
ສຳລັບ 2 ຫຼຽນທອງ ຂອງທັບນັກກິລາແລ່ນ-ລານຄົນພິການລາວໄດ້ຈາກສອງນັກກິລາລູກຫຼານຊາວແຂວງຊຽງຂວາງ ຈາກ ທ້າວ ບຸນເພັດ ເທບທິດາ ແລ່ນ 100 ແມັດ T13 ແລະ ນາງ ມັນນີ ແກ້ວມະນີ ປະເພດ ຊັດຫຼາວຍິງ ຊ່ວຍທັບນັກກິລາຄົນພິການລາວ ສ້າງຜົນງານໃນປັດຈຸບັນຍາດຫຼຽນລາງວັນໄດ້ທັງໝົດ 5 ຫຼຽນ ກໍຄື 1 ຫຼຽນເງິນ ແລະ 4 ຫຼຽນທອງ ໃນງານກິລາຄົນພິການອາຊຽນ ຄັ້ງທີ 12 ຫຼື ອາຊຽນພາຣາເກມ ຄັ້ງທີ 12 ທີ່ນະຄອນຫຼວງ ພະນົມເປັນ ປະເທດກຳປູເຈຍ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 3-9 ມິຖຸນາ 2023.
ສະເພາະຜົນງານຂອງທັບນັກກິລາແລ່ນ-ລານຄົນພິການທີມຊາດລາວ ລົງແຂ່ງຂັນ 5 ລາຍການ ສາມາດຍາດໄດ້ 2 ຫຼຽນທອງ ຈາກທ້າວ ບຸນເພັດ ເທບທິດາ ຈາກລາຍການແລ່ນ 100 ແມັດ T13 ດ້ວຍການທຳເວລາໄດ້ 11.480 ວິນາທີ ແລະ ເປັນຜົນງານຄັ້ງທີ 2 ຕິດຕໍ່ກັນ ຕໍ່ຈາກຄັ້ງຜ່ານມາ ປີ 2022 ທີ່ປະເທດອິນໂດເນເຊຍ ທີ່ເຄີຍເຮັດໄດ້ ສ່ວນຫຼຽນຄຳເປັນຂອງ ຈັກກະຣິນ ນັກກິລາຈາກໄທ ເວລາ 10.950 ວິນາທີ ແລະ ຫຼຽນເງິນ ເປັນຂອງ ມຸມມາ ຮາບີບີລາ ນັກກິລາ ອິນໂດເນເຊຍ ເວລາ: 11.230 ວິນາທີ.
ສ່ວນຫຼຽນທອງທີ 2 ໄດ້ຈາກນັກກິລານ້ອງໃໝ່ ເຈົ້າຂອງ 2 ຫຼຽນຄຳ ແລະ 1 ຫູຽນເງິນ ຈາກຊຽງຂວາງ ພາຣາເກມ ຈາກນາງ ມັນນີ ແກ້ວມະນີ ນັກກິລາລູກຫຼານຊາວເມືອງວິລະຊົນ ແຂວງຊຽງຂວາງ ປະເພດ ຊັດຫຼາວຍິງ F46 ທີ່ຊັດຫຼາວໄກ 17,79 ແມັດ ສ່ວນຫຼຽນຄຳ ເປັນຂອງນາງ ພັດຈະຣີ ນັກກິລາຈາກໄທ ທີ່ເຮັດໄດ້ 26,42 ແມັດ ແລະ ຫຼຽນເງິນເປັນຂອງນາງ ມາເຣຍ ວິລິລ ນັກກິລາຂາກອິນໂດຍເນເຊຍ.
ຢ່າງໃດກໍຕາມ, ທັບນັກກິລາແລ່ນ-ລານຄົນພິການທີມຊາດລາວ ຍັງມີລຸ້ນໃນການລົງສະໜາມແຂ່ງຂັນອີກ 14 ລາຍການ ສະນັ້ນ ຢ່າລືມໃຫ້ກຳລັງທັບນັກກິລາຄົນພິການລາວ ເພື່ອໄລ່ລ່າຜົນງານຫຼຽນຄຳ ກັບສູ່ປະເທດຊາດ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














