pele - 2025-10-13T112028.196
ຕິດຕັ້ງໄຟເຍືອງທາງ 253 ເສົາ ຕາມເສັ້ນທາງຫລັກເຂົ້າສູ່ດອນໂຂງ
ຮຽບຮຽງໂດຍ:Pele
ເຜີຍແຜ່: 13 October, 2025
ໝວດ: ຂ່າວ

ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ອຳນາດການປົກຄອງເມືອງໂຂງ ແຂວງຈຳປາສັກ ໄດ້ຕິດຕັ້ງໄຟເຍືອງທາງດ້ວຍພະລັງງານແສງອາທິດ (ໂຊລາເຊວ) ຕາມເສັ້ນທາງຫລັກເຂົ້າສູ່ດອນໂຂງ ລະຫວ່າງບ້ານໂພນ ຫາບ້ານຫາດ ທັງນີ້ກໍເພື່ອຍົກສູງຄວາມປອດໄພຕາມທ້ອງຖະໜົນ ແລະ ສ້າງຄວາມສວຍງາມໃນຍາມຄໍ່າຄືນ ຕາມເສັ້ນທາງດັ່ງກ່າວ.

 

Digital Marketing Agency in Laos - Emerging Digital Solutions

 

ທ່ານ ເພັດນະຄອນ ເທບສຸວັນ ຮອງຫົວໜ້າຫ້ອງວ່າການເມືອງໂຂງ ໃຫ້ຮູ້ໃນວັນທີ 9 ຕຸລາ 2025 ຜ່ານມານີ້ວ່າ: ການຕິດຕັ້ງໄຟເຍືອງທາງໂຊລາເຊວຄັ້ງນີ້ມີ 253 ເສົາ ລວມມູນຄ່າຫລາຍກວ່າ 446 ລ້ານກີບ, ເຊິ່ງໄດ້ເລີມຂຸດຂຸມເທຕີນເສົາແຕ່ທ້າຍອາທິດຜ່ານມາ ແລະ ສຳເລັດໃນວັນທີ 12 ຕຸລາ 2025 ນີ້. ນັບວ່າເປັນການລົງທຶນທີ່ສຳຄັນ ໃນການພັດທະນາພື້ນຖານໂຄງລ່າງຂອງເມືອງ. ການນໍາໃຊ້ໄຟເຍືອງທາງໂຊລາເຊວ ເປັນການຊ່ວຍປະຢັດງົບປະມານ ໃນການນຳໃຊ້ໄຟຟ້າໃນໄລຍະຍາວ ແລະ ເປັນມິດກັບສິ່ງແວດລ້ອມ. ການມີແສງສະຫວ່າງຕະຫລອດເສັ້ນທາງດັ່ງກ່າວນີ້ ບໍ່ພຽງແຕ່ຈະຊ່ວຍຫລຸດຜ່ອນອຸບັດເຫດ ແລະ ອາຊະຍາກຳ ທີ່ອາດຈະເກີດຂຶ້ນ ໃນຍາມຄໍ່າຄືນເທົ່ານັ້ນ, ແຕ່ຍັງເຮັດໃຫ້ພື້ນທີ່ດັ່ງກ່າວມີຄວາມສວຍງາມ ແລະ ສະດວກສະບາຍສຳລັບການສັນຈອນ ຂອງປະຊາຊົນໃນເຂດນີ້ອີກດ້ວຍ.

 

 

ປະຊາຊົນໃນສອງບ້ານຄື: ບ້ານໂພນ ແລະ ບ້ານຫາດ ຕ່າງກໍສະແດງຄວາມດີໃຈ ແລະ ຂອບໃຈຕໍ່ການຈັດຕັ້ງປະຕິບັດໂຄງການນີ້, ເຊິ່ງເປັນການປັບປຸງຄຸນນະພາບຊີວິດ ທີ່ເຫັນໄດ້ຢ່າງເປັນຮູບປະທຳ.

 

ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 13 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
657.17
669
european-union
EUR
24,072
24,554
china
CNY
2,938
2,996
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-13T144727.197
ມອບຊາກເສືອໂຄ່ງທີ່ຢຶດ ໄດ້ໃຫ້ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ
jane - 2025-10-13T142045.750
ຈັດອັນດັບ 5 ລາສີດວງດີປະຈຳເດືອນ ຕຸລາ ປີ 2025 ລາສີໃຜຈະປັງສຸດມາກວດເຊັກດ່ວນ!
jane - 2025-10-13T131830.391
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ກຽມຈະເປີດບໍລິການທ້າຍປິ 2025 ນີ້ (ແຂວງບໍລິຄໍາໄຊ-ຈັງຫວັດບຶງການ)
pele - 2025-10-13T112028.196
ຕິດຕັ້ງໄຟເຍືອງທາງ 253 ເສົາ ຕາມເສັ້ນທາງຫລັກເຂົ້າສູ່ດອນໂຂງ
jane - 2025-10-13T112733.620
ແຈ້ງການເກີດແຜ່ນດິນໄຫວໃນຄັ້ງວັນທີ 12 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 13 ຕຸລາ 2025 ດັ່ງລຸ່ມນີ້
pele - 2025-10-13T103353.933
ກຽມເປີດ ນະຄອນຫຼວງວຽງຈັນເກມ 2025, ເລີ່ມ 15 ພະຈິກ ນີ້
jane - 2025-10-13T101808.563
ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຈະເດີນທາງຢ້ຽມຢາມ ສປປ ລາວ
jane - 2025-10-13T094242.532
ຄະນະຜູ້ແທນຂັ້ນສູງຈາກພັກ ສປປ ລາວ ເຂົ້າຮ່ວມພິທີ ສະຫລອງວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 80 ປີ
pele - 2025-10-13T091033.806
ຄໍາມ່ວນ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 80 ປີ
jane - 2025-10-13T092349.578
ພະຍາກອນອາກາດປະຈໍາວັນທີ 13 ຕຸລາ 2025
ຢ່າລື່ມກົດຕິດຕາມ