ງານປະກວດເຮືອໄຟງາມ ໃນບຸນອອກພັນສາປະວໍລະນາ ຢູ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ປີນີ້ ຈັດຂຶ້ນໃນຕອນຄໍ່າ ຂອງວັນທີ 8 ຕຸລານີ້ ມີການຂອງແຂວງຫຼວງພະບາງ, ຄະນະກຳມະການ, ແຂກຮັບເຊີນ ຕະຫຼອດຮອດມວນຊົນ, ແຂກທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນງານປະກວດ ເລີ້ມຕົ້ນຈາກການທຳພິທີທາງສາສະໜາ, ສະຫຼອງເຮືອໄຟ ຢູ່ວັດປ່າຮວກ ໜ້າຫໍພິພິທະພັນແຫ່ງຊາດຫຼວງພະບາງ. ຈາກນັ້ນ, ທ່ານ ສໍານານ ສົນທະນີ ປະທານຈັດງານປະກວດເຮືອໄຟງາມ ປະຈຳປີ ພສ 2568, ຄສ 2025 ໄດ້ກ່າວເປີດງານວ່າ: ພໍເຖິງຄ່ຳຄືນຂອງມື້ແຮມ 1 ຄໍ່າ ເດືອນ 11 ລາວຂອງທຸກໆປີ ປະຊາຊົນບັນດາເຜົ່າຊາວຫຼວງພະບາງທຸກຖ້ວນໜ້າ ໄດ້ພ້ອມກັນຈັດພິທີເທດສະຫຼອງເຮືອໄຟ ຢູ່ທີ່ວັດປ່າຮວກ ແລະ ປະກວດເຮືອໄຟງາມຂຶ້ນ ເພື່ອສະແດງເຖິງວັດທະນະທໍາອັນຍອດຍິ່ງ ຂອງຊາວຫຼວງພະບາງ ຊຶ່ງຈະໄດ້ແຫ່ຂະບວນໄປຕາມຖະໜົນສີສະຫວ່າງວົງ ຈົນເຖິງທ່ານ້ຳວັດຊຽງທອງ ແລ້ວໄຫຼລົງສູ່ແມ່ນ້ຳຂອງ ເພື່ອບູຊາຄຸນຂອງພະແມ່ຄົງຄາ, ນ້ອມລະນຶກເຖິງຄຸນຂອງພະພຸດ ພະທຳ-ພະສົງ ແລະ ຂໍພອນໃຫ້ມີຄວາມຈະເລີນຮຸ່ງເຮືອງ, ຄວາມຢູ່ເຢັນເປັນສຸກ-ສີວິໄລ ເໝືອນດັ່ງແສງທຽນ-ແສງໄຟທີ່ໄຕ້ບູຊາສະຫວ່າງສະໄຫວ ຊຶ່ງເປັນປະເພນີ ສຶບທອດກັນມາແຕ່ບູຮານນະການຈົນເຖິງປັດຈຸບັນ. ບຸນໄຫຼເຮືອໄຟປີນີ້ ມີເຮືອໄຟເຂົ້າຮ່ວມປະກວດທັງໝົດ 17 ລໍາ ມາຈາກບັນດາບ້ານ ພາຍໃນເທສະບານນະຄອນ, ສະຖາບັນການສຶກສາ, ໂຮງຮຽນ, ຫົວໜ່ວຍທຸລະກິດ ແລະ ມີເຮືອໄຟປະກອບສ່ວນ ສະເຫຼີມສະຫຼອງຫຼວງພະບາງ ເຂົ້າມໍລະດົກໂລກ ຈໍານວນ 1 ລໍາ.
ພາຍຫຼັງເປີດພິທີຢ່າງເປັນທາງການ ເຮືອໄຟແຕ່ລະຂະບວນ ໄດ້ເຄື່ອນໄປຕາມເສັ້ນທາງສີສະຫວ່າງວົງ ຫາທ່ານ້ຳຂອງວັດຊຽງທອງ ແລ້ວນຳເອົາເຮືອໄຟໄຫຼລົງແມ່ນ້ຳຂອງ ຊຶ່ງຄະນະກຳມະການ ໄດ້ກຳນົດ 6 ມາດຖານຂອງການປະກວດຄື: ມາທັນເວລາ ແລະ ຕັ້ງຂະບວນເປັນລະບຽບ, ໂຄງສ້າງ ແລະ ສິລະປະການຕົບແຕ່ງ ເຮັດດ້ວຍວັດສະດຸທຳມະຊາດ ແລະ ມີຄວາມສວຍງາມ, ຮູບຮ່າງ ແລະ ແນວຄິດສ້າງສັນ, ຂະບວນແຫ່ມີຄວາມເປັນລະບຽບ ແລະ ນຸ່ງຖືສຸພາບ, ແສງໄຟ ໃຫ້ຄວາມສະຫວ່າງໃນເວລາແຫ່, ແສງໄຟໃຫ້ຄວາມສະຫວ່າງ ໃນເວລາລົງນ້ຳບໍ່ມອດ ແລະ ເຮືອໄຟບໍ່ຈົມ.
(ແຫຼ່ງຂ່າວ: ແຂວງຫຼວງພະບາງ)
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,520 | 21,797 |
![]() THB | 661.46 | 672.70 |
![]() EUR | 24,203 | 24,688 |
![]() CNY | 2,937 | 2,995 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |