pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
ຮຽບຮຽງໂດຍ:Pele
ເຜີຍແຜ່: 10 October, 2025

ວິທະຍຸ-ໂທລະພາບສູນກາງຈີນ, ອົງ​ການ​ພະ​ລັງງານ ​ແຫ່ງ​ຊາດ​ຈີນ​ ໄດ້​ປະ​ກາດ​ ຕົວ​ເລກ​ຂໍ້​ມູນ​ ປະ​ລິ​ມານ​ການ​ນຳ​ໃຊ້​ໄຟ​ຟ້າ​ ໃນ​ເດືອນ​ກໍ​ລະ​ກົດ ແລະ ເດືອນ​ສິງ​ຫາ ຂອງ​ ສປ ຈີນ​ ໃນ​ປີ​ນີ້ ຄື: ເດືອນ​ກໍ​ລະ​ກົດ, ປະ​ລິ​ມານ​ ການ​ນຳ​ໃຊ້​ໄຟ​ຟ້າ ​ໃນ​ທົ່ວ​ສັງ​ຄົມ​ຈີນ ​ມີ​ເຖິງ 1.022 ຕື້ກວ່າ​ກິ​ໂລ​ວັດ​ໂມງ, ເພີ່ມ​ຂຶ້ນ 8,6% ເມື່ອ​ທຽບ​ໃສ່ ​ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ 2024. ນີ້​ແມ່ນ​ເທື່ອ​ທຳ​ອິດ ​ທີ່​ປະ​ລິ​ມານ​ການ​ນຳ​ໃຊ້​ໄຟ​ຟ້າ​ ປະ​ຈຳ​ເດືອນ​ ລື່ນກາຍ 1.000 ​ຕື້ກິ​ໂລ​ວັດ​ໂມງ ແລະ ກໍ​ແມ່ນ​ຄັ້ງ​ທຳ​ອິດ​ ໃນ​ທົ່ວ​ໂລກ. ​ສ່ວນເດືອນ​ສິງ​ຫາ, ມີ​ເຖິງ 1.015 ຕື້ກວ່າ​ກິ​ໂລ​ວັດ​ໂມງ, ເພີ່ມ​ຂຶ້ນ 5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024, ເປັນ​ຕົວ​ເລກ ​ທີ່​ລື່ນກາຍ 1.000 ​ຕື້ກິ​ໂລ​ວັດ​ໂມງ​ ອີກ​ຄັ້ງ​ໜຶ່ງ. ປະ​ລິ​ມານ ​ການ​ນຳ​ໃຊ້​ ໄຟ​ຟ້າ​ແມ່ນ​ຕົວ​ເລກ​ດັດ​ຊະ​ນີ ​ທີ່​ຊີ້ບອກ​ເຖິງ​ ສະ​ພາບການ​ເຄື່ອນ​ໄຫວ ​ຂອງ​ເສດ​ຖະ​ກິດ-​ສັງ​ຄົມ. ໂດຍ​ຜ່ານ ການ​ປ່ຽນ​ແປງ ​ຂອງ​ຕົວ​ເລກ​ດັ່ງ​ກ່າວ​ ຈະ​ສາ​ມາດ​ສັງ​ເກດ ​ທ່າ​ອ່ຽງ​ ການ​ພັ​ດ​ທະ​ນາ​ ຂອງ​ເສດ​ຖະ​ກິດ-​​ສັງ​ຄົມໂດຍກົງ. ການ​ທີ່​ປະ​ລິ​ມານ ​ການ​ນຳ​ໃຊ້​ໄຟ​ຟ້າ ​ພຽງ​ເດືອນ​ດຽວ​ກາຍ 1.000 ​ຕື້ກິ​ໂລ​ວັດ​ໂມງ ໄດ້​​ສະ​ແດງ​ໃຫ້​ເຫັນ ​ເຖິງ​ຄວາມ​ມີ​ຊີ​ວິດ​ຊີ​ວາ ​ຫລາຍຂອງ​ການ​ພັດ​ທະ​ນາ​ ເສດ​ຖະ​ກິດ​-ສັງ​ຄົມ.

 

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

Digital Marketing Agency in Laos - Emerging Digital Solutions

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ