາລາ ແລະ ປະຊາຊົນທີ່ເຈັບເປັນໂດຍບໍ່ໄດ້ເສຍຄາຕື່ມອີກ.
(ຂ່າວ: ດາວອນ ມະນີວັນ, ພາບ: ທະນູສີນ ອິດທິພົນ)
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,489 | 21,765 |
![]() THB | 673.42 | 684.19 |
![]() EUR | 24,492 | 24,983 |
![]() CNY | 2,956 | 3,015 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |