ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດຈະໄດ້ຢຸດແລ່ນລົດໄຟໂດຍສານທັງໝົດ ໃນວັນທີ 30 ກັນຍາ 2025 ເປັນການຊົ່ວຄາວຍ້ອນພາຍຸໄຕ້ຝຸ່ນ “ບົວລອຍ”.
ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດໃຫ້ຮູ້ວ່າ: ຄາດວ່າໃນວັນທີ 28-30 ນີ້ພາຍຸໄຕ້ຝຸ່ນ “ບົວລອຍ” ຈະເຄື່ອນທີ່ຜ່ານພາກເໜືອຂອງ ສປປ ລາວ ເຊິ່ງຈະເຮັດໃຫ້ຕາມແລວທາງລົດໄຟລາວ-ຈີນຕະຫຼອດສາຍມີຝົນຕົກໜັກ ຫາ ໜັກຫຼາຍ ແລະ ມີຄວາມສ່ຽງສູງທີ່ຈະເກີດໄພພິບັດທາງທໍາມະຊາດເຊັ່ນ: ດິນເຈື່ອນ, ນໍ້າປ່າໄຫຼຊຸແຮງ, ນໍ້າຖ້ວມໜັກ, ຕົ້ນໄມ້ຫັກ ແລະ ອື່ນໆ ເຊິ່ງຈະເປັນອຸປະສັກ ຕໍ່ວຽກງານຄວາມປອດໄພໃນການແລ່ນລົດໄຟ ເພື່ອຮັບປະກັນຊີວິດ ແລະ ຊັບສິນຂອງຜູ້ໂດຍສານໃຫ້ມີຄວາມປອດໄພ ແລະ ປ້ອງກັນອຸບັດເຫດທີ່ອາດຈະເກີດຂຶ້ນຍ້ອນສະພາບອາກາດຮ້າຍແຮງດັ່ງກ່າວ, ຈະໄດ້ຢຸດແລ່ນລົດໄຟໂດຍສານທັງໝົດ ໃນວັນທີ 30 ກັນຍາ 2025 ເປັນການຊົ່ວຄາວ.
ທ່ານຜູ້ໂດຍສານສາມາດຍົກເລີກປີ້ເອົາເງິນຄືນ ຫຼື ປ່ຽນປີ້ໄດ້ ຜ່ານແອັບຂາຍປີ້ອອນລາຍ LCR Ticket ຫຼື ຫ້ອງຂາຍປີ້ໃນແຕ່ລະສະຖານີ ໂດຍບໍ່ເສຍຄ່າທຳນຽມໃດໆທັງໝົດ. ສຳລັບທ່ານໃດທີ່ບໍ່ສາມາດເຮັດທຸລະກຳໄດ້ທັນເວລາ ແມ່ນສາມາດຍົກເລີກປີ້ເອົາເງິນຄືນໄດ້ພາຍໃນ 30 ມື້ ນັບແຕ່ມື້ເດີນທາງໃນໜ້າປີ້ເປັນຕົ້ນໄປ ແລະ ຈະໄດ້ເງິນຄືນເຕັມຈໍານວນ.
ທາງລົດໄຟລາວ-ຈີນຈະກັບມາດຳເນີນການຢ່າງເປັນປົກກະຕິ ເຊິ່ງຂໍ້ມູນກ່ຽວຂ້ອງແມ່ນຈະແຈ້ງຜ່ານທາງແອັບຂາຍປີ້ອອນລາຍ LCR Ticket, ແຈ້ງການຂອງສະຖານີ ແລະ ໜ້າເຟສບຸກຂອງບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
ຂ່າວ: ໜັງສືພິມວຽງຈັນທາຍ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,500 | 21,777 |
![]() THB | 667.03 | 677.70 |
![]() EUR | 24,360 | 24,846 |
![]() CNY | 2,942 | 3,000 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |