ດວງ-Tou-Vientianepost - 2023-06-02T101802.302
ຕຳລົດຈັກ ແລ້ວຫລົບໜີ ສຸດທ້າຍຖືກເຈົ້າໜ້າທີ່ນຳຈັບໄດ້
ຮຽບຮຽງໂດຍ:Staff
ເຜີຍແຜ່: 2 ເດືອນມີນາ, 2023
ໝວດ: ຂ່າວ

ວັນທີ 29 ພຶດສະພາ 2023 ຜ່ານມາ, ທາງເຈົ້າໜ້າທີ່ຕຳຫລວດຈະລາຈອນ ເມືອງປາກຊ່ອງ, ແຂວງຈຳປາສັກ ໄດ້ຮັບແຈ້ງວ່າມີ ອຸບັດເຫດ ລົດກະບະຮຸນໄດ ຕຳລົດຈັກ ແລ້ວຫລົບໜີຈາກສະຖານທີ່ເກີດເຫດ ພາຍຫຼັງເກີດເຫດໄດ້ມີປ້າຍທະບຽນ ກນ 5286 ກຳແພງນະຄອນ ເຊິ່ງແມ່ນປ້າຍທະບຽນຂອງລົດກະບະຮຸນໄດຄັນເກີດເຫດ ໄດ້ຕົກຢູ່ຈຸດເກີດເຫດ ຂອບເຂດບ້ານຫຼັກ 48, ເມືອງປາກຊ່ອງ, ແຂວງຈຳປາສັກ.

ພາຍຫລັງທີ່ເຈົ້າໜ້າທີ່ຕຳຫລວດຈະລາຈອນ ເມືອງປາກຊ່ອງ ຮູ້ຂໍ້ມູນເບື້ອງຕົ້ນກໍໄດ້ຮີບຮ້ອນ ຄົ້ນຫາຂໍ້ມູນເພີ່ມເຕີມ ພ້ອມທັງອອກຕິດຕາມເປົ້າໝາຍ ຕາມຫຼັກການວິຊາສະເພາະ. ຕົກມາຮອດວັນທີ 1 ມິຖຸນາ 2023 ເຈົ້າໜ້າທີ່ຕຳຫລວດຈະລາຈອນ ປກສ ເມືອງປາກຊ່ອງ ໄດ້ສົມທົບກັບ ປກສ ເມືອງ ສະໜາມໄຊ ແຂວງອັດຕະປື ໄດ້ກັກຕົວ ທ້າວ ຫຳ ພົມມະຈັນ, ອາຍຸ 29 ປີ, ບ້ານໂຄກກ່ອງ ເມືອງສະໜາມໄຊ ແຂວງອັດຕະປື ໃນຂໍ້ຫາ ເກີດອຸບັດເຫດແລ້ວ ເອົາຕົວຫລົບໜີຈາກສະຖານທີ່ເກີດເຫດ ໃນຄັ້ງວັນທີ 29 ພຶດສະພາ 2023 ຢູ່ຂອບເຂດບ້ານຫຼັກ 48 ເມືອງປາກຊ່ອງ ແຂວງຈຳປາສັກ.

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ປະຊາຊົນທີ່ອາໄສລຽບຕາມແຄມສາຍນໍ້າມະ-ນໍ້າລອງ ຢູ່ເມືອງລອງລະວັງນໍ້າຖ້ວມ
2
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສົ່ງສານຊົມເຊີຍ ເຖິງຄູ່ຮ່ວມຕຳແໜ່ງທີ່ຣາຊະອານາຈັກໄທ
2
ຍັງຈະມີຝົນຕົກໜັກ ຢູ່ບາງທ້ອງຖິ່ນຢູ່ແຂວງພາກເໜືອ ແລະ ພາກກາງ
2
ລັດຖະບານ ຮ່ວມທຶນ ພີທີແອວ ໂຮນດິ້ງສ້າງຕັ້ງທະນາຄານຄຳ
2
ສຸພານິມິດສາກົນ ມອບຢາຂ້າແມ່ທ້ອງ ຈຳນວນ 800,000 ເມັດ ໃຫ້ສູນໂພຊະນາການ
2
ຮອງນາຍົກ ເຂົ້າຮ່ວມພິທີເປີດງານວາງສະແດງອຸປະກອນເຕັກນິກການທະຫານສາກົນ 2024 ທີ່ຣັດເຊຍ
2
ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025
2
ການລ່າສັດປ່າບໍ່ຖືກຕ້ອງຕາມກົດ ໝາຍຈະຖືກລົງໂທດຕັດອິດສະລະພາບ 2 ຫາ 5 ປີ ແລະ ຈະຖືກປັບໃໝ
2
ກຳປູເຈຍ ຈະເກັບພາສີ ພະລັງງານໄຟຟ້າ ຈາກ ຜູ້ໃຊ້ໂຊລາເຊລ ຢູ່ຫລັງຄາ
2
ຫາລືຄວາມປອດໄພຂອງເຂື່ອນ ໃນການບໍລິຫານຈັດການນໍ້າ ແລະ ການຮັບມືສຸກເສີນ
ຢ່າລື່ມກົດຕິດຕາມ