ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເມືອງໄຊຍະບູລີ ແຂວງໄຊຍະບູລີ ຈັດການແຂ່ງຂັນກອງແອວ ໃນເທສະການບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2025 ໃນຄໍ່າຄືນຂອງວັນທີ 5 ຕຸລາ 2025 ທີ່ເດີ່ນຜາມໄຊບ້ານປົ່ງ ໂດຍມີທ່ານ ເສນ ພັນລັກ ຫົວໜ້າຄະນະ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງ ເມືອງໄຊຍະບູລີ ພ້ອມດ້ວຍຫ້ອງການ, ຄະນະກຳມະການ, ຄະນະຮັບຜິດຊອບ ແລະ ປະຊາຊົນບັນດາເຜົ່າພາຍໃນເມືອງ ເຂົ້າຮ່ວມຢ່າງຄຶກຄື້ນມ່ວນຊື່ນ.
ທ່ານ ສົມບັດ ຈະເລີນມີໄຊ ປະທານແນວລາວສ້າງຊາດເມືອງ ໄດ້ກ່າວວ່າ: ການຈັດແຂ່ງຂັນກອງແອວໃນຄັ້ງນີ້ ເພື່ອເປັນການອະນຸລັກຮັກສາ ຮີດຄອງປະເພນີອັນດີງາມ ທີ່ເປັນເອກະລັກທາງດ້ານວັດທະນະທຳ ຂອງເມືອງໄຊຍະບູລີ ກໍຄືແຂວງໄຊຍະບູລີ ທີ່ເຄີຍສືບທອດກັນມາແຕ່ບູຮານນະການ, ຕິດພັນກັບການໂຄສະນາດຶງດູດນັກທ່ອງທ່ຽວ ໃຫ້ມາທ່ຽວເມືອງ ແລະ ແຂວງໄຊຍະບູລີ ໃຫ້ນັບມື້ເພີ່ມຂຶ້ນ ເພື່ອເປັນການສ້າງຂະບວນການ ຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ.
ການແຂ່ງຂັນຕີກອງແອວໃນຄັ້ງນີ້ ມີຜູ້ເຂົ້າຮ່ວມແຂ່ງຂັນ 24 ຄະນະ, ຜ່ານການແຂ່ງຂັນຊະນະເລີດ ໄດ້ແກ່ບ້ານນາຍາວ ໄດ້ຮັບເງິນລາງວັນ 1,5 ລ້ານກີບ, ທີ 2 ໄດ້ແກ່ບ້ານຜາປູນໄດ້ຮັບເງິນລາງວັນ 1,2 ລ້ານກີບ, ທີ 3 ໄດ້ແກ່ບ້ານບຸ່ງ ໄດ້ຮັບເງິນ 1,1 ລ້ານກີບ, ທີ 4 ໄດ້ແກ່ບ້ານໃຫຍ່ ໄດ້ຮັບເງິນລາງວັນ 9 ແສນກີບ. ສຳລັບເຂົ້າຮອບ 8 ທີມ ແມ່ນໄດ້ຮັບລາງວັນທີມລະ 8 ແສນກີບ, ຮອບ 16 ທີມໄດ້ຮັບທີມລະ 7 ແສນກີບ ແລະ ລາງວັນຊົມເຊີຍໄດ້ຮັບທີມລະ 6 ແສນກີບ.
ຂ່າວ-ພາບ: ສົມພົງ ສີສະຫວັດ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |