ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນທ້າຍອາທິດຜ່ານມາ, ທີ່ຫ້ອງຕຳຫລວດ ປກສ ແຂວງຈຳປາສັກ ພະແນກຕຳຫລວດສິ່ງແວດລ້ອມ ປກສ ແຂວງຈຳປາສັກ ຈັດພິທີມອບເສືອໂຄ່ງຈຳນວນໜຶ່ງໂຕ ທີ່ຢຶດໄດ້ໃນຄັ້ງວັນທີ 12 ກັນຍາ 2025 ໃຫ້ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງຈຳປາສັກ ໂດຍມີທ່ານ ພັນໂທ ເພັດພູວັນ ອີນທອງໄຊ ຮອງຫົວໜ້າຫ້ອງຕຳຫລວດ ປກສ ແຂວງ, ທ່ານ ໄຊຍະສິດ ສິລິພັດ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງຈຳປາສັກ ພ້ອມດ້ວຍເຈົ້າໜ້າທີ່ກ່ຽວຂ້ອງເຂົ້າຮ່ວມ.
ອີງຕາມການລາຍງານຂອງເຈົ້າໜ້າທີ່ ພະແນກຕຳຫລວດສິ່ງເເວດລ້ອມ ໃຫ້ຮູ້ວ່າ: ໃນວັນທີ 12 ກັນຍາ 2025, ເວລາປະມານ 23:30 ໂມງ, ເຈົ້າໜ້າທີ່ວິຊາສະເພາະ ພະແນກສືບສວນ-ສອບສວນ ໄດ້ຮັບການລາຍງານຈາກເຈົ້າໜ້າທີ່ປະຈຳດ່ານ ກວດກາ ປ້ອມ 84 ບ້ານນາຝັ່ງ ເມືອງໂຂງ ແຂວງ ຈຳປາສັກ. ໃນເວລາ 23:00 ໂມງ ຂອງມື້ດຽວກັນ, ເຈົ້າໜ້າທີ່ປະຈໍາດ່ານກວດກາ ໄດ້ກວດລົດກະບະ ຍີ່ຫໍ້ໂຕໂຍຕ້າຣີໂວ ສີຂາວ, ທະບຽນ ກຣ 4787 ນະຄອນຫລວງວຽງຈັນ ແລະ ລົດກະບະ ຍີ່ຫໍ້ tord ສີຂາວ, ທະບຽນ 370 27065 ປ້າຍຫວຽດນາມ. ຜ່ານການກວດກາລົດຄັນດັ່ງກ່າວ ໄດ້ພົບເຫັນເສືອໂຄ່ງ ຈໍານວນ 01 ໂຕ, ນໍ້າໜັກ 133 ກິໂລກຣາມ ແລະ ປືນສັ້ນຍີ່ຫໍ້ກັອກ ສີທອງ 01 ກະບອກ ພ້ອມດ້ວຍລູກປືນ 10 ລູກຢູ່ໃນລົດກະບະ ທະບຽນ ກຣ 4787 ນະຄອນຫລວງວຽງຈັນ, ຈາກນັ້ນ ທາງເຈົ້າໜ້າທີ່ ຈຶ່ງໄດ້ກັກຕົວຜູ້ຕ້ອງຫາທັງ 04 ຄົນມີ: ທ້າວ ສົມໃຈ, ທ້າວ ພູມິນ, ທ້າວເກືອງວັນວຽນ, ທ້າວ ດັ່ງວັນຟູກ ມາດຳເນີນຄະດີຕາມລະບຽບກົດໜາຍ.
ຫ້ອງຕຳຫລວດ ປກສ ແຂວງຈຳປາສັກ ພະແນກຕຳຫລວດສິ່ງແວດລ້ອມ ຈຶ່ງໄດ້ມອບຊາກເສືອດັ່ງກ່າວ ໃຫ້ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ເປັນຜູ້ເກັບຮັກສາໄວ້ ໂດຍການກ່າວມອບຂອງທ່ານ ພັນໂທ ເພັດພູວັນ ອີນທອງໄຊ ແລະ ກ່າວຮັບໂດຍ ທ່ານ ໄຊຍະສິດ ສິລິພັກ.
ຂ່າວ: ແຂວງຈຳປາສັກ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 657.17 | 669 |
![]() EUR | 24,072 | 24,554 |
![]() CNY | 2,938 | 2,996 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |