site cover1 - 2025-09-29T102117.629
Energizer ເປີດໂຕ EnergyBook Pro ໂນດບຸກທີ່ແບັດເຕີຣີ່ທົນທານ ໃຊ້ງານໄດ້ເຕັມ 1 ມື້ໂດຍບໍ່ຕ້ອງສາກ
ຮຽບຮຽງໂດຍ:kaling
ເຜີຍແຜ່: 29 September, 2025

Energizer ເປີດໂຕ EnergyBook Pro ສ້າງກະແສໃໝ່ໃນຕະຫຼາດຄອມພິວເຕີພົກພາ ທີ່ມາພ້ອມກັບຈຸດຂາຍແບັດເຕີຣີ່ທີ່ໃຊ້ງານໄດ້ດົນນານ ເຖິງແມ່ນວ່າຈະໃຊ້ເຕັມ 1 ມື້ກໍຍັງບໍ່ໝົດ ເພາະສາມາດໃຊ້ງານຕໍ່ເນື່ອງໄດ້ເຖິງ 28 ຊົ່ວໂມງ ຕໍ່ການສາກໜຶ່ງຄັ້ງ ແລະ ຢູ່ໃນໂໝດສະແຕນບາຍໄດ້ດົນສູງສຸດເຖິງ 7 ມື້ເຕັມ

Energizer ເປີດໂຕ EnergyBook Pro ໂນດບຸກແບັດເຕີຣີ່ທົນທານ

Energizer ກຽມເປີດໂຕໂນດບຸກ 3 ລຸ້ນຍ່ອຍ ໄດ້ແກ່:

  • EnergyBook Pro 15
  • EnergyBook Pro XL 18
  • EnergyBook Pro Ultra (ລຸ້ນທັອບ)

ໂດຍ EnergyBook Pro Ultra ຖືເປັນລຸ້ນເຮືອທຸງທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດ ດ້ວຍຈໍໃຫຍ່ 18 ນິ້ວ ຄວາມລະອຽດ 1920×1200 ພິກເຊວ ແລະ ແບັດເຕີຣີ່ທີ່ມີຄວາມຈຸສູງເຖິງ 192 Wh ຊຶ່ງເປັນຕົວເລກທີ່ໃຫຍ່ກວ່າມາດຕະຖານໂນດບຸກທົ່ວໄປຫຼາຍເທົ່າ

Digital Marketing Agency in Laos - Emerging Digital Solutions

ສະເປັກຄ່າວໆ ຂອງລຸ້ນນີ້ປະກອບດ້ວຍ:

  • ຊິບ AMD Ryzen 5
  • RAM 16 GB
  • SSD NVMe ຂະໜາດ 512 GB
  • ພອດເຊື່ອມຕໍ່ຄົບຄັນ (USB-C, USB 3.0, HDMI, ຊ່ອງອ່ານ SD, ຊ່ອງຫູຟັງ)
  • ລາຄາເລີ່ມຕົ້ນປະມານ 449 ຢູໂຣ (ປະມານ 16,900 ບາດ) ວາງຈຳໜ່າຍຕ່າງປະເທດປາຍປີ 2025

ຈຸດເດັ່ນຄື: ແບັດເຕີຣີ່ທີ່ທົນທານ ໃຊ້ງານຍາວເປັນມື້ໂດຍບໍ່ຕ້ອງສາກ

Energizer ລະບຸວ່າການໃຊ້ງານແບບໜັກ ເຊັ່ນ: ວຽກອອບຟິດ ຫຼື ສະຕຣີມວິດີໂອ ສາມາດເຮັດໄດ້ຍາວນານເຖິງ 28 ຊົ່ວໂມງ ແລະ ຖ້າຢູ່ໃນໂໝດສະແຕນບາຍ ເຄື່ອງສາມາດລໍຖ້າຮັບຄຳສັ່ງໄດ້ດົນສູງສຸດເຖິງ 7 ມື້ເຕັມ ໂດຍບໍ່ຕ້ອງສາກເພີ່ມ

ປະເດັນທີ່ຄວນພິຈາລະນາ

  1. ຂໍ້ຈຳກັດການເດີນທາງທາງອາກາດ
    • ສາຍການບິນສ່ວນໃຫຍ່ກຳນົດໃຫ້ແບັດເຕີຣີ່ລິທຽມທີ່ພົກພາຂຶ້ນເຄື່ອງບິນຕ້ອງບໍ່ເກີນ 100 Wh ແລະ ບາງກໍລະນີອະນຸຍາດໄດ້ເຖິງ 160 Wh ຖ້າໄດ້ຮັບອະນຸມັດພິເສດ
    • ແບັດເຕີຣີ່ 192 Wh ຂອງ EnergyBook Pro Ultra ຈຶ່ງມີໂອກາດສູງທີ່ຈະບໍ່ຜ່ານກົດລະບຽບຄວາມປອດໄພສຳລັບການພົກຂຶ້ນເຄື່ອງບິນ ໝາຍຄວາມວ່າບໍ່ສາມາດພົກຂຶ້ນເຄື່ອງບິນໄດ້ເລີຍ
  2. ປະສິດທິພາບຕົວຈິງ
    • ຕົວເລກ 28 ຊົ່ວໂມງມັກມາຈາກການທົດສອບໃນຫ້ອງທົດລອງ ຊຶ່ງອາດຈະແຕກຕ່າງຈາກການໃຊ້ງານຈິງທີ່ຕ້ອງເປີດຈໍສະຫວ່າງສູງ ເຮັດວຽກຫຼາຍແອັບ ຫຼື ປະມວນຜົນໜັກໆ
  3. ນ້ຳໜັກ ແລະ ຄວາມຄ່ອງຕົວ
    • ແບັດເຕີຣີ່ຂະໜາດໃຫຍ່ຍ່ອມເພີ່ມນ້ຳໜັກຂອງຕົວເຄື່ອງ ອາດເຮັດໃຫ້ພົກພາບໍ່ສະດວກ
  4. ການເສື່ອມສະພາບຂອງແບັດເຕີຣີ່
    • ເຊັ່ນດຽວກັບແບັດເຕີຣີ່ລິທຽມທົ່ວໄປ ຄວາມຈຸຈະຫຼຸດລົງເມື່ອຜ່ານຮອບການສາກໄປເລື່ອຍໆ

ເໝາະສຳລັບໃຜ?

ໂນດບຸກນີ້ເໝາະສຳລັບຜູ້ທີ່ຕ້ອງເຮັດວຽກນອກສະຖານທີ່ເປັນເວລາດົນນານ ເຊັ່ນ: ນັກຄົ້ນຄວ້າພາກສະໜາມ ວິສະວະກອນໄຊຕ່ງານ ຫຼື ຜູ້ທີ່ຕ້ອງເດີນທາງໄປໃນພື້ນທີ່ທີ່ຫາປລັ໊ກໄຟໄດ້ຍາກ ຄວາມທົນທານຂອງແບັດເຕີຣີ່ອາດຕອບໂຈດການໃຊ້ງານສະເພາະທາງໄດ້ດີ ເຖິງແມ່ນວ່າຈະມີຂໍ້ຈຳກັດເລື່ອງການບິນ ແລະ ນ້ຳໜັກກໍຕາມ

ບົດສະຫຼຸບ

ການເປີດໂຕຄັ້ງນີ້ຍັງສະທ້ອນແນວໂນ້ມທີ່ຊັດເຈນວ່າ ແບັດເຕີຣີ່ກາຍເປັນຈຸດຂາຍສຳຄັນໃນຕະຫຼາດໂນດບຸກຍຸກໃໝ່ ຜູ້ຜະລິດລາຍອື່ນອາດຕ້ອງຫັນມາພັດທະນາລະບົບຄຸ້ມຄອງພະລັງງານ ແລະ ແບັດເຕີຣີ່ຄວາມຈຸສູງ ເພື່ອແຂ່ງຂັນກັບຄວາມຕ້ອງການໃຊ້ງານທີ່ຍາວນານຂຶ້ນຂອງຜູ້ໃຊ້ໃນອະນາຄົດ ຖ້າ Energizer ສາມາດເຮັດໄດ້ຈິງ ກໍອາດຈະເປັນຕົວຈຸດປະກາຍໃຫ້ວົງການໂນດບຸກໃຫ້ຄວາມສຳຄັນກັບແບັດເຕີຣີ່ແບບສຸດໆ ຫຼາຍຂຶ້ນໃນອະນາຄົດ
ທີມາ: The Verge  Linkedin

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 29 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,500
21,777
thailand (1)
THB
667.03
677.70
european-union
EUR
24,360
24,846
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-09-29T115736.803
ເຕືອນການສັນຈອນ ວັນທີ 29/09/2025 ເວລາປະມານ 7 ໂມງ, ນ້ຳຖ້ວມທາງ 28A ວິລະບູລີ - ເຊໂປນ ແຂວງສະຫວັນນະເຂດ.
site cover1 - 2025-09-29T114723.146
ທຣຳປ໌ປະນາມເຫດການນອງເລືອດ ເສຍຊີວິດ 4 ຄົນທີ່ໂບດໃນລັດມິຊິແກນ ຢັ້ງຢືນທຸກຝ່າຍຕ້ອງຢຸດຕິຄວາມຮຸນແຮງຕໍ່ຊາວຄຣິສຕຽນ
jane - 2025-09-29T113737.863
ແຈ້ງເຕືອນໄພ ພາຍຸໝູນເຂດຮ້ອນ ບົວລອຍ (Bualoi) ປະຈໍາວັນທີ 29 ກັນຍາ 2025
site cover1 - 2025-09-29T110459.772
ພະນັກງານຈາກສະຫະພັນກິລາບານເຕະແຫ່ງຊາດລາວ ສໍາເລັດການເຂົ້າຮ່ວມຝຶກງານໄລຍະ 3 ເດືອນ ທີ່ ສຳນັກງານໃຫຍ່ຂອງ FIFA ທີ່ເມືອງ ຊູລິກ (Zurich) ປະເທດ ສະວິດເຊີແລນ (Switzerland)
jane (98)
ຜົນກະທົບຈາກພະຍຸບົວລອຍ ປະເທດຫວຽດນາມ ເມືອງເວ້ ທີ່ ຮູບພາບ 28 ກັນຍາ 2025
pele - 2025-09-29T102158.947
ຄໍາມ່ວນ ມອບງົບປະມານ 570 ລ້ານກີບ ໃຫ້ 10 ເມືອງ ຮັບໃຊ້ວຽກງານມາດຖານພົ້ນທຸກ
site cover1 - 2025-09-29T102117.629
Energizer ເປີດໂຕ EnergyBook Pro ໂນດບຸກທີ່ແບັດເຕີຣີ່ທົນທານ ໃຊ້ງານໄດ້ເຕັມ 1 ມື້ໂດຍບໍ່ຕ້ອງສາກ
jane (98)
ສະຫຼຸບຜົນການແຂ່ງຂັນຊ່ວງເຮືອປະເພນີຈອມແຈ້ງ ປະຈໍາປີ 2025
pele - 2025-09-29T094633.924
ມວນຊົນ ນະຄອນ ຫລວງພະບາງ ຮ່ວມສະຫລອງວັນຕ້ານພະຍາດວໍ້ໂລກ
jane (99)
ຊາວພຸດຮ່ວມຖວາຍ ຜ້າປ່າສາມັກຄີ ແລະ ເທທອງຫລໍ່ພະ ຢູ່ວັດປ່ານາຄູນນ້ອຍ
ຢ່າລື່ມກົດຕິດຕາມ