ເກົາຫຼີໃຕ້ ໄດ້ເລີ່ມເປີດໃຫ້ນັກທ່ອງທ່ຽວຊາວຈີນແບບກຸ່ມ ເຂົ້າປະເທດໂດຍໄດ້ຮັບການຍົກເວັ້ນວີຊາ ນັບແຕ່ວັນຈັນທີ່ 29 ກ.ຍ. ເຊິ່ງເປັນມາດຕະການທີ່ລັດຖະບານເກົາຫຼີໃຕ້ຫວັງຈະນຳໃຊ້ເປັນມາດຕະການກະຕຸ້ນທາງເສດຖະກິດ ແລະ ຊ່ວຍເສີມສ້າງຄວາມສຳພັນກັບຈີນ ເຊິ່ງເປັນປະເທດເພື່ອນບ້ານ.
ພາຍໃຕ້ໂຄງການນຳຮ່ອງນີ້ ເຊິ່ງມີກຳນົດຈະດຳເນີນການໄປຈົນເຖິງເດືອນມິຖຸນາຍປີໜ້າ, ກຸ່ມນັກທ່ອງທ່ຽວທີ່ມີຈຳນວນຕັ້ງແຕ່ 3 ຄົນຂຶ້ນໄປ ຈາກຈີນແຜ່ນດິນໃຫຍ່ ຈະສາມາດພຳນັກຢູ່ເກົາຫຼີໃຕ້ໄດ້ເປັນເວລາ 15 ວັນ ໂດຍບໍ່ຕ້ອງຍື່ນຂໍວີຊາ.
ການຕັດສິນໃຈດັ່ງກ່າວມີຂຶ້ນກ່ອນຊ່ວງວັນຫຍຸດຍາວ ວັນຊາດຈີນ ລະຫວ່າງວັນທີ່ 1-8 ຕຸລາ, ເຊິ່ງເປັນຊ່ວງດຽວກັນກັບວັນຫຍຸດຍາວຂອງເກົາຫຼີໃຕ້, ເຮັດໃຫ້ຄາດການວ່າຈະມີນັກທ່ອງທ່ຽວເດີນທາງເພີ່ມຂຶ້ນຢ່າງຫຼວງຫຼາຍ.
ພາກທຸລະກິດຂອງເກົາຫຼີໃຕ້ຕ່າງເລັ່ງຫາຜົນປະໂຫຍດຈາກຄວາມຕ້ອງການທີ່ເພີ່ມຂຶ້ນນີ້ ໂດຍບໍລິສັດຊິນລາ ດິວຕີ້ ຟຣີ ໄດ້ຈັດກຽມທົວເຮືອສຳລັບນັກທ່ອງທ່ຽວຊາວຈີນໂດຍສະເພາະ, ຂະນະທີ່ແອັບພລິເຄຊັນຈັດສົ່ງອາຫານຍອດນິຍົມຢ່າງ ແບດັນ ມິນຈົກ (Baedal Minjok) ກຳລັງເພີ່ມທາງເລືອກການຊຳລະເງິນດ້ວຍອາລີເພ (Alipay) ແລະ ວີແຊັດເພ (WeChat Pay) ເພື່ອອຳນວຍຄວາມສະດວກແກ່ນັກທ່ອງທ່ຽວຊາວຈີນ.
ໂຄງການຍົກເວັ້ນວີຊານີ້ຖືກປະກາດຕັ້ງແຕ່ເດືອນມີນາ ແລະ ເກີດຂຶ້ນຫຼັງຈາກທີ່ຈີນໄດ້ຕັດສິນໃຈສະເໜີຍົກເວັ້ນວີຊາໃຫ້ແກ່ຊາວເກົາຫຼີໃຕ້ພຳນັກໄດ້ນານສູງສຸດ 30 ວັນ ເມື່ອເດືອນພະຈິກປີທີ່ແລ້ວ.
ຄັ້ງສຸດທ້າຍທີ່ເກົາຫຼີໃຕ້ສະເໜີການຍົກເວັ້ນວີຊາລັກສະນະດຽວກັນນີ້ໃຫ້ແກ່ຊາວຈີນແຜ່ນດິນໃຫຍ່ແມ່ນລະຫວ່າງເດືອນທັນວາ 2017 ເຖິງເດືອນມີນາ 2018 ເຊິ່ງສອດຄ່ອງກັບການແຂ່ງຂັນກິລາໂອລິມປິກລະດູໜາວທີ່ເມືອງພຽງຊາງ.
ລັດຖະບານຊຸດໃໝ່ຂອງປະທານາທິບໍດີ ອີ ແຈ-ມຽງ ແຫ່ງເກົາຫຼີໃຕ້ ຫວັງວ່າມາດຕະການນີ້ຈະຊ່ວຍພັດທະນາຄວາມສຳພັນກັບຈີນໃຫ້ດີຍິ່ງຂຶ້ນໄປອີກ ກ່ອນການປະຊຸມສຸດຍອດຜູ້ນຳເອເຊຍ-ແປຊິຟິກໃນເກົາຫຼີໃຕ້ ໃນປາຍເດືອນຕຸລານີ້ ເຊິ່ງຄາດວ່າ ປະທານາທິບໍດີສີ ຈິ້ນຜິງ ຈະເດີນທາງມາຮ່ວມປະຊຸມດ້ວຍ
ທີ່ມາ: Reuters
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,500 | 21,777 |
![]() THB | 667.03 | 677.70 |
![]() EUR | 24,360 | 24,846 |
![]() CNY | 2,942 | 3,000 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |