pele - 2025-09-24T141747.425
ສຕລ ເປີດໂຄງການກິລາບານເຕະໃນໂຮງຮຽນ ທີ່ແຂວງສະຫວັນນະເຂດ
ຮຽບຮຽງໂດຍ:Pele
ເຜີຍແຜ່: 24 September, 2025
ໝວດ: ກິລາ

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ສົມທົບກັບ ພະແນກສຶກສາທິການ ແລະ ກິລາ ແຂວງ ສະຫວັນນະເຂດ ໄດ້ຈັດພິທີເປີດກິດຈະກຳ ໂຄງການກິລາບານເຕະໃນໂຮງຮຽນ (FIFA FOOTBALL FOR SCHOOLS) ຂຶ້ນໃນວັນທີ 23 ກັນຍາ 2025 ທີ່ສະໜາມກິລາບານເຕະ ແຂວງສະຫວັນນະເຂດ, ພາຍໃນງານເປີດ ສຕລ ຍັງໄດ້ມອບໝາກບານໃຫ້ບັນດາໂຮງຮຽນທີ່ເຂົ້າຮ່ວມ ລວມທັງໝົດ 700 ໜ່ວຍ ເພື່ອນໍາໃຊ້ເຂົ້າໃນການສິດສອນວິຊາພະລະສຶກສາ ໃນໂຮງຮຽນຊັ້ນປະຖົມ ແລະ ມັດທະຍົມ ອີກດ້ວຍ.

 

อาจเป็นรูปภาพของ 1 คน, กำลังเล่นฟุตบอล, กำลังเล่นฟุตบอล และ ข้อความพูดว่า "Foo allfor Schools 5 FIFA FOOTBALL FOOTBALLFOR FOR SCHOOLS INLACS"

 

ການເປີດໂຄງການກິລາບານເຕະໃນໂຮງຮຽນ ທີ່ແຂວງສະຫວັນນະເຂດ ຖືວ່າເປັນແຂວງທີ 5 ຖັດຈາກ ແຂວງ ຫົວພັນ, ເຊກອງ, ບໍ່ແກ້ວ ແລະ ນະຄອນຫຼວງວຽງຈັນ ຊຶ່ງຈຸດປະສົງ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ແລະ ວິທີສິດສອນກິລາບານເຕະໃຫ້ກັບຄູພະລະສຶກສາ ທົ່ວແຂວງສະຫວັນນະເຂດ ໂດຍໄດ້ນໍາເອົາຫຼັກສູດແບບໃໝ່ຂອງກິລາບານເຕະໄປນໍາໃຊ້ຝຶກແອບຢູ່ບັນດາໂຮງຮຽນ ໃນທົ່ວແຂວງສະຫວັນນະເຂດ, ທັງເປັນການພັດທະນານັກກິລາບານເຕະຮຸ່ນສືບທອດກໍ່ຄືຮຸ່ນເຍົາວະຊົນທັງ ຍິງ-ຊາຍ ໃຫ້ກ້າວສູ່ຄຸນນະພາບສູງຂື້ນ. ໃນນັ້ນ, ລວມມີການແນະນໍາການຝຶກແອບນັກກິລາໃຫ້ຮູ້ປັບປຸງຄວາມສາມາດຂອງການຫຼີ້ນກິລາບານເຕະ, ຮູ້ທັກສະ , ມີໄຫວພິກໃນການຫຼີ້ນບານທີ່ຄ່ອງແຄ້ວ, ມີນໍ້າໃຈນັກກິລາ, ເປັນສູນກາງເຂົ້າເຖິງນັກກິລາ,ເປັນຈຸດສຸມຂອງການພັດທະນານັກກິລາເຍົາວະຊົນ ຍິງ-ຊາຍ ເພື່ອອະນາຄົດ ແລະ ເປັນເວທີສອນນັກ ກິລາໃຫ້ຫຼິ້ນຫຼາຍກວ່າເພື່ອເອົາໄຊຊະນະ.

 

ພິທີເປີດໂຄງການກິລາບານເຕະໃນໂຮງຮຽນ ທີ່ແຂວງສະຫວັນນະເຂດ ຄັ້ງນີ້ ໂດຍການເຂົ້າຮ່ວມຂອງທ່ານ ອະນຸສອນ ສຸດທິວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ສະຫວັນນະເຂດ, ທ່ານ ພັທ ຖາວອນ ດວງຈັນດາວົງ ຄະນະບໍລິຫານງານ ສຕລ, ທ່ານ ໄພສານ ຈັນສີນາ ປະທານ ສະຫະພັນບານເຕະ ແຂວງສະຫວັນນະເຂດ, ທ່ານ ພູຄຳ ກອງສີຫາລາດ ຮອງຫົວໜ້າ ພະແນກພະລະສຶກສາ ກົມກິລາມວນຊົນພະລະ ແລະ ສີລະປະສຶກສາ ກະຊວງ ສຶກສາທິການ ແລະ ກິລາ, ທ່ານ Sundram Moorthy ຫົວໜ້າພະແນກເຕັກນິກວິທະຍາຂອງ ສຕລ, ວິທະຍາກອນຈາກ ສຕລ, ຫົວໜ້າຂະແໜງກິລາກາຍະກໍາ, ຄູສອນພະລະສຶກສາ, ຄູສອນຊ່ວຍ, ຜູ້ຮັບຜິດຊອບວຽກງານກິລາໃນໂຮງຮຽນປະຖົມ ແລະ ມັດທະຍົມ ລວມທັງນ້ອງນັກຮຽນ ທັງຍິງແລະຊາຍ 100 ກວ່າຄົນເຂົ້າຮ່ວມ.

 

ຂໍ້ມູນ: ສຕລ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 24 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,489
21,765
thailand (1)
THB
673.42
684.19
european-union
EUR
24,492
24,983
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (86)
ຈຳປາສັກ ດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX
jane (85)
ຮູ້ຈັກ "ຫອຍທາກຄິວບາ" ຫອຍທາກທີ່ງາມທີ່ສຸດໃນໂລກທີ່ກຳລັງຈະສູນພັນ
pele - 2025-09-24T141747.425
ສຕລ ເປີດໂຄງການກິລາບານເຕະໃນໂຮງຮຽນ ທີ່ແຂວງສະຫວັນນະເຂດ
jane (83)
ພາບຄວາມເສຍຫາຍຈາກພາຍຸໄຕ້ຝຸ່ນ ລາກາຊາ ທີ່ພັດເຂົ້າຮົງກົງຕອນເຊົ້າມື້ນີ້ 24 ກັນຍາ 2025
pele - 2025-09-24T132008.973
ປະຊາຊົນບ້ານຫາດຍາ ໄດ້ຮັບການພົ່ນຢາຂ້າຍຸງລາຍ ແລະ ຢາຂ້າໜອນນໍ້າ
jane (82)
ລົງນາມຮ່ວມມື ພັດທະນາລະບົບຄຸ້ມຄອງ ການເກັບຄ່າບໍລິການສະຖານທີ່ຈອດລົດ ຢູ່ ນວ
jane (81)
ຮູບພາບທີ່ກຳລັງເປັນກະເເສ ໃນຮ່ອງກົງຊາວເມືອງກະກຽມຕົວຮັບມືພາຍຸໄຕ້ຝຸ່ນລາກາຊາ
jane (80)
ເຫດການທີ່ໜ້າຕົກໃຈທີ່ກຸງເທບມະຫານະຄອນ ປະເທດໄທ ເກີດເຫດ ຖະໜົນຍຸບ ໜ້າໂຮງໝໍຊິຣະພະຍາບານ 24 ກັນຍາ 2025
pele - 2025-09-24T102853.426
ຈົ່ງມີສະຕິລະມັດລະວັງ ຝົນຕົກເປັນວົງກວ້າງ ອາດຈະເກີດໄພພິບັດ ນ້ຳຖ້ວມຊຸ ດິນເຈື່ອນ ໄລຍະນີ້ 24 ຫາ 27 ກັນຍາ 2025
jane (79)
ອົງການນາຊາຂອງສະຫະລັດອາເມຣິກາ ເປີດເຜີຍແຜນການຄັ້ງສຳຄັນ ກະກຽມສົ່ງມະນຸດເດີນທາງໄປສຳຫຼວດດວງຈັນອີກຄັ້ງໃນພາລະກິດ Artemis II
ຢ່າລື່ມກົດຕິດຕາມ