ອາທິດຜ່ານມາ, ເຈົ້າໜ້າທີ່ພາສີພະແນກສືບ-ສອບສວນ ແລະ ປາບປາມກາລັກລອບໜີພາສີ (ພສປ) ປະຈໍາຈຸດປະສານງານນາເຕີຍ, ໄດ້ປະສານສົມທົບກັບເຈົ້າໜ້າທີ່ພາສີ ປະຈໍາດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາ, ໄດ້ອອກເຄື່ອນໄຫວຕິດຕາມ ແລະ ກວດກາຕາມແຫຼ່ງຂ່າວລາຍງານວ່າມີລົດບັນທຸກ 12ລໍ້, ສີແດງ, ຍີ່ຫໍ້: HOWO ບໍ່ຕິດປ້າຍທະບຽນ, ຈອດຢູ່ໃນບໍລິເວນເຂດເສດຖະກິດບໍ່ເຕັນແດນງາມ.
ດັ່ງນັ້ນ, ເຈົ້າໜ້າພາສີ ໄດ້ເຄື່ອນໄຫວຕິດຕາມພົບເຫັນເປົ້າໝາຍໃນເຂດດັ່ງກ່າວ, ໂດຍຜ່ານການກວດກາເບື້ອງຕົ້ນເຫັນວ່າ: ເປັນລົດມືສອງລັກລອບນຳເຂົ້າບໍ່ມີເອກະສານອະນຸຍາດນຳເຂົ້າເສຍພາສີ-ອາກອນ ແລະ ພັນທະອື່ນໆ. ສະນັ້ນ, ເຈົ້າໜ້າທີ່ພາສີ, ໄດ້ຢຶດລົດຄັນດັ່ງກ່າວ ແລະ ມາມອບໃຫ້ພາສີ ປະຈຳແຂວງຫຼວງນໍ້າທາ, ເພື່ອດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການຕໍ່ໄປ.
ເຈົ້າໜ້າທີ່ພາສີ ພະແນກສືບສວນ-ສອບສວນ ເເລະ ປາບປາມການລັກລອບໜີພາສີ ຫຼື ພສປ ເປັນພະແນກໜຶ່ງຂຶ້ນກັບກົມພາສີ ກະຊວງການເງິນ, ເຊິ່ງປະກອບດ້ວຍ 3 ຂະແໜງ ແລະ 14 ຈຸດປະສານງານໃນຂອບເຂດທົ່ວປະເທດ, ໂດຍເຄື່ອນໄຫວວຽກງານວິຊາສະເພາະຕາມພາລະບົດບາດ, ສິດ, ໜ້າທີ່ຢ່າງເຂັ້ມງວດ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,479 | 21,690 |
![]() THB | 645.44 | 657.70 |
![]() EUR | 23,823 | 24,300 |
![]() CNY | 2,898 | 2,956 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 31,160,000 | 31,6900,000 |
![]() | 30,890,000 | 31,799,000 |