ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ 2025 ຈະຈັດຂຶ້ນ ຢ່າງເປັນທາງການ ໃນວັນທີ 15-25ພະຈິກ 2025 ທີ່ຈະມາເຖິງນີ້ ໂດຍມີສັນຍະລັກ ເປັນຮູບພະທາດຫຼວງ ແລະ ສັດນໍາໂຊກ ເປັນນົກຍຸງ, ພາຍໃຕ້ຄຳຂວັນ“ສາມັກຄີ ມີວິໄນ-ໂປ່ງໃສ-ໄດ້ການພັດທະນາ”.
ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ປະທານຈັດງານ, ໄດ້ຖະແຫຼງຂ່າວຢືນຢັນຄວາມພ້ອມຮອບດ້ານໃນມື້ນີ້ວ່າ: ການແຂ່ງຂັນໃຫຍ່ຄັ້ງນີ້ ຈະມີກິລາທັງໝົດ 33 ປະເພດ ແລະ 1 ກິລາສາທິດ, ລວມ 400 ລາຍການ ແຂ່ງຂັນ, ໂດຍຄາດຄະເນວ່າຈະມີນັກກິລາຈາກ 17 ແຂວງ ແລະ ນະຄອນຫຼວງເຂົ້າຮ່ວມຫຼາຍກວ່າ 2,000 ຄົນ. ສຳລັບຄວາມພ້ອມຂອງສະຖານທີ່ ແລະ ສະໜາມແຂ່ງຂັນຕ່າງໆ ແມ່ນມີຄວາມພ້ອມກວ່າ 95% ແລ້ວ ແລະ ຈະສຳເລັດສົມບູນ 100% ໃນວັນທີ 30 ຕຸລານີ້.
ສຳລັບ ດ້ານທີ່ພັກ ເພື່ອຮັບຕ້ອນຄູຝຶກ ແລະ ນັກກິລາ ທີ່ເດີນທາງ ມາຈາກ 17 ແຂວງ ແລະ ນະຄອນຫຼວງ ເພື່ອເຂົ້າຮ່ວມການແຂ່ງຂັນ, ລວມທັງການຈັດການ ທີ່ພັກສຳລັບແຂກຖືກເຊີນທີ່ຈະມາຮ່ວມ ພິທີເປີດ, ພິທີປິດ ງານຄັ້ງນີ້ ໂດຍອີງໃສ່ເງື່ອນໄຂ, ຈຸດພິເສດ ສະຖານທີ່ພັກເຊົາໃນນະຄອນຫຼວງວຽງຈັນ ແມ່ນມີ ໂຮງແຮມ, ເຮືອນພັກຈຳນວນຫຼາຍ ສາມາດຕອບສະໜອງໄດ້ຢ່າງພຽງພໍ (ຈະບໍ່ໄດ້ຈັດສັນສະຖານທີ່ການສຶກສາ ໃຫ້ນັກກິລາແຕ່ລະແຂວງພັກເຊົາ).
ສ່ວນດ້ານເຕັກນິກ, ລະບຽບການ ການແຂ່ງຂັນ (ປະເພດ ກິລາແຂ່ງຂັນ) ແມ່ນໄດ້ມີ ບັນດາຄະນະສະຫະພັນກິລາ ແຕ່ລະປະເພດ ຄົ້ນຄວ້າ ແລະ ຮັບຮອງ, ຮັບປະກັນການແຂ່ງຂັນມີຄວາມສະເໝີພາບ ສ້າງໂອກາດໃຫ້ນັກກິລາໄດ້ສະແດງຄວາມສາມາດ, ທັງຮັບປະກັນໃຫ້ການແຂ່ງຂັນມີບັນຍາກາດ, ມີນ້ຳໃຈກິລາ, ມີຄວາມສາມັກ ຄີຮັກແພງ ເຊິ່ງກັນ ແລະ ກັນ. ພ້ອມນີ້, ຍັງໄດ້ກະກຽມຄວາມພ້ອມດ້ານຕ່າງໆຕື່ມອີກ ເປັນຕົ້ນ ດ້ານພະລາທິການ, ເຈົ້າໜ້າທີ່ດ້ານສຸຂະອະນາໄມ, ກຳລັງປ້ອງກັນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ການຮັກສາຄວາມສະອາດສວຍງາມ, ການບໍລິການຂົນສົ່ງສາທາລະນະ, ນັກກິລາ, ຄູຝຶກ ແລະ ອື່ນໆ.
ງານມະຫະກຳກິລາໃນຄັ້ງນີ້, ປະກອບມີກິດຈະກໍາ ແຫ່ ແລະ ແລ່ນທວນໄຟ ເລີ່ມແຕ່ ວັນທີ 12 ຕຸລາ ເຖິງວັນທີ 13 ພະຈິກ 2025 ເຊິ່ງ ກິດຈະກໍາແລ່ນທວນໄຟ ແມ່ນຈະແຫ່ໄປຕາມເມືອງ ພາຍໃນນະຄອນຫຼວງວຽງຈັນ ຄົບຕາມ 9 ຕົວເມືອງ ເຊິ່ງຈະໄດ້ເຊີນຕົວແທນ ຈາກບັນດາແຂວງເຂົ້າຮ່ວມ ສອງແຂວງ ຕໍ່ການແລ່ນທວນໄຟໜຶ່ງເມືອງ. ສ່ວນພິທີຂໍທວນໄຟສັກສິດ ຈະຈັດຂຶ້ນໃນວັນທີ 14 ພະຈິກ ແລະ ນຳທວນໄຟ ເຂົ້າສູ່ ພິທີເປີດງານຢ່າງເປັນທາງການ ໃນວັນທີ 15 ພະຈິກ 2025.
ສຳລັບ ວັນທີ 12 ຕຸລາ 2025 ນີ້, ໄດ້ເລີ່ມຂະບວນການແລ່ນທວນໄຟ ຈາກສຳນັກງານປົກຄອງນະຄອນ ຫຼວງວຽງຈັນ ສູ່ເມືອງສັງທອງ ເຊິ່ງເປັນເມືອງເລີ່ມຕົ້ນຂະບວນແຫ່ທວນໄຟ ໂດຍມີຕົວແທນຈາກ ແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ ເຂົ້າຮ່ວມ.
ທີ່ມາ: ໜັງສືພິມວຽງຈັນທາຍ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 657.17 | 669 |
![]() EUR | 24,072 | 24,554 |
![]() CNY | 2,938 | 2,996 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |