Tou-Vientianepost (8)
ດວງລາຍວັນປະຈໍາວັນອັງຄານ ທີ 06 ມິຖຸນາ 2023
ຮຽບຮຽງໂດຍ:Staff
ເຜີຍແຜ່: 6 June, 2023

ຄົນເກີດວັນອາທິດ:ການ​ງານວາງ​ແຜນ​ການ​ເຮັດ​ວຽກງານ​ຢ່າງ​ເປັນ​ມື​ອາ​ຊີບ​ສະເໝີ​ໃນ​ໄລຍະ​ນີ້ ຈະ​ປະ​ສົບ​ຄວາມ​ສຳ​ເລັດ ມີ​ໂອ​ກາດ​ໄດ້​ເລື່ອນ​ຂັ້ນ ເລື່ອນ​ຕຳແໜ່ງ ​ ການ​ເງິນສ່ວນ​ໃຫຍ່​ແລ້ວ​ຈະ​ໝົດ​ໄປ​ກັບ​ການ​ນຳ​ເງິນ​ໄປ​ໃຊ້​ໃນ​ການ​ລົງ​ທຶນ​ເຮັດ​ທຸລະກິດ ຄວາມ​ຮັກບໍ່​ລົງ​ຕົວ​ໃນ​ເລື່ອງ​ຂອງ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ ຄວນ​ລະ​ວັງ​ການ​ໃຊ້​ຄຳ​ເວົ້າ​ທີ່​ກະທົບ​ຈິດ​ໃຈ​ຄົນ​ຮັກ ເຄື່ອງມຸງຄຸນ​ຫິນນໍາໂຊກສີແດງ ສີມຸງຄຸນ​ສີຂາວ ເລກ​ນຳ​ໂຊກ​3

ຄົນເກີດວັນຈັນ:ການ​ງານ​ດ້ວຍ​ຄວາມ​ສະຫລາດ​ ແລະ ​ຄວາມ​ດຸໝັ່ນ​ຈຶ່ງ​ສາມາດ​ປັບ​ປ່ຽນ​ວິທີ​ການ​ເຮັດ​ວຽກງານ ກໍ່​ໃຫ້​ເກີດ​ຄວາມ​ສຳ​ເລັດ​ທີ່​ດີ​ໄດ້ ການ​ເງິນມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ​ໃນ​ໄລຍະນີ້​ກໍ​ເປັນ​ໄປ​ໄດ້ ຄວາມ​ຮັກ​ສຸກ​ສົມ​ຫວັງ​ລົງ​ຕົວ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ​ຢ່າງ​ທີ່​ຕົນເອງ​ນັ້ນ​ປາດຖະຫນາ ເຄື່ອງມຸງຄຸນ​ເງິນ ສີມຸງຄຸນສີ​ດໍາ ເລກ​ນຳ​ໂຊກ​2

ຄົນເກີດວັນອັງຄານ:ການ​ງານເລັ່ງ​​ໃນ​ການ​ສ້າງສັນ​ຜົນ​ງານ ເດີນທາງ​ຕິດ​ຕໍ່​ງານ​ຂ້ອນ​ຂ້າງ​ເລື້ອຍ​ຂຶ້ນ​ໃນ​ໄລຍະ​ນີ້ ການ​ເງິນ​ດ້ວຍ​ຄວາມ​ສະຫລຽວ​ສະຫລາດ​ໃນ​ເລື່ອງ​ຂອງ​ການ​ຕໍ່​ລອງ​ເຈລະ​ຈາ ຈະ​ໄດ້​ຜົນ​ປະໂຫຍດ​ທີ່​ດີ​ທາງ​ດ້ານ​ການ​ເງິນ​ກໍ​ເປັນ​ໄປ​ໄດ້ ຄວາມ​ຮັກຍັງ​ເບິ່ງ​ໆ ພຶດຕິກຳ​ຄົົນທີ່​ກຳ​ລັງ​ຄົບ​ຫາ​ເບິ່ງ​ໃຈ​ກັນ​ຢູ່ ຍັງ​ບໍ່​ຕັດ​ສິນ​ໃຈ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ​ໃນ​ໄລຍະ​ນີ້ ເຄື່ອງມຸງຄຸນ​​ ເພັດສີແດງ ສີມຸງຄຸນສີຟ້າ ເລກ​ນຳ​ໂຊກ​2

ຄົນເກີດວັນພຸດ:ການ​ງານ​ສຶກ​ສາ​ວິທີ​ການ​ໃໝ່​ໆ ຮຽນ​ຮູ້​ປະສົບການ​ໃໝ່​ໆ ເພື່ອ​ນຳ​ມາ​ປະ​ຍຸກ​ໃຊ້​ໃນ​ການ​ງານ​ໃຫ້​ເກີດ​ຄວາມ​ສຳ​ເລັດ​ໃຫ້​ໄດ້ ການ​ເງິນມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ຕະຫລອດ​ໃນ​ໄລຍະນີ້ ບໍ່​ສາມາດ​ຄວບ​ຄຸມ​ລາຍ​ຈ່າຍ​ໃດ​ໆ ໄດ້​ເລີຍ ຄວາມ​ຮັກ​ມີ​ໂອ​ກາດ​ພົບ​ຮັກ ພົບ​ຄົົນທີ່​ຖືກ​ໃຈ ພົບ​ກັນ​ໃນ​ບ່ອນ​ເຮັດວຽກ​ກໍ​ເປັນ​ໄປ​ໄດ້ ເຄື່ອງມຸງຄຸນ​​ໄຂ່ມຸກ ສີມຸງຄຸນສີ​ເຫຼືອງ ເລກ​ນຳ​ໂຊກ​7

ຄົນເກີດວັນພະຫັດ:ການ​ງານ​ເຮັດ​ທຸລະກິດ​ໃດ​ໆ ກໍ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ ປະ​ສົບ​ຄວາມ​ກ້າວ​ໜ້າ​ໄດ້​ດີ​ຂຶ້ນ ການ​ເງິນ​ມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ ມີ​ໂອ​ກາດ​ໄດ້​ເງິນ​ກ້ອນ​ໃຫຍ່​ກໍ​ເປັນ​ໄປ​ໄດ້ ຄວາມ​ຮັກ​ ບໍ່​ຄ່ອຍ​ມີ​ເວລາ​ທຸ້ມເທ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ ແຕ່​ກໍ​ມີ​ໂອ​ກາດ​ທີ່​ຈະ​ໄດ້ຮັບ​ຂ່າວ​ຄາວ​ທີ່​ດີ​ດ້ານ​ຄວາມ​ຮັກ ເຄື່ອງມຸງຄຸນ​ແຫວນຄໍາ ສີມຸງຄຸນສີ​ແດງ ເລກ​ນຳ​ໂຊກ​2

ຄົນເກີດວັນສຸກ:ການ​ງານເຮັດ​ທຸລະ​ກິດຈາກການ​ງານ​ໃດ​ໆ ກໍ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ ປະ​ສົບ​ຄວາມ​ກ້າວ​ໜ້າ​ດີ​ຂຶ້ນ​ເປັນ​ຢ່າງ​ຫລາຍ ການ​ເງິນ​ຈະ​ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ ມີ​ໂຊ​ກດີ​ຈະ​ໄດ້​ເງິນ​ກ້ອນ​ໃຫຍ່​ກໍ​ເປັນ​ໄປ​ໄດ້ ຄວາມ​ຮັກ​ຈະ​ພົບ​ຮັກ​ແບບ​ບໍ່ທັນຕັ້ງໂຕ​​ກໍ​ເປັນ​ໄປ​ໄດ້ ເປັນ​ການ​ຮູ້ສຶກ​ຮັກ​ກັນ​ຕັ້ງ​ແຕ່​ເທື່ອ​ທໍາອິດທີ່​ເຫັນ ເຄື່ອງມຸງຄຸນ​​ຕຸ້ມຫູຄໍາ ສີມຸງຄຸນສີ​ຂຽວ ເລກ​ນຳ​ໂຊກ​3

ຄົນເກີດວັນເສົາ:ການ​ງານ​   ບໍ່​ຕ້ອງ​ເຮັດວຽກ​​ເມື່ອຍຫລາຍ ແຕ່​ກໍ​ຈະ​ໄດ້ຮັບ​ຜົນ​ກຳ​ໄລ​ຈາກ​ທຸລະ​ກິດຈະການ​ງານ​ທີ່​ຄ່ອນ​ຂ້າງ​ຫລາຍ​ເປັນ​ພິເສດ ການ​ເງິນຊ່ວງ​ນີ້​ຈະ​ໄດ້​ເງິນ​ຈາກ​ຄວາມ​ສາມາດ​ພິເສດ​ຂອງ​ຕົນເອງ​ລ້ວນ​ໆ ຄວາມ​ຮັກ​ສຸກ​ສົມ​ຫວັງ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ ເພາະ​ຕົນເອງ​ນັ້ນ​ມີ​ສະເໜ່​ຫລາຍ​ໆ ຈຶ່ງ​ມີ​ຄົນ​ເຂົ້າ​ມາ​ສົນ​ໃຈ ເຄື່ອງມຸງຄຸນເງິນ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​2

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 2 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,392
21,667
thailand (1)
THB
659.01
670.87
european-union
EUR
24,252
24,736
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-02T105100.856
ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ຫາ ໜັກຫຼາຍຢູ່ບາງທ້ອງຖິ່ນ
pele - 2025-07-02T095249.830
ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ
pele - 2025-07-01T161645.333
ແຂວງສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ
_cover - 2025-07-01T161611.775
ຈາກການລາຍງານລະບຸວ່າ ທຣຳຕັດຄວາມຊ່ວຍເຫຼືອ ເຮັດຄົນທົ່ວໂລກສ່ຽງເສຍຊີວິດ 14 ລ້ານຄົນ ພາຍໃນອີກ 5 ປີ
pele - 2025-07-01T153415.261
ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ
_cover - 2025-07-01T152944.822
ອີຣ່ານຍອດເສຍຊີວິດເພີ່ມຂຶ້ນ ໃນສົງຄາມ 12 ວັນກັບອິສຣາເອນເປັນ 935 ຄົນ
pele - 2025-07-01T144219.772
ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ
_cover - 2025-07-01T141020.064
"ທຣຳ" ຂຶ້ນພາສີເຄື່ອງໃຊ້ໃນເຮືອນທີ່ເຮັດຈາກ "ເຫລັກ" ເຊັ່ນ: "ຕູ້ເຢັນ - ຈັກຊັກເຄື່ອງ - ເຕົາອົບ" ອ້າງວ່າຜະລິດຈາກເຫລັກ
pele - 2025-07-01T135658.644
ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເຄື່ອນໄຫວວຽກງານ ຢູ່ແຂວງຄໍາມ່ວນ
pele - 2025-07-01T103046.114
ຈັບແກ້ງ ລັກຕັດສາຍໄຟ ປອກທອງໄປຂາຍ ພ້ອມມົ້ວສຸມເສບຢາເສບຕິດ
ຢ່າລື່ມກົດຕິດຕາມ