ໃນວັນທີ 30 ກັນຍານີ້ ຢູ່ທີ່ຫ້ອງວ່າການແຂວງວຽງຈັນ ໄດ້ມີຫຼາຍພາກສ່ວນໄດ້ນໍາເອົາເງິນມາມອບໃຫ້ແຂວງວຽງຈັນ ເພື່ອຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ຊຶ່ງປະກອບມີ ບໍລິສັດພົງຊັບທະວີ ຈຳກັດຜູ້ດຽວ ຈຳນວນ 600 ລ້ານກີບ, ບໍລິສັດເອັນຊີຊີ ຈຳກັດຜູ້ດຽວ ຈຳນວນ 300 ລ້ານກີບ, ບໍລິສັດ ສຸກປະສົງຊັບຈະເລີນກໍ່ສ້າງ ຈຳນວນ 300 ລ້ານກີບ, ທະນາຄານ JDB ຈຳນວນ 300 ລ້ານກີບ ແລະ ບໍລິສັດ ຄຸນຄຳອຸດສະຫະກຳ ຈຳກັດ ຈຳນວນ 300 ລ້ານກີບ ແລະ ໃຫ້ກຽດຮັບໂດຍ ສະຫາຍ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ. ໂດຍຊ້ອງໜ້າມີ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ຄຳພັນ ສິດທິດຳພາ ໄດ້ຕາງໜ້າໃຫ້ອົງການປົກຄອງແຂວງ ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ກັບບັນດາບໍລິສັດ ທີ່ໄດ້ຊ່ວຍເຫຼືອງົບປະມານເຂົ້າໃນການຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ທີ່ຈະໄດ້ເປີດຂຶ້ນໃນຕໍ່ໜ້ານີ້ ຊຶ່ງຈະນຳໃຊ້ເງິນຈຳນວນດັ່ງກ່າວຮັບໃຊ້ກອງປະຊຸມຄັ້ງນີ້ ໃຫ້ເກີດປະໂຫຍດສູງສຸດ; ພ້ອມນີ້ ທ່ານເຈົ້າແຂວງວຽງຈັນ ຍັງໄດ້ມອບໃບກຽດຕິຄຸນໃຫ້ກັບບັນດາບໍລິສັດດັ່ງກ່າວ.
(ຂ່າວ-ພາບ:ບຸນຕອມ).
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,497 | 21,774 |
![]() THB | 664.74 | 675.38 |
![]() EUR | 24,283 | 24,769 |
![]() CNY | 2,932 | 2,990 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |