ອີງຕາມການລາຍງານ ຂອງ ໜ່ວຍກູ້ໄພສຸກເສີນ ອົງການກາແດງ ແຂວງອຸດົມໄຊ ລາຍງານ ໃຫ້ຮູ້ວ່າ ໃນວັນທີ 7 ມິຖຸນາ ປີ 2023 ເວລາ16:35ນາທີ ໄດ້ຮັບແຈ້ງວ່າມີຜູ້ບາດເຈັບຈາກເຫດຟ້າຜ່າ 02ຄົນ ຄັ້ງແລ້ວນີ້ ໃນເວລາຕໍ່ມາແມ່ນໄດ້ຮັບແຈ້ງເພີ່ມຕື່ມວ່າມີຜູ້ເສຍຊີວິດ 01 ຄົນ ຈາກເຫດການດັ່ງກ່າວ.
ຈຸດເກີດເຫດ ແມ່ນຢູ່ບ້ານ ບ້ານກອນແກ່ນ ເມືອງໄຊ ແຂວງອຸດົມໄຊ, ຂໍ້ມູນຜູ້ເສຍຊີວິດ ແມ່ນເພດ ຍິງ ອາຍຸ 38 ປີ.
ຈາກການບອກເລົ່າ ຂອງຜູ້ເປັນຜົວ ຂອງຜູ້ເສຍຊີວິດເລົ່າວ່າ: ໃນຕອນແລງປະມານ15:00 ນາທີ ຂອງວັນທີ 7 ມິຖຸນາ 2023 ນີ້ທັງ3ຄົນແມ່ນໄດ້ໄປໄຮ່ຕາມປົກກະຕິ ແລ້ວເກີດມີຝົນຕົກຈຶ່ງໄດ້ພາກັນເຂົ້າໄປລົບຝົນຢູ່ທີ່ຖຽງໄຮ່ດັ່ງກ່າວ ເວລາຕໍ່ມາຈຶ່ງເກີດມີຟ້າຜ່າລົງກາງຖຽງ ເຮັດໃຫ້ຜູ້ເປັນເມຍເສຍຊີວິດລົງ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,502 | 21,712 |
![]() THB | 632.26 | 640.80 |
![]() EUR | 23.033 | 23,492 |
![]() CNY | 2,902 | 2,958 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 31,160,000 | 31,6900,000 |
![]() | 30,890,000 | 31,799,000 |